Top Ad

header ads

[ອັນດັບ] 10 ອັນດັບຄົນລວຍທີ່ສຸດໃນໂລກ ປີ 2016 ບຸກຄົນວົງການເທັກໂນໂລຢີ ຕິດຫຼາຍຄົນ

10 ອັນດັບຄົນທີ່ລວຍທີ່ສຸດໃນໂລກ ບອກເລີຍວ່າແຕ່ລະຄົນບໍ່ໄດ້ລວຍຫຼິ້ນໆ ແຕ່ຊັບສິນລວມກັນແລ້ວ ອາດຫຼາຍກວ່າ GDP ຂອງບາງປະເທດອີກດ້ວຍ.
ການຈັດອັນດັບມະຫາເສດຖີລະດັບໂລກ ບໍ່ແມ່ນເລື່ອງທີ່ຕັດສິນໃຈໄດ້ງ່າຍ, ແຕ່ Wealth-X ບໍລິສັດວິໄຈ  ແລະ ເກັບຂໍ້ມູນຂ່າວຄວາມເຄື່ອນໄຫວຂອງມະຫາເສດຖີໃນໂລກ, ໄດ້ລວບລວມສະຖິຕິຈາກການສຳຫຼວດ ແລະ ອາໄສຂໍ້ມູນເກົ່າຈາກການຕິດຕາມການເຄື່ອນໄຫວຂອງມະຫາເສດຖີກວ່າ 110,000 ຄົນ ເປັນເກນຈັດອັນດັບມະຫາເສດຖີໃນປີ 2016. ເຊິ່ງໃນມື້ນີ້ທາງ DevCrown ຈະພາໄປເບິ່ງ 10 ອັນດັບມະຫາເສດຖີ ທີ່ລວຍທີ່ສຸດໃນໂລກ ແລະ ມະຫາເສດຖີທີ່ກ່ຽວຂ້ອງກັບເທັກໂນໂລຢີຈະມີໃຜແດ່ ໄປເບິ່ງກັນເລີຍ.

1ບິລ ເກສ (Bill Gates)

ເຈົ້າພໍ່ແຫ່ງ Microsoft ຍັງຄົງຄອງແຊ້ມຄວ້າຕໍາແໜ່ງຄົນທີ່ລວຍທີ່ສຸດໃນໂລກ ປີ 2016 ໄປໄວ້ໃນອ້ອມກອດຢ່າງສະບາຍສະບາຍ. ດ້ວຍມູນຄ່າຂອງຊັບສິນທີ່ຖືຄອງຢ່າງໜ້ອຍ 87.4 ພັນລ້ານໂດລ່າ.

2ອາມັນຊິໂອ ອໍເຕກ້າ (Amancio Ortega)

ມະຫາເສດຖີຜູ້ນີ້ສົ່ງກົງມາຈາກສະເປນ ແລະ ລາວນີ້ລະແມ່ນ CEO ສູງສຸດຂອງແບຣນ ZARA ຮ້ານເສື້ອຜ້າຊື່ດັງທີ່ມີສາຂາຢູ່ທົ່ວທຸກມູມໂລກ ແລະ ໃນໄວ 79 ປີ ຕອນນີ້ ອາມັນຊິໂອ, ຖືຄອງຊັບສິນທີ່ປະເມີນຄ່າບໍ່ຕ່ຳກວ່າ 66.8 ພັນລ້ານໂດລ່າ.

3ວໍເຣນ ບັຟເຟຕ (Warren Buffett)

ໃນປີນີ້ ວໍເຣນ ບັຟເຟຕ ນັກລົງທຶນຊື່ດັງຂອງໂລກ ແລະ CEO ຂອງ Berkshire Hathaway ຕິດອັນດັບທີ 3 ດ້ວຍມູນຄ່າຊັບສິນບໍ່ຕໍ່າກວ່າ 60.7 ພັນລ້ານໂດລ່າ.

