Top Ad

header ads

ເຮືອ­ບິນສູ້ຮົບຂອງຝຣັ່ງ ຖິ້ມລະ­ເບີດໃສ່ຖານທີ່ໝັ້ນຂອງ IS ຢູ່ໃນຊີຣີ



ແຫຼ່ງຂ່າວຈາກ Sputniknews.com ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດຝຣັ່ງ ແຈ້ງໃຫ້ຮູ້ເມື່ອວັນທີ 21 ສິງຫາ ວ່າ ໃນວັນດຽວກັນ ເຮືອບິນສູ້ຮົບຂອງຝຣັ່ງ ໄດ້ປະຕິບັດການຖິ້ມລະເບີດໃສ່ຖານທີ່ໝັ້ນແຫ່ງໜຶ່ງຂອງອົງການລັດອິສລາມ (IS) ຢູ່ໃນເມືອງຣັກກາ (ພາກເໜືອຊີຣີ).
ກະຊວງປ້ອງກັນປະເທດຝຣັ່ງ ໃຫ້ຮູ້ວ່າ ເຮືອບິນສູ້ຮົບ Rafale ແລະ Mirage 2000 ຈຳ¬ນວນ 4 ລຳ ພ້ອມດ້ວຍເຮືອບິນ Atlantique 2 ອີກລຳໜຶ່ງ ໄດ້ຍິງລູກສອນໄຟເຄື່ອນທີ່ SCALP ຈຳນວນ 12 ຫົວ ລົງໃສ່ຖານທີ່ໝັ້ນດັ່ງກ່າວຂອງ IS.
ຂ່າວໃຫ້ຮູ້ອີກວ່າ ປັດຈຸບັນນີ້ ເຮືອບິນສູ້ຮົບຂອງຝຣັ່ງ ກໍ່ໃຫ້ການໜູນຊ່ວຍທາງອາກາດໃຫ້ແກ່ພົນທະຫານຂອງອີຣັກ ແລະ ກອງກຳລັງຊາວເຄີດ ຢູ່ໃກ້ກັບເມືອງໂມຊູລ ຂອງອີຣັກ ອີກດ້ວຍ.
Ad