Top Ad

header ads

ນາຍົກ ເນັ້ນກະຊວງສຶກສາ ກະກຽມເງື່ອນໄຂ ໃຫ້ແກ່ການເປີດສົກຮຽນໃໝ່

ໃນກອງປະຊຸມລັດຖະບານສະໄໝສາມັນຄົບຄະນະ ປະຈໍາເດືອນສິງຫາ 2016 ທີ່ມີຂຶ້ນເມື່ອທ້າຍອາທິດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ກະຊວງສຶກສາທິການ ແລະ ກິລາ ກະກຽມເງື່ອນໄຂ ໃຫ້ແກ່ການເປີດສົກຮຽນໃໝ່ ສົກປີ 2016-2017 ໃຫ້ດໍາເນີນໄປຕາມແຜນການ ແລະ ຕາມຫຼັກສູດການຮຽນ-ການສອນ ເພື່ອເຮັດແນວໃດ ສ້າງໃຫ້ລູກຫຼານ ແລະ ຊາວໜຸ່ມພວກເຮົາ ມີຄວາມຮູ້,ຄວາມສາມາດ ພ້ອມທັງ ປູກຈິດສໍານຶກໃຫ້ເຂົາເຈົ້າ ມີແນວຄິດຮັກຊາດ, ຮັກລະບອບໃໝ່ຂອງພວກເຮົາ.
ພ້ອມນັ້ນກໍໃຫ້ ຕີຖອຍປະກົດການຫຍໍ້ທໍ້ ໃນຂະແໜງສຶກສາ ເຊັ່ນ: ປະກົດການຈ້າງເຂົ້າຮຽນຈ້າງເຮັດຄະແນນ ແລະ ໃບປະກາດ ທີ່ຈະເຮັດໃຫ້ຄຸນນະພາບຂອງຊັບພະຍາກອນມະນຸດ ເຊື່ອມຖອຍ ແລະ ຂາດຄວາມສາມາດແຂ່ງຂັນ ໃນເງື່ອນໄຂ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ນັບມື້ນັບກວ້າງຂວາງ.
Ad