Top Ad

header ads

ລາວ-ຈີນ ຈະສືບຕໍ່ຮ່ວມມືຫຼາຍດ້ານ


  ການ​ເດີນ­ທາງ​ຢ້ຽມ­ຢາມ ສປ​ຈີນ ຂອງ​ຄະ­ນະ​ຜູ້​ແທນ​ລາວ ຊຶ່ງ​ນຳ​ໂດຍ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດລັດ­ຖະ­ມົນ­ຕີ​ກະຊວງ​ການ​ຕ່າງ­ປະ­ເທດ ທັງ​ສອງ​ຝ່າຍ​ໄດ້ປຶກ­ສາ​ຫາ­ລື​ກັນ​ຫຼາຍ​ປະ­ເດັນ ໂດຍ​ຕົກ­ລົງຈະ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ເພື່ອ​ຊຸກ­ຍູ້​ສາຍ​ພົວ­ພັນ​ສອງ​ປະ­ເທດ​ໃຫ້​ນັບມື້​ເຕີບ​ໃຫຍ່​ເຂັ້ມ­ແຂງ ໂດຍ​ສະ­ເພາະ​ດ້ານ ການ​ຄ້າ-ການ​ລົງ­ທຶນແລະ​ທ່ອງ​ທ່ຽວ.

