Top Ad

header ads

ກັກຕົວກຸ່ມຄ້າຂາຍຢາເສບຕິດ ພ້ອມຢາບ້າ 15 ພັນກວ່າເມັດ

ເວລາປະມານ 23:00 ຂອງ ວັນທີ 17 ສິງຫາ 2016 ເຈົ້າໜ້າທີ່ປະຈຳຢູ່ດ່ານຫຼັກ 44 ເມືອງຊະນະສົມບູນ ແຂວງຈຳປາສັກໄດ້ກັກລົດກະບະ ມັດສະດາ ສີຂຽວຫົວເປັດ ໝາຍເລກທະບຽນ ກຂ 2188 ຈຳປາສັກ ທີ່ແລ່ນມາແຕ່ທາງພາກເໜືອ. ພາຍໃນລົດມີ 03 ຄົນຄື: ທ້າວ ແສງຈັນ(ແສງ) ອາຍຸ 40 ປີ ອາຊີບຄ້າຂາຍ ຢູ່ບ້ານໂຊກອຳນວຍ ເມືອງປາກເຊ, ທ້າວ ວັນໄຊ (ເລ) ອາຍຸ 38 ປີ ອາຊີບສ້ອມແປງລົດ ຢູ່ບ້ານໂພນງາມເມືອງປາກເຊ ແລະ ນາງ ມົນ ອາຍຸ 24 ປີ ອາຊີບຫວ່າງງານ ຢູ່ບ້ານໄຊສະຫວ່າງ ເມືອງບາຈຽງຈະເລີນສຸກ.ຜ່ານການກວດຄົ້ນພົບເຫັນຢາບ້າຈຳນວນ 6.001 ເມັດ,ຢາໄອ໋ຈຳນວນ 2 ຖົງນ້ອຍ, ປືນສັ້ນ P 63 ຈຳນວນ 1 ກະບອກ,ພ້ອມທັງລູກປືນຈຳນວນ 06 ລູກ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2014.ຢາບ້າທີ່ນຳມາຂາຍແຕ່ລະຄັ້ງ ແມ່ນທ້າວແສງຈັນໄປຮັບເອົານຳຄົນບໍ່ຮູ້ຊື່ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນໂດຍຊື້ຄັ້ງລະ 3-4 ມັດຈຸດຊື້ຂາຍແມ່ນຢູ່ບ້ານດອນໜູນເມື່ອໄດ້ຢາແລ້ວກໍ່ນຳເອົາຢາລົງມາຂາຍໃຫ້ລູກຄ້າຢູ່ເມືອງປາກເຊເຊິ່ງໃນນັ້ນລູກຄ້າຂອງທ້າວແສງຈັນແມ່ນມີທ້າວພອນໄຊແລະນາງມົນ.ຕໍ່ມາທ້າວແສງຈັນກໍ່ໄດ້ໄປຊື້ຢາບ້າຢູ່ນະຄອນຫຼວງວຽງຈັນອີກຫຼາຍຄັ້ງຈົນມາຮອດວັນທີ 16 ສິງຫາ 2016 ທ້າວແສງຈັນໄດ້ຊວນທ້າວພອນໄຊແລະນາງມົນຂຶ້ນໄປຊື້ຢາບ້າຢູ່ນະຄອນຫຼວງວຽງຈັນ. ເວລາປະມານ 12:00 ຂອງວັນທີ 17 ສິງຫາ 2016 ພວກກ່ຽວໄດ້ພາກັນລົງມາເມືອງປາກເຊ ຈຶ່ງໄດ້ຖືກກັກຕົວ ຢູ່ດ່ານຫຼັກ 44 ເມືອງຊະນະສົມບູນ ແຂວງຈຳປາສັກ.
ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 20 ສິງຫາ 2016 ເຈົ້າໜ້າທີ່ ໄດ້ກັກຕົວຜູ້ລັກລອບຄ້າ-ຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານ ໜອງກິມ ເມືອງປາກຊ່ອງ ແຂວງຈໍາປາສັກ ຈຳນວນ02 ຄົນຄື: ທ້າວ ແກ້ວພູທອນ(ຕາ) ອາຍຸ 38 ປີ ແລະ ທ້າວ ພີມມະສອນ(ຕີນ) ອາຍຸ 33 ປີ ທັງສອງຄົນຢູ່ບ້ານ ຫ້ວຍກອງ ເມືອງປາກຊ່ອງ ພ້ອມຂອງກາງຢາບ້າຈໍານວນ 9.600 ເມັດ.
ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງອ້າຍນ້ອງ ຮັບສາລະພາບວ່າ: ໃດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ(ຢາບ້າ) ແຕ່ເດືອນກໍລະກົດ 2016 ເຊິ່ງຢາທີ່ນຳມາຂາຍໃນແຕ່ລະຄັ້ງແມ່ນຊື້ນໍາ ທ້າວ ຄໍາ ອາຍຸ 22 ປີ ຢູ່ບ້ານ ທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍຊື້ຄັ້ງລະ 1 ມັດ ເທົ່າກັບ 2000 ເມັດ ພາຍຫຼັງໃດ້ຢາບ້າມາແລ້ວ ພວກກ່ຽວໃດ້ເອົາຢາບ້າມາຂາຍ ໃຫ້ໄວລຸ້ນທົ່ວໄປ ແລະ ກຳມະກອນໃນເຂດເມືອງປາກຊ່ອງ.
ຕົກມາຮອດວັນທີ 20 ສິງຫາ 2016 ລູກຄ້າໄດ້ຕິດຕໍ່ຊື້ຢາບ້ານຳພວກກ່ຽວອີກຈຳນວນ 4 ມັດກັບ 8 ຖົງ ຈາກນັ້ນພວກກ່ຽວກໍ່ໄດ້ເອົາຢາບ້າຈໍານວນດັ່ງກ່າວມາຂາຍໃຫ້ລູກຄ້າໂດຍນັດຈຸດຊື້ຂາຍກັນຢູ່ເຂດບ້ານໜອງກິມ ໃນເວລາທີ່ພວມທຳການຊື້ຂາຍຢູ່ນັ້ນ ພວກກ່ຽວຈິ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
Ad