Top Ad

header ads

ຝູງບິນ F-35 ຂອງກອງ­ທັບອາ­ກາດ ສ ອາເມຣິກາ ກຽມ­ພ້ອມສູ້ຮົບ




ກອງ­ທັບອາ­ກາດ ສ ອາເມຣິກາ ຖະ­ແຫຼງເມື່ອວັນທີ 2 ສິງຫານີ້ວ່າ ຝູງເຮືອ­ບິນສູ້ຮົບ F-35 ທຳອິດທີ່ຜະ­ລິດໂດຍກຸ່ມບໍ­ລິ­ສັດ Lockheed Martin ໃຫ້ແກ່ເຫຼົ່າທັບດັ່ງ­ກ່າວ ໄດ້ມີຄວາມພ້ອມໃນການສູ້ຮົບແລ້ວ ຊຶ່ງເປັນຂີດໝາຍໃນໂຄງ­ການພັດ­ທະ­ນາເຮືອ­ບິນລຸ້ນໃໝ່ຫຼ້າສຸດຂອງ ສ ອາເມຣິກາ ທີ່ໄດ້ປະເຊີນກັບການຖືກໂຈະມາຫຼາຍຄັ້ງ.
ນີ້ຖືວ່າເປັນບາດ­ກ້າວພັດທະນາໜຶ່ງອີກຂອງໂຄງ­ການທີ່ມີມູນຄ່າ 379 ຕື້ໂດລາສະ­ຫະ­ລັດ ຊຶ່ງເປັນໂຄງ­ການໃຫຍ່ສຸດຂອງທຳນຽບຫ້າແຈ (ກະ­ຊວງປ້ອງກັນປະ­ເທດ ສ ອາເມຣິກາ).
ບັນ­ດາເຈົ້າໜ້າ­ທີ່ໃຫ້ຮູ້ວ່າ ເຮືອ­ບິນສູ້ຮົບ F-35 ຈະເຮັດໃຫ້ກອງ­ທັບ ສ ອາເມຣິກາ ມີຄວາມສາ­ມາດກວດຫາເຮືອ­ບິນຂອງຝ່າຍກົງ­ກັນ­ຂ້າມ ແລະ ໄພຄຸກຄາມອື່ນໆໄດ້ຫຼາຍກວ່າທີ່ມີຢູ່ໃນປັດ­ຈຸ­ບັນ ເຮັດໃຫ້ເຮືອ­ບິນໂຈມຕີເປົ້າໝາຍ ແລະ ຫາຍຕົວໄປໃນເວ­ລາທີ່ຖືກກວດພົບ.
ຫ້ອງ­ການຮັບ­ຜິດ­ຊອບໂຄງການ F-35 ຂອງທຳນຽບຫ້າແຈ ໃຫ້ຮູ້­ເມື່ອວັນທີ 1 ສິງ­ຫາທີ່ຜ່ານມາວ່າ ເຮືອ­ບິນ F-35A ໄດ້ຍິງລູກສອນໄຟ AIM-9X ຈາກໜ້າດິນສູ່ອາ­ກາດໜ່ວຍໜຶ່ງ ແລະ ໄດ້ກຳ­ຈັດເປົ້າໝາຍຈຳ­ລອງທີ່ເປັນເຮືອ­ບິນແບບບໍ່ມີຄົນຂັບ ຢູ່ໃນສະ­ໜາມທົດລອງແຫ່ງໜຶ່ງ ຢູ່ນອກຝັ່ງທະ­ເລໃນລັດ ຄາລີຟໍເນຍ ເມື່ອວັນທີ 28 ກໍ­ລະ­ກົດທີ່ຜ່ານມາ ປັດ­ຈຸ­ບັນນີ້ ກອງ­ທັບອາ­ກາດ ສ ອາເມຣິກາ ມີແຜນ­ການຈັດຊື້ເຮືອ­ບິນ F-35A ລວມແລ້ວ ມີຈຳ­ນວນ 1.763 ລຳ ກາຍ­ເປັນປະ­ເທດທີ່ຄອບຄອງເຮືອ­ບິນປະເພດນີ້ຫຼາຍສຸດໃນໂລກ.
ກ່ອນໜ້ານັ້ນ ກອງກຳ­ລັງສະເທືອນນ້ຳສະ­ເທືອນບົກ ສ ອາເມຣິກາ ກໍ່ໄດ້ຖະ­ແຫຼງວ່າ ຝູງບິນ F-35 ທຳອິດຂອງກອງກຳ­ລັງນີ້ ໄດ້ມີຄວາມພ້ອມໃນການສູ້ຮົບມາແລ້ວ ເມື່ອເດືອນກໍ­ລະ­ກົດທີ່ຜ່ານມາ.


ທີ່ມາ Pathedlao lao
Ad