Top Ad

header ads

ກວດເຫັນຍັງມີຜູ້ລະເມີດ ຄຳສັ່ງ 15/ນຍ ແລະໄມ້ຄ້າງສະໜາມຈຳນວນຫຼາຍ

ຈາກການຈັດຕັ້ງປະຕິບັດຕາມຄຳ ສັ່ງເລກທີ 15/ນຍ ໃນຂອບເຂດທົ່ວປະ ເທດຂອງຄະນະສະເພາະກິດຂັ້ນສູນກາງໃນໄລຍະຜ່ານມາໄດ້ກວດເຫັນໄມ້ທີ່ຍັງຄ້າງສະໜາມເກືອບ 3 ແສນແມັດກ້ອນ ແລະຍັງພົບເຫັນຜູ້ລ່ວງລະເມີດຄຳສັ່ງໂດຍສະເພາະແມ່ນພະນັກງານລັດ, ເຈົ້າໜ້າທີ່ ແລະຜູ້ປະກອບການທຸລະກິດໄມ້ ຈຳນວນໜຶ່ງຍັງຊິນເຄີຍແບບເກົ່າ ແລະເຫັນແກ່ຜົນປະໂຫຍດສ່ວນຕົວເປັນໃຫຍ່.
     ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະ ມົນຕີ, ໂຄສົກລັດຖະບານໄດ້ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 1 ກັນຍາ 2016, ທີ່ຫ້ອງວ່າການສຳນັກງານ ນາຍົກໂດຍກ່າວວ່າ: ໃນວັນທີ 29 ສິງ ຫາຜ່ານມານີ້, ກອງປະຊຸມນາຍົກ-ຮອງ ນາຍົກລັດຖະມົນຕີ ໄດ້ຮັບຟັງການ ລາຍງານຂອງຄະນະສະເພາະກິດຂັ້ນສູນກາງ ກ່ຽວກັບການປະຕິບັດຄຳສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມ
ເຂັ້ມງວດໃນການຄຸ້ມຄອງ ແລະກວດ ກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ຊຶ່ງຜ່ານການປະຕິບັດຂອງ ເຈົ້າໜ້າທີ່ທຸກຂັ້ນທີ່ສາມາດກວດພົບເຫັນ, ສະກັດກັ້ນການລ່ວງລະເມີດກົດ ໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍ ອຸດສາຫະກຳປຸງແຕ່ງ ແລະນິຕິກຳລຸ່ມ ກົດໝາຍຕົ້ນຕໍແມ່ນການອະນຸຍາດຕັດໄມ້ບໍ່ຖືກຕ້ອງຕາມກົດໝາຍ (ບາງກະຊວງ, ແຂວງ, ເມືອງ ໄດ້ອະນຸຍາດຕັດໄມ້ທີ່ບໍ່ສອດຄ່ອງກັບກົດໝາຍ), ຕັດໄມ້ເກີນໂກຕາ, ຕັດໄມ້ ບໍ່ຖືກເຂດກຳນົດ ແລະອື່ນໆ, ພ້ອມກັນນັ້ນທ້ອງຖິ່ນຕ່າງໆ ກໍໄດ້ສະກັດກັ້ນປາ ກົດການລ່ວງລະເມີດຄຳສັ່ງ 15/ນຍ ເຊັ່ນ: ຢືດລົດແກ່ໄມ້ ຈຳນວນ 11 ຄັນ, ລົດດຸດ 1 ຄັນ, ລົດຍົກ 1 ຄັນ, ລົດດີ ໂບໂລ 1 ຄັນ, ລົດຟໍຈູນເນີ 1 ຄັນ, ລົດ ຂົນໄມ້ 1 ຄັນ, ໂຕະຊອຍໄມ້ 3 ເຄື່ອງ, ຢືດ ແລະທຳລາຍຈັກສະຕິງ 1.253 ເຄື່ອງ, ອາໄລ່ຈັກສະຕິງ 2.083 ຊິ້ນ ສ່ວນ, ສຳລັບ ແຂວງຄຳມ່ວນແມ່ນຢືດລົດຂົນໄມ້ຂະຍຸງ 2 ຄັນ ທີ່ມາຈາກ ແຂວງສະຫວັນນະເຂດ ຈຳນວນ 4 
ແມັດກ້ອນ, ລົດບັນທຸກຊີມັງລັກລອບຂົນ ໄມ້ຕີຕັບໄປຕ່າງປະເທດ 7 ໂຕນ ຢູ່ດ່ານ ນາເພົ້າ-ເກົ່າແຈ່ວ, ຢູ່ສະຫວັນນະເຂດສາ ມາດກັກລົດໄດ້ 6 ຄັນ, ຢືດໄມ້ໄດ້ 168 ໂຕ, 790 ທ່ອນ, ນ້ຳໜັກ 3.688 ກິໂລກຣາມ ໂດຍມີບໍລິມາດ 100,71 ແມັດ ກ້ອນ, ຢືດໄມ້ແປຮູບໄດ້ 444 ໂຕ; ມີບໍ ລິມາດ 1.494 ແມັດກ້ອນ ແລະຢືດໄມ້ທີ່ລັກລອບຂົນສົ່ງໄປຕ່າງປະເທດຢູ່ດ່ານຊາຍແດນສະຫວັນ-ລາວບາວ ໄດ້ 9,1 ແມັດກ້ອນ ແລະອື່ນໆ.
