Top Ad

header ads

[ອັນດັບ] 10 ອັນດັບເວັບໄຊ້ ທີ່ມີຄົນໃຊ້ງານຫຼາຍທີ່ສຸດໃນໂລກລ່າສຸດ


ປະຈຸບັນນີ້ມີເວັບໄຊ້ເປັນຈໍານວນຫຼວງຫຼາຍນັບບໍ່ຖ້ວນ ແລະ ມີຫຼາກຫຼາຍປະເພດບໍ່ວ່າຈະເພື່ອການສຶກສາ, ບັນເທີງ ແລະ ຂ່າວສານເປັນຕົ້ນ. ແຕ່ໃນບັນດາເວັບໄຊ້ທີ່ຫຼາກຫຼາຍນັ້ນ ເຄີຍສົງໄສບໍ່ວ່າເວັບໄຊ້ທີ່ມີຄົນໃຊ້ງານຫຼາຍທີ່ສຸດໃນໂລກ ແມ່ນເວັບໄຊ້ໃດແດ່? ມື້ນີ້ທາງຜູ້ຂຽນຈະພາໄປໃຫ້ຮູ້ນຳກັນເລີຍກັບ 10 ອັນດັບເວັບໄຊ້ ທີ່ມີຄົນໃຊ້ງານຫຼາຍທີ່ສຸດໃນໂລກ.

10live.com

Live ຫຼື Windows Live ເປັນຜະລິດຕະພັນດ້ານການບໍລິການຢ່າງໜຶ່ງ ທີ່ພັດທະນາໂດຍໄມໂຄຣຊອບ. ໂດຍປ່ຽນຈາກຊື່ເກົ່າທີ່ຄຸ້ນຫູກັນຄື: “MSN” ແລະ ໃຫ້ບໍລິການເວັບເມລຊື່ດັງຢ່າງ Hotmail ເຊິ່ງເປັນການລວມເອົາເຊີວິສເຂົ້າດ້ວຍກັນ.

9twitter.com

ເປັນການບໍລິການເຄືອຂ່າຍອອນລາຍຈຳພວກໄມໂຄຣບຼ໋ອກ ໂດຍຜູ້ໃຊ້ສາມາດສົ່ງຂໍ້ຄວາມໄດ້ບໍ່ເກີນ 140 ໂຕອັກສອນ ໂດຍການສົ່ງ ຫຼື ປະກາດຂໍ້ຄວາມນີ້ຈະເອີ້ນວ່າ: “Tweet”.

8qq.com

ເປັນໂປຣແກຣມເມສເຊນເຈີ້ທີ່ຄ້າຍຄືກັບ MSN ຜະລິດໂດຍບໍລິສັດເທນເຊັນຕ໌, ປະເທດຈີນ.

7wikipedia.org

ເປັນເວັບສາລານຸກົມທີ່ໃຫຍ່ທີ່ສຸດໃນໂລກ, ເປັນສູນລວມຄວາມຮູ້ທີ່ມີຄວາມໜ້າເຊື່ອຖືຢູ່ພໍຄວນ.

6amazon.com

ເປັນເວັບໄຊ້ຂາຍເຄື່ອງທີ່ຕິດອັນດັບຂອງໂລກ ແລະ ຍັງເປັນເວັບໄຊ້ຂາຍເຄື່ອງທີ່ໃຫຍ່ທີ່ສຸດຂອງປະເທດອາເມຣິກາ ໂດຍເລີ່ມຕົ້ນມາຈາກການຂາຍໜັງສືອອນລາຍ ແລະ ຂະຫຍາຍກິດຈະການມາຈົນຮອດປະຈຸບັນນີ້.

5yahoo.com

ເປັນທັງອີເມລ, ເປັນທັງ Search Engine, ເຄີຍເປັນຄູ່ແຂ່ງທີ່ສູສີຂອງ Google.

