Top Ad

header ads

ນາຍົກເນັ້ນກຳລັງ ປກສ ກຽມພ້ອມໃຫ້ດີເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນມີຄວາມສະຫງົບປອດໄພ



  ໃນໂອກາດເຂົ້າຮ່ວມຊົມການຝຶກຊ້ອມຂອງເຫລົ່າຮົບວິຊາສະເພາະກລັງປ້ອງກັນຄວາມສະຫງົບທີ່ຈະຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28,29 ແລະ ກອງປະຊຸມ ສຳຄັນປິ່ນອ້ອມ ອື່ນໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດໃນຂຶ້ນຕົ້ນເດືອນກັນຍານີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອທ້າຍອາທິດຜ່ານມານີ້ຢູ່ກອງບັນຊາ ການປ້ອງກັນເຄື່ອນທີ່ນະຄອນ ຫລວງວຽງຈັນ. ທ່ານໄດ້ໃຫ້ກຽດໂອ້ລົມເນັ້ນໃຫ້ພະນັກງານນັກຮົບທຸກພາກສ່ວນຈົ່ງກະກຽມຄວາມພ້ອມໃຫ້ດີຮອບ ດ້ານໂດຍສະເພາະຍົກສູງນ້ຳໃຈປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບພິຊອບສູງມີເຕັກນິກວິຊາການ-ວິຊາສະເພາະ ແລະ ສິລະປະຍຸດທີ່ດີ ເພື່ອເຮັດໜ້າທີ່ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 2829 ແລະ ກອງປະຊຸມສຳຄັນປິ່ນອ້ອມອື່ນໆທີ່ປະເທດເຮົາເປັນເຈົ້າພາບເທື່ອນີ້ໃຫ້ມີຄວາມປອດໄພ 100% ແລະ ມີຜົນສຳເລັດຈົບງາມ,ຊຶ່ງທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນຢ່າງສູງຕໍ່ເຫລົ່າຮົບ
ກຳລັງ ປກສ ຈະສາມາດຮັກສາໄດ້ມູນເຊື້ອທີ່ດີງາມ ແລະ ກ້າຫານຂອງຕົນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານເໝືອນດັ່ງຮັບໃຊ້ປ້ອງກັນຫລາຍໆກອງປະຊຸມລະດັບພາກພື້ນ ແລະ ສາກົນທີ່ປະເທດເຮົາເຄີຍໄດ້ຮັບກຽດເປັນເຈົ້າພາບຈັດໃນໄລະຍະຜ່ານມາຈົນມີຜົນສຳເລັດດີ.


ທີ່ມາ  http://laophatthananews.blogspot.com/2016/08/blog-post_78.html
Ad