Top Ad

header ads

ຮູ້ທັນອາການໄສ້ຕິ່ງອັກເສບ


ໄສຕິ່ງອັກເສບ ຈະເຈັບທ້ອງແບບເຈັບສຽບ ທີ່ພົບຫລາຍທີ່ສຸດ ໂດຍສະເພາະ ໃນໄວໜຸ່ມສາວທີ່ ອາຍຸບໍ່ເກີນ 30 ປີ ເກີດຂຶ້ນໄດ້ທັງຜູ້ຍິງ ແລະ ຜູ້ຊາຍ.
ສາເຫດຂອງການ ເກີດໄສຕິ່ງອັກເສບນັ້ນ ເກີດຈາກການອັດຕັນ ຂອງໄສຕິ່ງຈາກອາຈົມ ທີ່ແຂງເກີນໄປ ຫລື ມີກ້ອນຊີ້ນປົ່ງ ເຮັດໃຫ້ອັດຕັນ ແລະ ເກີດການອັກເສບຂຶ້ນມາ ໂດຍອາການ ຂອງຜູ້ເປັນໄສຕິ່ງສ່ວນໃຫຍ່ ຈະມີອາການເຈັບທ້ອງ ບອກຕຳແໜ່ງທີ່ເຈັບໄດ້ ບໍ່ແນ່ນອນເຈັບເປັນໄລຍະ ຫລື ຕະຫລອດເວລາກໍ່ໄດ້ ແຕ່ໂດຍທົ່ວໄປ ມັກຈະເຈັບ ຕະຫລອດເວລາ
ຫລັງຈາກນັ້ນ ອາການເຈັບຈະເລີ່ມຍ້າຍ ໄປຫາທ້ອງນ້ອຍດ້ານຂວາ ແລະ ອາດມີໄຂ້ນຳອີກ ເຊິ່ງຜູ້ເຈັບບາງຄົນອາດ ຈະມີອາການບໍ່ ເປັນຄືທີ່ໄດ້ກ່າວມາ ຂຶ້ນຢູ່ກັບຕຳແໜ່ງ ຂອງໄສ້ຕິ່ງເຊັ່ນ: ບາງທີອາດເຈັບທ້ອງ ດ້ານຂວາເທິງ ຫລື ເຄິ່ງກາງກໍ່ມີຖ້າປາຍ ຂອງໄສຕິ່ງຍາວໄປເຖີງບໍລິເວນນັ້ນ.
ການຮັກສາ ໄສຕິ່ງອັກເສບບໍ່ວ່າ ໄສຕິ່ງຈະແຕກ ຫລື ບໍ່ແຕກມີແຕ່ການຜ່າຕັດ ຖ້າຫາກບໍ່ໄປຮັກສາອາດ ເກີດມີພະຍາດແຊກຊ້ອນໄດ້ ເຊັ່ນໄສ້ຕິ່ງກາຍເປັນຝີ ໃນທ້ອງຕ້ອງຜ່າຕັດອອກ ຫລື ໄສຕິ່ງແຕກມີໜອງອອກມາພາຍ ໃນຊ່ວງທ້ອງເຮັດໃຫ້ເສີຍຊີວິດໄດ້.
ດັ່ງນັ້ນ ຫາກມີອາການເຈັບທ້ອງ ໂດຍບໍ່ຮູ້ສາເຫດ ຢ່າຟ້າວກິນຢາແກ້ປວດ ຄວນໄປກວດ ເພື່ອໃຫ້ຮູ້ລະອຽດ ເພາະການກິນຢາແກ້ປວດ ຈະເຮັດໃຫ້ກວດພະຍາດຢາກ ຫລື ກວດບໍ່ພົບເຫັນ ເພາະຢາຈະປິດ ອາການເຈັບທ້ອງ ຖ້າຫາກເຈັບທ້ອງເກີນ 6 ຊົ່ວໂມງ ຄວນຮີບໄປຫາແພດ ເພາະສ່ວນໃຫຍ່ແລ້ວ ຖ້າບໍ່ເປັນໄສຕິ່ງອັກເສບ ກໍ່ມັກເປັນອາການຮ້າຍແຮງອື່ນໆ.


ທີ່ມາ ສຳນັກຂ່າວສານປະເທດລາວ
Ad