Top Ad

header ads

ລາວສະຫລອງວັນສາກົນຕ້ານການຄ້າມະນຸດຂຶ້ນຢ່າງຟົດຟື້ນ

 ເຊົ້າຂອງວັນທີ 30 ກໍລະກົດຜ່ານມານີ້ໄດ້ມີພິທີໂຮມຊຸມນຸມ ແລະ ຍ່າງເພື່ອ ສຸຂະພາບ ເພື່ອສະເຫລີມສະຫລອງວັນສາກົນຕ້ານການຄ້າມະນຸດຄົບຮອບ 16 ປີຂຶ້ນທີ່ນະຄອນຫລວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີມີບັນດາລັດຖະມົນຕີຮອງລັດຖະມົນຕີທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ພ້ອມດ້ວຍຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານຮອງນາຍົກລັດຖະມົນຕີ ກ່າວໃນພິທີວ່າ: ການຄ້າມະນຸດ ແມ່ນອາຊະຍາກຳ ໜຶ່ງ ທີ່ເກີດຂຶ້ນຢູ່ໃນສັງຄົມ ແລະ ມີລັກສະນະຂ້າມຊາດຊຶ່ງລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີຊຶ່ງໄດ້ສົ່ງຜົນກະທົບໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມສະຖຽນລະພາບ
ແລະ ຄວາມໝັ້ນຄົງຂອງປະເທດອີກດ້ວຍສຳລັບ ສປປ ລາວແລ້ວຍາມໃດພັກ ແລະ ລັດຖະບານ ກໍໃຫ້ຄວາມສຳຄັນຕໍ່ການສະກັດກັ້ນ ແລະ ຕ້ານການຄ້າມະນຸດໂດຍໄດ້ວາງແນວທາງນະໂຍບາຍກົດໝາຍ ແລະ ລະບຽບການຕ່າງໆເປັນອັນສະເພາະລວມທັງສະໜອງງົບປະມນ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນພ້ອມນີ້ ສປປ ລາວ ຍັງໄດ້ເຂົ້າເປັນພາຄີ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາກົນຫລາຍສະບັບທີ່ກ່ຽວຂ້ອງກັບການຕ້ານການຄ້າມະນຸດເປັນຕົ້ນ ແມ່ນສົນທິສັນຍາວ່າດ້ວຍສິທິມະນຸດສົນທິສັນຍາວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດແບບມີການຈັດຕັ້ງ, ສົນທິສັນວ່າດ້ວຍແຮງງານສົນທິສັນຍາວ່າດ້ວຍການລົບລ້າງການເປັນຂ້າທາດການຄ້າຂາຍຜູ້ເປັນທາດ ແລະ ສະຖາບັນ ແລະ ການກະທຳທີ່ມີລັກສະນະຄ້າຍຄືທາດ,ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງສົນທິສັນຍາວ່າດ້ວຍສິດທິເດັກອານຸສັນຍາວ່າດ້ວຍການສະກັດກັ້ນປາບປາມ ແລະ ລົງໂທດການຄ້າມະນຸດໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.
          ທ່ານຮອງນາຍົກ ເນັ້ນຕື່ມວ່າ: ໃຫ້ຖືເອົາການປ້ອງກັນ ແລະ ສະກັດກັ້ນການຄ້າມະນຸດ ເປັນອັນຕົ້ນຕໍ ເພື່ອໂຄສະນາປູກຈິດສຳນຶກໃຫ້ທົ່ວສັງຄົມ ເຫັນໄດ້ເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການຄ້າມະນຸດ ເພື່ອໃຫ້ມີສະຕິລະວັງຕົວ ບໍ່ໃຫ້ຕົກເປັນເຫຍື່ອ ຫລື ຜູ້ຖືກເຄາະຮ້າຍຂອງການຄ້າມະນຸດສ້າງ ແລະ ປັບປຸງນິຕິກຳລະບອບລະບຽບການກົນໄກການຈັດຕັ້ງທີ່ຮັບຜິດຊອບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ລະອຽດຈະແຈ້ງ ແລະ ຮັດກຸມຍົກສູງຄວາມຮັບຜິດຊອບຂອງການຈັດຕັ້ງຊຸມຊົນຄອບຄົວບຸກຄົນຕໍ່ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃນຂອບເຂດທົ່ວປະເທດເອົາໃຈໃສ່ຕໍ່ການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ທັນເວລາໂດຍຖືເອົາຜູ້ຖືກເຄາະຮ້າຍເປັນໃຈກາງ ເພື່ອຮັບປະກັນໃຫ້ເຂົາເຈົ້າໄດ້ຮັບການຊ່ວຍເຫລືອ ເປັນຕົ້ນ ທີ່ພັກເຊົາທີ່ປຶກສາດ້ານກົດໝາຍການແພດການສຶກສາ ແລະ ການຝືກອົບຮົມວິຊາຊີບດ້ານເສດຖະກິດ ແລະ ການກັບຄືນສູ່ຄອບຄົວ ແລະ ສັງຄົມຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;ຖືເອົາການດຳເນີນຄະດີ ເປັນອັນສຳຄັນເພື່ອນຳເອົາຜູ້ກະທຳຜິດສະຖານການຄ້າມະນຸດມາລົງໂທດຕາມກົດໝາຍຢ່າງເຂັ້ມງວດ ລວມທັງຄ່າທົດແທນທາງແພ່ງໃຫ້ກັບຜູ້ຖືກເຄາະຮ້າຍສືບຕໍ່ການພົວພັນຮ່ວມມືກັບປະເທດຕ່າງໆໃນໂລກອົງການຈັດຕັ້ງອື່ນໆ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ການແລກປ່ຽນບົດຮຽນຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ກ່ຽວກັບການຕ້ານການຄ້າມະນຸດການປົກປ້ອງຊ່ວຍເຫລືອຜູ້ຖືກເຄາະຮ້າຍ ລວມທັງການຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍ ເພື່ອຕອບໂຕອາຊະຍາກຳຄ້າມະນຸດໃຫ້ມີປະສິດທິຜົນຫລາຍກວ່າເກົ່າ.



ທີ່ມາ ລາວພັດທະນາ

Ad