Top Ad

header ads

ແອັບເປິລປ່ອຍ IOS Public Beta 3 ໃຫ້ກັບຜູ້ໃຊ້ທົ່ວໄປແລ້ວ

ທີ່ຜ່ານມາ ແອັບເປິລ ໄດ້ປ່ອຍ iOS 10 Beta 4 ໃຫ້ກັບນັກພັດທະນາທົດລອງກັນ ແລະວັນນີ້ແອັບເປິລໄດ້ປ່ອຍ iOS 10 Public Beta 3 ໃຫ້ກັບຜູ້ໃຊ້ທົ່ວ ໄປຄືກັນ.

     ໂດຍຄຸນສົມບັດຕົ້ນຕໍທີ່ເພີ່ມ ເຂົ້າມາໃນ Public Beta 3 ນັ້ນຈະຄ້າຍໆຄືກັບ iOS 10 Beta 4 ນັ້ນກໍ່ຄືເພີ່ມ  Emoji ແບບໃໝ່ກົດຄີບອດແບບໃໝ່, ສະແດງວັນທີ ເທິງ  Notification Center ແລ້ວ, ປິດ Haptic Feedback ຕອນປົດລ໋ອກເຄື່ອງແລະອື່ນໆ.
     ຜູ້ໃຊ້ທີ່ສົນໃຈ Apple ແນະນຳວ່າຊອປແວນີ້ຍັງເປັນເວິເຊິນ ທົດລອງ ຊຶ່ງບໍ່ຮູ້ວ່າຈະເກີດບັນຫາຂຶ້ນມື້ໃດຈິ່ງແນະນຳໃຫ້ຕິດຕັ້ງເທິງຄອມພີວເຕີ ຫຼື  iPhone, iPad ເຄື່ອງສຳຮອງເພາະການຕິດຕັ້ງ ເທິງເຄື່ອງຫຼັກອາດຈະເຮັດໃຫ້ຄ້າງ ແລະເສຍງານການໄດ້.
     ສຳລັບຜູ້ທີ່ສົນໃຈສາມາດສະ ໝັກສາມະຊິກໄດ້ຜ່ານ Apple Beta Software Program ສ່ວນຜູ້ທີ່ເຄີຍທົດລອງມາແລ້ວ ສາມາດໃຊ້ກັບບັນຊີເດີມໄດ້ເລີຍ ຊຶ່ງໃນເວັບໄຊຈະມີວິທີຕິດຕັ້ງອະທິບາຍໃຫ້ຮຽບຮ້ອຍ.


Ad