Top Ad

header ads

ລັດເອົາຈິງ ຈະບໍ່ອະນຸຍາດໃຫ້ນຳເຂົ້ານ້ຳມັນທີ່ຍົກເວັ້ນພາສີອີກຕໍ່ໄປ.

ເພື່ອແກ້ໄຂຊ່ອງວ່າງການນຳເຂົ້ານ້ຳມັນທີ່ບໍ່ໄດ້ເສຍພາສີອາກອນ ທັງຮັບປະກັນການເກັບລາຍຮັບເຂົ້າງົບປະມານໄດ້ຢ່າງຄົບຖ້ວນ ແລະ ໂປ່ງໃສ, ລ້າສຸດລັດປະກາດເດັດຂາດບໍ່ໃຫ້ມີການຍົກເວັ້ນພາສີນ້ຳມັນທີ່ນຳເຂົ້າທຸກປະເພດໃນທຸກກໍລະນີ, ສ່ວນໂຄງການທີ່ອະນຸມັດແລ້ວ ກໍ່ໃຫ້ຢຸດເຊັ່ນກັນ.
ກ່ອນໜ້ານີ້ ລັດເປີດສູນຢັ້ງຢືນມາດຕະຖານ ແລະ ກວດການ້ຳມັນແຫ່ງຊາດ ກວດກາຄຸມເຂັ້ມການກວດກາຄຸນນະພາບນ້ຳມັນກ່ອນນຳເຂົ້າ ແລະ ລ່າສຸດ ທ່ານ ຈະເລີນ ເຢຍປາວເຮີໂຄສົກລັດຖະບານ ໄດ້ຖະແຫຼ່ງຂ່າວແຈ້ງໃຫ້ຮູ້ວ່າ ນັບແຕ່ນີ້ເປັນຕົ້ນໄປ ຈະຢຸດຕິການນຳເຂົ້ານ້ຳມັນທີ່ຍົກເວັ້ນທຸກປະເພດ ໝາຍວ່າຕໍ່ໄປນີ້ ການນຳເຂົ້ານ້ຳມັນແມ່ນຕ້ອງຖືກຕ້ອງຕາມລະບຽບກົດໝາຍ, ໄດ້ມາດຖານ ແລະ ສຳຄັນແມ່ນ ຕ້ອງໄດ້ເສຍພາສີອາກອນ, ສ່ວນໂຄງການທີ່ໄດ້ອະນຸມັດຍົກເວັ້ນໄປກ່ອນໜ້ານີ້ແລ້ວ ລັດຖະບານຈະໄດ້ລົງໄປກວດກາລາຍລະອຽດອີກ ເພື່ອເຈລະຈາ ໃຫ້ຢຸດເຊັ່ນກັນ.
----
ລາຍລະອຽດເພີ່ມເຕີມຕິດຕາມທີ່ໜ້າໜັງສືພິມເສດຖະກິດການຄ້າ ສະບັບອອກວັນທີ 5 ສິງຫາ 2016




ແຫຼ່ງຂ່າວ ເສດຖະກິດ ການຄ້າ
Ad