Top Ad

header ads

ອຸຕຸເຕືອນຫລາຍທ້ອງຖິ່ນໃຫ້ເຝົ້າລະວັງລະດັບແມ່ນ້ຳຢ່າງໃກ້ຊິດ



  ເນື່ອງຈາກໃນໄລຍະນີ້ ມີສະພາບຝົນຕົກໃນລະດັບປານກາງຫາຕົກໜັກຢູ່ບັນດາແຂວງພາກເໜືອເຮັດໃຫ້ແມ່ນ້ຳສາຂາຕ່າງໆຂຶ້ນສູງກາຍເຂດລະວັງໄພ ແລະ ລົ້ນຖ້ວມຢູ່ຫລາຍທ້ອງຖິ່ນຈາກນັ້ນ ກໍໄຫລລົງສູ່ແມ່ນ້ຳຂອງ ໄດ້ເຮັດໃຫ້ລະດັບແມ່ນ້ຳຂອງຂຶ້ນສູງ ແລະ ໄດ້ມີບາງແຂວງຂຶ້ນໃກ້ເຂດລະວັງໄພແລ້ວ.


          ມາຮອດວັນທີ 24 ສິງຫາ 2016ໜ່ວຍງານວັດແທກລະດັບນ້ຳກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານວ່າ: ຢູ່ນະຄອນຫລວງວຽງຈັນ ແທກໄດ້ 9,60 ແມັດຫລວງພະບາງ 12,64 ແມັດປາກຊັນ 12,39 ແມັດທ່າແຂກ 11,22 ແມັດຂົວເຊ 15,10 ແມັດ ແລະ ໜ້າເຂື່ອນນ້ຳງື່ມ 207,79 ແມັດຊຶ່ງໂຕເລກນີ້ ແມ່ນຍັງຕ່ຳກວ່າເຂດລະວັງໄພ 2-5 ແມັດ,ເຖິງ
ຢ່າງໃດ ກໍຄວນຕິດ ຕາມ ແລະ ເຝົ້າລະວັງລະດັບນ້ຳຢ່າງເປັນປົກກະຕິຍ້ອນສະພາບຝົນໃນໄລຍະນີ້ ຍັງຕົກບໍ່ຂາດຊ້ວງ. ນອກນີ້ ຍັງມີບາງຈຸດທີ່ນ້ຳຂຶ້ນສູງກາຍເຂດລະວັງໄພ ແລະ ເຂດອັນຕະລາຍເຊັ່ນ: ນ້ຳເຊໂດນ ເມືອງຄົງເຊໂດນເຊບັ້ງໄຟ ຂົວເຊບັ້ງໄຟນ້ຳຊັນ ເມືອງບໍລິຄັນນ້ຳຊອງ ເມືອງວັງວຽງ ແລະ ນ້ຳຄານຊຶ່ງເຮັດໃຫ້ມີນ້ຳຖ້ວມໄຫລຊຸແຮງ ແລະ ຖ້ວມຍຶ່ງໃນເຂດດັ່ງກ່າວອີກດ້ວຍ.


ທີ່ມາ ລາວພັດທະນາ
Ad