    ຕອບ​ສະ­ໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານ ຫວາງ ອີ້, ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ ແຫ່ງ ສາ­ທາ­ລະ­ນະ​ລັດປະ­ຊາ­ຊົນ ຈີນ; ທ່ານ ສະ­ເຫຼີມ​ໄຊ ກົມມະ​ສິດ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ ປະ­ເທດ​ແຫ່ງ ສປປ ລາວ​ພ້ອມ​ດ້ວຍ​ຄະ­ນະ ໄດ້​ເດີນ­ທາງ​ຢ້ຽມ­ຢາມ​ສາ­ທາ­ລະ­ນະ​ລັດ ປະ­ຊາ­ຊົນ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ ທີ 2-4 ສິງ­ຫາ 2016 ນີ້.
    ໂດຍ​ໃນ​ວັນ​ທີ 3 ສິງ­ຫາ​ທີ່​ເຮືອນ​ຮັບ ແຂກ​ຂອງ​ລັດ­ຖະ­ບານ​ຈີນ ນະ­ຄອນ­ຫຼວງ ປັກ​ກິ່ງ, ສປ ຈີນ​ໄດ້​ມີ​ການ​ພົບ​ປະ​ສອງ ຝ່າຍ​ລະ­ຫວ່າງ ທ່ານ ຫວາງ ອີ້ ລັດ​ຖະ ມົນ­ຕີ​ຕ່າງ­ປະ­ເທດ ແຫ່ງ ສປ ຈີນ ແລະ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປປ ລາວ. ໃນ​ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້ສະ­ແດງ​ຄວາມ​ຍິນ​ດີ ແລະ​ຕີ​ລາ­ຄາ​ສູງ ຕໍ່ ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ພັກ-ສອງ​ລັດ ແລະ​ປະ­ຊາ­ຊົນ​ສອງ​ຊາດ ໃນ​ໄລ ຍະ​ຜ່ານ​ມາ​ທີ່​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ ຢ່າງ​ບໍ່​ຢຸດ​ຢັ້ງ ແລະ​ລົງ​ເລິກ​ໃນ​ວຽກ​ງານ ຕົວ​ຈິງ​ຫຼາຍ​ດ້ານ, ຊຶ່ງ​ເຫັນ​ໄດ້​ຈາກ​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ຊຶ່ງ​ກັນ ແລະ ກັນ​ຂອງ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ ປະ­ເທດ ໂດຍ​ສະ­ເພາະ​ແມ່ນ​ການ​ຢ້ຽມ ຢາມ​ຢ່າງ​ເປັນ​ທາງ​ການ​ທີ່ ສປ ຈີນ ຂອງ ທ່ານ​ເລ­ຂາ­ທິ­ການ​ໃຫຍ່, ປະ­ທານ​ປະ­ເທດແຫ່ງ ສປປ ລາວ ບຸນ​ຍັງ ວໍ­ລະ​ຈິດ ໃນ ຫວ່າງ​ບໍ່​ດົນ​ມາ​ນີ້; ສອງ​ຝ່າຍ​ເຫັນ​ດີ​ສືບ ຕໍ່​ຊຸກ­ຍູ້​ຮ່ວມ​ກັນ​ໃນ​ການ​ພົວ­ພັນ​ຮ່ວມ​ມືທາງ​ດ້ານ​ເສດ­ຖະ­ກິດ, ການ​ຄ້າ, ການ​ລົງ ທຶນ, ການ­ທ່ອງ­ທ່ຽວ ແລະ​ດ້ານ​ອື່ນໆ, ຊຶ່ງ ໃນ​ປີ­ຜ່ານ­ມາ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ໄດ້​ບັນ­ລຸ​ເຖິງ 3 ຕື້​ກວ່າ ໂດ​ລາ​ສະ­ຫະ­ລັດ, ການ​ລົງ­ທຶນ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ​ຂອງ ຈີນ ຢູ່ ລາວ ຈັດ​ຢູ່​ໃນ​ອັນ​ດັບ 1 ລວມ​ມີ 760 ໂຄງ­ການ, ລວມ​ມູນ​ຄ່າ 6 ຕື້​ກວ່າ ໂດ​ລາ​ສະ­ຫະ­ລັດ,ຈຳ­ນວນ​ນັກ​ທ່ອງ​ທ່ຽວ ຈີນ​ເຂົ້າ​ມາ ສປປ ລາວ ຫຼາຍ​ກວ່າ 1 ລ້ານ​ເທື່ອ​ຄົນ ແລະ​ນັກ​ທ່ອງ​ທ່ຽວ​ລາວ ກໍ່​ເຂົ້າ​ມາ​ຈີນ​ຫຼາຍ​ຂຶ້ນ.
    ໃນ​ນີ້, ໂຄງ­ການ​ຮ່ວມ​ມື ທີ່​ພົ້ນ​ເດັ່ນ ແມ່ນ​ຜົນ­ສຳ­ເລັດ​ຂອງ​ການ​ສົ່ງ​ດາວ​ທຽມ​ລາວ​ດວງ​ທຳ​ອິດ​ຂຶ້ນ​ສູ່​ວົງ​ໂຄ­ຈອນ ແລະ ໂຄງ­ການ​ກໍ່­ສ້າງ ທາງ​ລົດ­ໄຟ ລາວ-ຈີນ; ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດ​ກິດ­ຈະ­ກຳ​ຕ່າງໆ​ຮ່ວມ​ກັນ ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ​ເພື່ອ ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນການ​ທູດ ລາວ-ຈີນ ຄົບ­ຮອບ 55 ປີ ໃນ ປີ 2016 ນີ້ ໃຫ້​ມີ​ຄວາມ​ໝາຍ​ສຳ­ຄັນ ແລະ​ມີ​ຜົນ­ສຳ­ເລັດ​ດີ; ເຫັນ​ດີ​ຊຸກ­ຍູ້​ພາກ ສ່ວນ​ກ່ຽວ­ຂ້ອງ​ຂອງ​ສອງ​ຝ່າຍ ລາວ-ຈີນສືບ­ຕໍ່​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ແຜນວຽກ​ຕ່າງໆ​ຮ່ວມ​ກັນ ໂດຍ​ສະ­ເພາະ​ແມ່ນ ການ​ຮ່ວມ​ມື​ກັນ​ຄົ້ນ­ຄວ້າ​ເພື່ອ​ເຮັດ​ໃຫ້​ແຜນ ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ 8 ຂອງ​ລາວ ແລະ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ 13 ຂອງ​ຈີນ ເຊື່ອມ​ເຂົ້າ­ກັນ ໂດຍ​ປິ່ນ​ອ້ອມ​ຍຸດ​ທະ​ສາດ “ໜຶ່ງ​ແລວ​ທາງ, ໜຶ່ງ​ເສັ້ນ­ທາງ” ຂອງ​ຈີນວາງ​ອອກ​ກັບ​ນະ­ໂຍ­ບາຍ​ຫັນ​ປະ­ເທດ​ລາວຈາກ​ປະ­ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ­ເລ​ເປັນປະ­ເທດ​ເຊື່ອມ​ຈອດ.
   ສປປ ລາວ ຍິນ​ດີ​ຕ້ອນ­ຮັບ​ການ​ນຳ ຂັ້ນ​ສູງ​ຂອງ​ຈີນ​ເດີນ­ທາງ​ໄປ​ຢ້ຽມ­ຢາມ ແລະ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ ຊຽນ ແລະ​ກອງ​ປະ­ຊຸມ​ກ່ຽວ­ຂ້ອງ​ອື່ນໆ​ຢູ່ ສປປ ລາວ, ສປ ຈີນ ກໍ​ຍິນ​ດີ​ຕ້ອນ​ຮັັບ​ການ ນຳ​ຂັ້ນ​ສູງ​ຂອງ ສປປ ລາວ ເດີນ­ທາງ​ເຂົ້າ ມາ​ຮ່ວມ​ກອງ​ປະ­ຊຸມ ຈີ-20 ແລະ​ຢ້ຽມ ຢາມ​ຢູ່ ສປ ຈີນ; ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ ຢ່າງ​ໃກ້­ຊິດ​ໃນ​ການ​ແກ້​ໄຂ​ບັນ­ຫາ​ການ ລັກ­ລອບ​ຄ້າ­ຂາຍ​ຢາ​ເສບ​ຕິດ, ການ​ເຂົ້າ ອອກ​ເມືອງ​ແບບ​ຜິດ​ກົດ­ໝາຍ ແລະ​ບັນ ຫາ​ການ​ຄ້າ​ມະ­ນຸດ.
   ນອກ­ຈາກ​ນີ້, ສອງ​ຝ່າຍ​ຍັງ​ໄດ້​ຕີ​ລາ ຄາ​ສູງ​ຕໍ່​ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ​ທີ່​ໄດ້​ມີ​ຄວາມ​ຄືບ​ໜ້າຢ່າງ​ຫຼວງ­ຫຼາຍ​ພາຍ­ຫຼັງ​ທີ່​ໄດ້​ສ້າງ­ຕັ້ງ​ຂຶ້ນ ມາ​ພຽງ 1 ປີ; ຊົມ­ເຊີຍ​ການ​ຮ່ວມ​ມື​ຂອງ ອາ​ຊຽນ-ຈີນ​ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ແລະ ໃນ​ມໍ່ໆນີ້ຈະ​ມີ​ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ເຫຼີມສະ­ຫຼອງ​ການ​ຮ່ວມ​ມື​ອາ​ຊຽນ-ຈີນ ຄົບ ຮອບ 25 ປີ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ.
    ໃນ​ການ​ຢ້ຽມ­ຢາມ​ຄັ້ງ​ນີ້, ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ພ້ອມ​ດ້ວຍ​ຄະ­ນະ ໄດ້ເຂົ້າ​ຢ້ຽມ​ຄຳ­ນັບ ທ່ານ ຢາງ ເຈ້ຍສື ທີ່ປຶກ­ສາ​ແຫ່ງ​ລັດ ສປ ຈີນ. ໃນ​ໂອ­ກາດ​ດັ່ງ ກ່າວ​ທ່ານ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ລາວ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ ແຫ່ງ ສປປ ລາວ ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ພັກ, ລັດ­ຖະ­ບານ ແລະ​ປະ­ຊາ­ຊົນ​ຈີນ ທີ່​ໄດ້​ໃຫ້ ການ​ຊ່ວຍ­ເຫຼືອ​ສະ­ໜັບ­ສະ­ໜູນ​ອັນ​ໃຫຍ່ ຫຼວງ ແກ່ ສປປ ລາວ​ມາ​ໂດຍ​ຕະ­ຫຼອດ ໂດຍ​ສະ­ເພາະ​ໃນ​ໂອ­ກາດ​ທີ່ ສປປ ລາວ ເປັນ​ເຈົ້າ­ພາບ​ປະ­ທານ​ອາ​ຊຽນ​ໃນ​ປີ 2016 ນີ້; ພັກ, ລັດ­ຖະ­ບານ ແລະ​ປະ­ຊາ­ຊົນ​ລາວ ຈະ​ພະ­ຍາ­ຍາມ​ຮ່ວມ​ກັບ​ຝ່າຍ​ຈີນ ເພື່ອພ້ອມ​ກັນ​ປົກ​ປັກ​ຮັກ­ສາ ແລະ​ເພີ່ມ​ພູນ​ຄູນ ສ້າງ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ​ຄູ່​ຮ່ວມ ມື​ຍຸດ​ທະ​ສາດ​ຮອບ­ດ້ານ​ໃຫ້​ນັບ​ມື້​ໄດ້​ຮັບການ​ເສີມ​ຂະ­ຫຍາຍ​ເຂົ້າ​ສູ່​ລວງ​ເລິກ​ຕົວຈິງ ແລະ​ມີ​ປະ​ສິດ­ທິ​ຜົນ​ໃນ​ທຸກ​ຂົງ­ເຂດ ວຽກ​ງານ​ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ ຊົນ​ສອງ​ຊາດ, ເພື່ອ​ສັນ­ຕິ­ພາບ, ການ​ຮ່ວມ ມື ແລະ​ການ​ພັດ­ທະ­ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

Ad