    ນອກນັ້ນ ຍັງກວດເຫັນໄມ້ທີ່ຍັງຄ້າງສະໜາມໃນຂອບເຂດທົ່ວປະເທດມີທັງ ໝົດ 270.407 ແມັດກ້ອນ, ໃນນີ້ ເປັນໄມ້ ທີ່ໄດ້ເສຍອາກອນຄົບຖ້ວນແລ້ວ 79.182 ແມັດກ້ອນ ເປັນເງິນ 43,29 ຕື້ກີບ ແລະ 3,61 ລ້ານໂດລາ, ໄມ້ຄ້າງມອບພັນທະ ພາສີ-ອາກອນ 191.225 ແມັດກ້ອນ, ໄມ້ທີ່ຢຶດເປັນຂອງລັດ ມີ 55.421 ແມັດ ກ້ອນ, ໃນນີ້ ແມ່ນໄດ້ຂາຍອອກແລ້ວ 7.378 ແມັດກ້ອນ ແລະຍັງບໍ່ທັນໄດ້ຂາຍ 48.143 ແມັດກ້ອນ, ສ່ວນໄມ້ທີ່ຄ້າງ ສະໜາມຍົກມາຈາກປີກ່ອນແມ່ນມີທັງ ໝົດ 104.237 ແມັດກ້ອນ, ແລະໂຮງ ງານອຸດສາຫະກຳປຸງແຕ່ງໄມ້ທັງໝົດມີ 2.749 ຫົວໜ່ວຍ, ໃນນີ້ ໂຮງງານທີ່ບໍ່ມີ ໃບອະນຸຍາດລວມມີ 1.154 ຫົວໜ່ວຍ, ໂຮງງານຕັ້ງຢູ່ປ່າສະຫງວນ, ປ່າຜະລິດ ແລະປ່າຫວງຫ້າມປະມານ 22-28 ໂຮງ ງານ.
   ຄຽງຄູ່ກັບຜົນງານດັ່ງກ່າວນັ້ນ ກໍຍັງສັງເກດເຫັນວ່າ ຍັງມີບາງທ້ອງຖິ່ນເກີດມີປາກົດການລ່ວງລະເມີດຄຳສັ່ງ 15/ນຍ, ນັກທຸລະກິດ ແລະຜູ້ປະກອບການ ຈຳນວນໜຶ່ງຍັງມີການລັກລອບຂົນສົ່ງ ໄມ້ໄປຕ່າງປະເທດ, ຊຸກເຊື່ອງໄມ້ ແລະ ອື່ນໆ, ທັງນີ້ກໍເນື່ອງມາຈາກພະນັກງານ, ເຈົ້າໜ້າທີ່ລັດກໍຄື ຜູ້ປະກອບການທຸລະ ກິດໄມ້ຈຳນວນໜຶ່ງ ຂາດສະຕິເຄົາລົບ ກົດໝາຍ, ຍັງບໍ່ທັນເຂັ້ມງວດ, ຍັງເຮັດ ຕາມຄວາມຊິນເຄີຍອັນເກົ່າ ແລະເຫັນ ແກ່ຜົນປະໂຫຍດສ່ວນຕົວເປັນໃຫຍ່, ສະ ນັ້ນ ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະອົງການ ປົກຄອງທ້ອງຖິ່ນທຸກຂັ້ນສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃຫ້ທົ່ວ ເຖິງ, ເຂັ້ມງວດ ແລະສັກສິດ ເຊັ່ນວ່າ: ຈຳນວນໄມ້ທີ່ມີທີ່ມາຖືກຕ້ອງຢູ່ສະໜາມ 