Top Ad

header ads

ກຽມພົບກັບງານມະຫາກຳ ເຕັກໂນໂລຊີ ຄັ້ງຍິ່ງໃຫຍ່ ທີ່ນະຄອນຫລວງວຽງຈັນ 12-16 ຕຸລາ 2016 ນີ້

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບຄູ່ຮ່ວມພັດທະນາ ກຽມຈັດງານວາງສະແດງ ຕະຫລາດນັດເຕັກໂນໂລຊີ ສປປ ລາວ 2016 ເຊິ່ງຈະຈັດຂຶ້ນໃນ ລະຫວ່າງ ວັນທີ 12-16 ຕຸລາ 2016 ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ເຊິ່ງມີຫລາຍກວ່າ 100 ບໍລິສັດ ເຂົ້າຮ່ວມ.


ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວໃນງານຖະແຫລງຂ່າວ ໃນວັນທີ 2 ກັນຍາ 2016 ນີ້ ວ່າ: ການຈັດງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ ຫລື Lao TECHMART 2016  ເປັນເວທີແລກປ່ຽນການຮ່ວມມື ທາງດ້ານການຄົ້ນຄວ້າ ແລະ ເປັນເວທີການຮ່ວມມື ລົງທຶນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ພາກລັດ ແລະ ເອກະຊົນ ບັນດາພາກທຸກລະກິດ ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນກຳລັງຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫັນເປັນປະເທດອຸດສະຫະກຳ ແລະ ທັນສະໄໝເທື່ອລະກ້າວ ພາປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາ. ນອກນັ້ນຍັງແມ່ນໜຶ່ງໃນແຜນຈັດຕັ້ງປະຕິບັດ ເປົ້າໝາຍຍຸດທະສາດ ເພື່ອສົ່ງເສີມການຄົ້ນຄວ້າ, ການປະດິດສ້າງ ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທີຜົນ ແລະ ສົ່ງເສີມການຖ່າຍທອດນຳໃຊ້ເຕັກໂນໂລຊີ ທີ່ກ້າວໜ້າ ແລະ ທັນສະໄໝ ຊຸກຍູ້ສົ່ງເສີມການຖ່າຍທອດນຳໃຊ້ ເຕັກໂນໂລຊີ ເຂົ້າໃນການຜະລິດ ແລະ ການບໍລິການໃຫ້ມີປະສິດທິພາບສູງ ເຮັດໃຫ້ສິນຄ້າຂອງລາວ ສາມາດແຂ່ງຂັນ ຢູ່ພາຍໃນ ແລະ ຕ່າງປະເທດ.
ນອກຈາກນັ້ນພາຍໃນງານຈະມີການຈັດສຳມະນາການຮ່ວມມືດ້ານວິທະຍາສາດ, ການພົບປະຮ່ວມມືລົງທຶນທາງທຸລະກິດ ເຕັກໂນໂລຊີ, ການສາທິດ ແລະ ທົດລອງນຳໃຊ້ເຕັກໂນໂລຊີ, ໃຫ້ຄຳປຶກສາດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຖາມຕອບຊິງລາງວັນ.


ຂອບໃຈແຫຼ່ງຂ່າວຈາກ: Lao News Agency
Ad