4baidu.com

ໄປຕູ່ ເປັນ Search Engine ອັນດັບໜຶ່ງຂອງປະເທດຈີນ ແລະ ເປັນເວັບໄຊ້ຕິດອັນດັບໂລກ.

3facebook.com

ເປັນເຄືອຂ່າຍສັງຄົມອອນລາຍທີ່ໃຫຍ່ທີ່ສຸດໃນໂລກ, ເຟສບຸກຄ໌ ກໍ່ຕັ້ງເມື່ອ 4 ກຸມພາ 2004 ໂດຍ ມາກ ຊັກເຄີເບີກ ແລະ ໝູ່ຮ່ວມຫ້ອງທີ່ມະຫາວິທະຍາໄລຮາວາດ. ເຊື່ອໄດ້ວ່າໃຜທີ່ຫຼິ້ນອິນເຕີເນັດຕ່າງກໍ່ຕ້ອງພາກັນມີບັນຊີເຟສບຸກຄ໌ແນ່ນອນ.

2youtube.com

ຢູທູບເປັນເວັບໄຊ້ທີ່ໃຫ້ຜູ້ໃຊ້ສາມາດອັບໂຫຼດ ແລະ ແລກປ່ຽນຄລິບວີດີໂອຜ່ານທາງເວັບໄຊ້ໄດ້. ເມື່ອເວລາທີ່ເບື່ອ ຫຼື ເຊັງ ເຊື່ອວ່າຫຼາຍຄົນຄົງພາກັນຂ້າເວລາໂດຍການເຂົ້າມາເບິ່ງວີດີໂອທີ່ຢູທູບແມ່ນບໍ່?.
ແລະ ອັນດັບ 1 ແມ່ນ:
.
.
.
.
.
.

1google.com

ເວັບໄຊ້ກູເກີລເປັນ Search Engine ແລະ ເວັບໄຊ້ອັນດັບໜຶ່ງຂອງໂລກຢ່າງບໍ່ຕ້ອງສົງໄສ. ໄດ້ກໍ່ຕັ້ງໂດຍ ແລຣີ ເພຈ ແລະ ເຊີເກ ບຣິນ ໃນຂະນະທີ່ທັງສອງໄດ້ສຶກສາຢູ່ທີ່ມະຫາວິທະຍາໄລສະແຕນຟອດ ເຊິ່ງໄດ້ກໍ່ຕັ້ງເມື່ອວັນທີ 4 ກັນຍາ 1998 ແລະ ຫຼັງຈາກນັ້ນກູເກີລກໍ່ໄດ້ຂະຫຍາຍໂຕອອກຕະຫຼອດເວລາ ຈາກການພັດທະນາຊອບແວໃໝ່ ແລະ ການຊື້ກິດຈະການອື່ນລວມເຂົ້າກັນ. ກູເກິລໄດ້ຖືກຈັດອັນດັບໃຫ້ເປັນບໍລິສັດ ທີ່ເປັນຕາເຮັດວຽກຫຼາຍທີ່ສຸດໃນອາເມຣິກາອີກດ້ວຍ.
ເປັນແນວໃດກັບ 10 ອັນດັບເວັບໄຊ້ທີ່ນໍາສະເໜີໄປ, ເຊື່ອໄດ້ວ່າຄົງມີຫຼາຍຄົນທີ່ຮູ້ຈັກທັງ 10 ອັນດັບ ແລະ ມີຫຼາຍຄົນເຊັ່ນດຽວກັນທີ່ຮູ້ຈັກບໍ່ໝົດ ແລະ ອັນດັບ 1 ກໍ່ຄືຊິບໍ່ແປກໃຈນໍ້ວ່າຕ້ອງເປັນເວັບໄຊ້ google.com ແນ່ນອນ.

ຂອບໃຈແຫຼ່ງຂ່າວຈາກ: wikipediaeduzones ແລະ http://www.devcrown.com/
Ad