4ເຈຟ ເບໂຊສ (Jeff Bezos)

CEO ຂອງ Amazon.com ຄົນນີ້ຍັງຄົງຕິດ 1 ໃນ 10 ຄົນທີ່ລວຍທີ່ສຸດໃນໂລກ. ໂດຍໃນປີ 2016 ເຈຟ ກໍ່ຕິດອັນດັບທີ 4 ແລະ ຈາກການສຳຫຼວດກໍ່ພົບວ່າ ລາວຖືຄອງຊັບສິນທັງໝົດປະມານ 56.6 ພັນລ້ານໂດລ່າ.

5ເດວິດ ຄອຊ (David Koch)

ໃນຖານະທີ່ເປັນເຖິງ CEO ຂອງບໍລິສັດ Koch Chemical Technology Group ພ້ອມດ້ວຍຊັບສິນທີ່ບໍ່ໜ້ອຍກວ່າ 47.4 ພັນລ້ານໂດລ່າ.

6ຊາລ໌ສ ຄອຊ (Charles Koch)

ຕາມນ້ອງຊາຍມາຕິດໆໃນອັນດັບທີ 6  ແລະ ໃນສ່ວນຂອງ ຊາລ໌ສ ຄອຊ CEO ແຫ່ງ Koch Industries ກໍ່ມີຊັບສິນຢ່າງຕໍ່າຢູ່ທີ່ 46.8 ພັນລ້ານໂດລ່າ.

7ລາລີ່ ແອລລີສັນ (Larry Ellison)

ດ້ວຍເຫື່ອແຮງທີ່ຜັກດັນໃຫ້ບໍລິສັດ Oracle Database ໄດ້ກາຍມາເປັນຖານຂໍ້ມູນທີ່ໄດ້ຮັບຄວາມນິຍົມສູງສຸດເທົ່າທີ່ເຄີຍມີມາ ສົ່ງຜົນໃຫ້ ລາລີ່ ແອລລີສັນ ຂຶ້ນເປັນຄົນທີ່ລວຍຕິດອັນດັບໂລກ ແລະ ດ້ວຍຊັບສິນລວມທີ່ບໍ່ຕໍ່າກວ່າ 45.3 ພັນລ້ານໂດລ່າ.

8ມາກ ຊັກເຄີເບີກ (Mark Zuckerberg)

ສຳລັບຄົນນີ້ ຄົນລາວຫຼາຍຄົນຄົງຈະຮູ້ຈັກ ເພາະລາວເປັນຜູ້ກໍ່ຕັ້ງ ແລະ CEO ຂອງ Facebook ສັງຄົມອອນລາຍທີ່ໂດ່ງດັງຫຼາຍໆໃນຍຸກນີ້ ແລະ ອ້າຍມາກຂອງເຮົາມີຊັບສິນທີ່ບໍ່ຕໍ່າກວ່າ 42.8 ພັນລ້ານໂດລ່າ.

9ໄມເຄີລ ບລູມເບີກ (Michael Bloomberg)

ມະຫາເສດຖີດ້ານສື່ໂທລະພາບ ແລະ ສື່ການເງິນລະດັບໂລກ, ເປັນຜູ້ທີ່ຖືຄອງຊັບສິນຢ່າງໜ້ອຍ 42.1 ພັນລ້ານໂດລ່າ.

10ອິງວາ ຄຳພຣາດ (Ingvar Kamprad)

ອິງວາ ຄຳພຣາດ ເຈົ້າພໍ່ບໍລິສັດເຄື່ອງໃຊ້ໃນບ້ານຈາກສະວີເດັນຢ່າງ IKEA ຜູ້ທີ່ເລີ່ມກໍ່ຕັ້ງບໍລິສັດຂຶ້ນມາໃນຕອນທີ່ລາວມີອາຍຸພຽງ 17 ປີ ແລະ ໃນມື້ນີ້ໃນໄວ 89 ປີ, ລາວກໍ່ສາມາດພາໃຫ້ບໍລິສັດ IKEA ກະຈາຍສາຂາໄປທົ່ວໂລກ ແລະ ພ້ອມດ້ວຍຊັບສິນທີ່ບໍ່ຕໍ່າກວ່າ 39.3 ພັນລ້ານໂດລ່າ.

ຂອບໃຈແຫຼ່ງຂ່າວຈາກ: kapook ແລະ http://www.devcrown.com
Ad