2 ແລະສະໜາມ 3 ທີ່ເສຍອາກອນຄົບຖ້ວນແລ້ວ ແມ່ນອະນຸຍາດໃຫ້ເຄື່ອນຍ້າຍ ໄປປຸງແຕ່ງເປັນຜະລິດຕະພັນເພື່ອນຳໃຊ້ພາຍໃນ ຫຼື ສົ່ງອອກ ຕາມລະບຽບການ ໃໝ່, ສ່ວນໄມ້ທີ່ມີທີ່ມາຖືກຕ້ອງແລ້ວ ແຕ່ຍັງບໍ່ທັນເສຍພາສີ-ອາກອນນັ້ນ ແມ່ນມອບໃຫ້ທ້ອງຖິ່ນ ແລະພາກສ່ວນກ່ຽວ ຂ້ອງສຶກສາອົບຮົມ ແລະຊຸກຍູ້ໃຫ້ເຈົ້າ ຂອງໄມ້ໄປເສຍພັນທະໃຫ້ຄົບຖ້ວນຕາມ ລະບຽບການໂດຍກຳນົດເວລາໃຫ້ລະ ອຽດຈະແຈ້ງ, ຖ້າເສຍພາສີ-ອາກອນ ຄົບຖ້ວນແລ້ວ ຈຶ່ງອະນຸຍາດໃຫ້ເຄື່ອນ ຍ້າຍໄປປຸງແຕ່ງໄດ້, ແຕ່ຖ້າກາຍກຳນົດ ເວລາບໍ່ມາເສຍພາສີອາກອນກໍໃຫ້ຢືດ ເປັນຂອງລັດ.
    ສຳລັບ ໄມ້ທີ່ຢືດເປັນຂອງລັດ ຈຳນວນ 48.043 ແມັດກ້ອນນັ້ນ ກອງ ປະຊຸມເຫັນດີໃຫ້ປະມູນຂາຍທົ່ວໄປ ໂດຍເລີ່ມຈາກແຂວງອັດຕະປື ແລະຊຽງ ຂວາງກ່ອນ, ສ່ວນໄມ້ 28.731 ແມັດກ້ອນ ທີ່ຕັດຢູ່ແຂວງໄຊສົມບູນແມ່ນໃຫ້
ດຳເນີນການກວດກາຕື່ມ, ສະເພາະ ໂກຕ້າໄມ້ທີ່ກະຊວງ, ແຂວງ, ເມືອງ ໄດ້ອະນຸມັດໃນສົກປີ 2015-2016 ທີ່ບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ປະຕິບັດບໍ່ທັນ ສຳເລັດນັ້ນ ໃຫ້ລົບລ້າງຢ່າງຂາດຕົວນັບ ແຕ່ມື້ນີ້ເປັນຕົ້ນໄປ, ນອກນັ້ນ ຍັງບໍ່ອະນຸ ຍາດໃຫ້ກະຊວງ ຫຼື ທ້ອງຖິ່ນທົ່ວປະເທດ ອອກອະນຸຍາດຂຸດຄົ້ນໄມ້ ເພື່ອແລກປ່ຽນໂຄງການກໍ່ສ້າງພື້ນຖານໂຄງລ່າງ ທຸກປະເພດຢ່າງເດັດຂາດ, ພ້ອມນັ້ນ ກໍໃຫ້ກວດຄືນຈຳນວນໄມ້ປອກ-ໄມ້ຝານທີ່ໄດ້ອະນຸຍາດສົ່ງອອກນັ້ນ ຖ້າເຫັນວ່າແຫຼ່ງທີ່ມາບໍ່ຈະແຈ້ງ ກໍໃຫ້ຢືດເປັນຂອງລັດ, ທ່ານລັດຖະມົນຕີປະຈຳສຳນັກງານ ງານນາຍົກລັດຖະມົນຕີໂຄສົກລັດຖະ ບານກ່າວຕື່ມ.

ທີ່ມາ ເສດຖະກິດສັງຄົມ
Ad