Top Ad

header ads

ລະເບີດໂຈມຕີສູນລັດຖະບານໃນໂຊມາເລຍ ຕາຍເຈັບຈຳນວນຫຼາຍ

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂມກາດີຊູ ປະເທດໂຊມາເລຍ ເມື່ອວັນທີ 22 ສິງຫາວ່າ ເກີດເຫດລະເບີດຂ້າໂຕຕາຍຜ່ານການຈູດຊະນວນລະເບີດໃນລົດຢ່າງໜ້ອຍ 2 ຄັ້ງ ບໍລິເວນປະຕູທາງເຂົ້າສູນລັດຖະບານນຂອງເມືອງກັນຄາໂຍໃນເຂດປົກຄອງຂອງຕົນເອງ ພຸນແລນ ເຊິ່ງຢູ່ຫ່າງຈາກກຸງໂມກາດີຊູຂື້ນໄປທາງຕາເວັນອອກສຽງເໜືອປະມານ 700 ກິໂລແມັດ ເມື່ອວັນອາທິດແຮງລະເບີດສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນແລະບາດເຈັບອີກບໍ່ຕ່ຳກວ່າ 30 ຄົນ
ຫຼັງເກີດເຫດກຸ່ມອັນ-ຊາບັບອອກຖະແຫຼງການອ້າງເປັນຜູ້ກໍ່ເຫດ ໂດຍມີເປົ້າໝາຍຄືການທຳລາຍສະຖຽນລະພາບຂອງລັດຖະບານໂຊມາເລຍທີ່ອ່ອນແອຢູ່ແລ້ວ ແມ້ໄດ້ຮັບການສະໜັບສະໜູນຈາກ ສປຊ ໂດຍມີເປົ້າໝາຍສຳຄັນຄື ການສະຖາປະນາລັດອິດສະລາມພາຍໃນອະນາເຂດຂອງໂຊມາເລຍ ແລະປະກາດໃຊ້ກົດໝາຍຊາຣີອະ ຂະນະທີ່ທຳນຽບຂາວອອກຖະແຫຼງການປະນາມເຫດການທີ່ເກີດຂື້ນດ້ວຍວ່າ ເປັນການບ່ອນທຳລາຍຂະບວນການປ່ຽນຜ່ານແລະຖ່າຍໂອນອຳນາດທາງການເມືອງຂອງໂຊມາເລຍ ທີ່ກຳລັງຈະມີການເລືອກຕັ້ງສະມາຊິກສະພາຜູ້ແທນປະຊາຊົນໃນເດືອນກັນຍານີ້ ແລະຕາມດ້ວຍການເລືອກຕັງປະທານປະເທດໃນເດືອນຕຸລາ

Ad