Top Ad

header ads

ແຂວງຫຼວງນໍ້າທາ ປະເມີນການຈັດຕັ້ງປະຕິບັດ ແລະ ປືກສາຫາລືກ່ຽວກັບການປັບປຸງກົດໜາຍວ່າດ້ວຍສະຖິຕິ


ໃນຕອນເຊົ້າຂອງວັນທີ 17 ສິງຫາ 2016 ຜ່ານມາ ພະແນກແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງກົດໜາຍວ່າດ້ວຍສະຖິຕິຂອງແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານນາງ ພອນສະຫຼີ ສຸກສະຫວັດ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ໂດຍມີບັນດາທ່ານເຈົ້າເມືອງ ຮອງເຈົ້າເມືອງຈາກ 5 ເມືອງຄື ເມືອງຫຼວງນໍ້າທາ ເມືອງສິງ ເມືອງລອງ ເມືອງວຽງພູຄາ ແລະ ເມືອງນາແລ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານນາງ ສຸລະພັນພິມພາ ພົງສະຫວັດ ຮອງຫົວໜ້າກົມບໍລິການສະຖິຕິ ສູນສະຖິຕິແຫ່ງຊາດ ໄດ້ຜ່ານເອກະສານກ່ຽວກັບສະຖິຕິ ເປັນຕົ້ນວຽກງານປະເມີນກົດໜາຍວ່າດ້ວຍສະຖິຕິ ບົດສະເໜີກ່ຽວກັບການປັບປຸງກົດໜາຍວ່າດ້ວຍສະຖິຕິ 11 ພາກ ມີ 82 ມາດຕາ ນຳສະເໜີຮ່າງກົດໜາຍວ່າດ້ວຍສະຖິຕິສະບັບປັບປຸງ ໂຄງປະກອບການນຳສະເໜີ ສະພາບການປະຕິບັດ ກົດໜາຍວ່າດ້ວຍສະຖິຕິທີ່ຜ່ານມາ ແລະ ບັນຫາທີ່ຕ້ອງແກ້ໄຂ ເປົ້າໜາຍ ເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍວ່າດ້ວຍສະຖິຕິ ໂຄງປະກອບ ແລະ ເນື້ອໃນຂອງບາງມາດຕາທີ່ສະເໜີປັບປຸງ ແລະ ເພີ່ມຕື່ມ ຊັບພະຍາກອນ ກົນໄກ ແລະ ອົງການຈັດຕັ້ງປະຕິບັດ ຄາດຄະເນຜົນໄດ້ຮັບຈາກການປັບປຸງກົດໝາຍ ແຜນໃນການປັບປຸງກົດໝາຍວ່າດ້ວຍສະຖິຕິ ບາງບັນຫາທີ່ຈະໄດ້ເອົາໃຈໃສ່ໃນການປັບປຸງເນື້ອໃນ ການສົນທະນາໃນການປັບປຸງກົດໜາຍວ່າດ້ວຍສະຖິຕິ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ສະພາທີ່ປຶກສາດ້ານສະຖິຕິ ການຈັດຕັ້ງສະຖິຕິແຫ່ງຊາດ ການສ້າງສະຖິຕິ ນຳສະເໜີຮ່າງກົດໜາຍວ່າດ້ວຍສະຖິຕິສະບັບປັບປຸງ ປະເມີນການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍສະຖິຕິ ເຜີຍແຜ່ແຜນພັດທະນາລະບົບສະຖິຕິ 5 ປີ (2016- 2020) ຂອງແຂວງ ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການແລກປ່ຽນ ປະກອບຄຳຄິດຄຳເຫັນເຊິ່ງກັນແລະກັນຕື່ມອີກ.
ທັງນີ້ກໍເພື່ອເປັນການເຊື່ອຊື່ມເອກະສານໃຫ້ພະນັກງານຫຼັກແຫຼ່ງເພື່ອຮູ້ໄດ້ກໍານົດຫຼັກການ ລະບຽບການ ມາດຕະການ ກ່ຽວກັບການຈັດຕັ້ງ ການຄຸ້ມຄອງ ການຕິດຕາມ ແລະ ການກວດກາວຽກງານສະຖິຕິ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຢ່າງເປັນລະບົບ ທັນສະໄໜ ໜັກແໜ້ນ ແລະ ມີປະສິດທິພາບ ແນໃສ່ຮັບປະກັນຂໍ້ມູນສະຖິຕິຄົບຖ້ວນ ຊັດເຈນ ທັນເວລາ ແລະ ສອດຄ່ອງກັບຄວາມຈິງ ສາມາດເປັນບ່ອນອີງໃຫ້ແກ່ການກຳນົດທິດທາງ ໜ້າທີ່ຮວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດໃຫ້ມັ່ງຄັ່ງ ເຂັ້ມແຂງ ຍຸຕິທຳ ແລະ ສີວິໄລ.

ທີ່ມາແຫຼ່ງຂ່າວ:  Vientiane Today
Ad