Top Ad

header ads

ພັກປະຊາຊົນປະຕິວັດລາວ ລົງໂທດທາງວິໄນ ຕໍ່ສະມາຊິກພັກ ຈຳນວນ 1,806 ຄົນ


ທ່ານຈັນສີ ໂພສີຄຳ ກຳມະການກົມການເມືອງ ແລະຫົວໜ້າຄະນະຈັດຕັ້ງ ສູນກາງພັກ ປະຊາຊົນປະຕິວັດລາວ ຖະແຫລງຢືນຢັນວ່າ ໃນຮອບ 5 ປີ ທີ່ຜ່ານມາ ອຳນາດການນຳ ຂອງສູນກາງພັກ ໄດ້ຕັດສິນລົງໂທດທາງວິໄນຕໍ່ສະມາຊິກພັກຈຳນວນທັງໝົດ 1,806 ສະຫາຍ ຊຶ່ງໃນນີ້ ເປັນສະມາຊິກເພດຍິງ 171 ສະຫາຍ ທີ່ສວຍໃຊ້ຕຳແໜ່ງໜ້າທີ່ ເພື່ອ ສະແຫວງຫາຜົນປະໂຫຍດສ່ວນຕົວ ແລະພ້ອມກັນນີ້ ກໍໄດ້ຖືກປົດຈາກຕຳແໜ່ງ ໃນພັກ ອີກ 1,007 ຄົນ ທີ່ປະຕິບັດໜ້າທີ່ຂັດຕໍ່ແນວທາງຂອງພັກ.

ແຜນທີ່ ສະແດງໃຫ້ເຫັນ ລະດັບຂອງການສໍ່ລາດບັງຫຼວງ ຂອງບັນດາປະເທດ ໃນເອເຊຍຕາວັນອອກສຽງໃຕ້.
ແຕ່ຢ່າງໃດກໍຕາມ ທ່ານຈັນສີ ກໍບໍ່ໄດ້ໃຫ້ລາຍລະອຽດວ່າ ການລົງໂທດທາງວິໄນ ຕໍ່ສະມາ ຊິກພັກ ທັງ 1,806 ຄົນດັ່ງກ່າວນັ້ນ ມີລະດັບໃດແນ່ ທັງຍັງບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບ ການເສຍຫາຍທີ່ເກີດຈາກການທຸຈະລິດດັ່ງກ່າວອີກດ້ວຍ ຫາກແຕ່ກໍຍອມຮັບວ່າ ມີສະມາ ຊິກພັກຈຳນວນໜຶ່ງ ທີ່ຊື້ຈ້າງດ້ວຍຮູບແບບຕ່າງໆ ເພື່ອເຮັດໃຫ້ພວກຕົນ ໄດ້ເປັນສະມາ ຊິກພັກ ແລະໄດ້ສວຍໃຊ້ຕຳແໜ່ງໜ້າທີ່ໃນການສະແຫວງຫາຜົນປະໂຍດສ່ວນຕົວ ທັງ ທາງກົງ ແລະທາງອ້ອມ ຫຼາຍຂຶ້ນນັບມື້.
ໂດຍສະພາບການດັ່ງກ່າວນີ້ ຍັງໄດ້ເກີດຂຶ້ນຢ່າງກວ້າງຂວາງ ໃນວົງການລັດຖະບານ ລາວດ້ວຍເຊັ່ນກັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງປະຈຳສຳນັກງານນາຍົກລັດຖະມົນຕີລາວ ໄດ້ໃຫ້ການຢືນຢັນວ່າ:
"ຍັງມີພະນັກງານຈຳນວນໜຶ່ງ ທີ່ຍັງບໍ່ທັນກຳແນ້ນແນວທາງປ່ຽນແປງໃໝ່ ຂອງພັກ ຢ່າງເລີກເຊິ່ງ ຊຶ່ງຍັງຂາດສະຕິຕໍ່ການຈັດຕັ້ງ ບໍ່ມີຄວາມບໍລິສຸດ ແລະສັດຊື່ຕໍ່ໜ້າທີ່ ວຽກງານ ການປະຕິບັດ ລະບຽບກົດໝາຍຂອງບ້ານເມືອງຍັງບໍ່ທັນໄດ້ດີ ແລະຍັງມີ ພະຍາດອາຍາສິດໃນການປະຕິບັດໜ້າທີ່ວຽກງານ ແລະຫາຜົນປະໂຫຍດໃສ່ຕົງເອງ."
ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ກອງປະຊຸມຮ່ວມ ຂອງຄະນະລັດຖະບານລາວ ກັບບັນດາເຈົ້າຄອງນະຄອນວຽງຈັນ ເມື່ອບໍ່ນານມານີ້ ວ່າ ຈຸດເນັ້ນໜັກສຳຄັນທີ່ສຸດ ໃນການບໍລິຫານງານຂອງຄະນະລັດຖະບານຊຸດປັດຈຸບັນ ກໍຄືການຄວມຄຸມ ແລະກວດກາການຈັດຕັ້ງປະຕິບັດໜ້າທີ່ ຂອງບັນດາພະນັກງານລັດ ໃນທຸກລະດັບຊັ້ນຢ່າງໂປ່ງໃສ ໂດຍແນໃສ່ການສະກັດກັ້ນ ແລະປາບປາມການສໍ້ລາດ ບັງຫຼວງ ໃນທຸກຮູບແບບ ໂດຍສະເພາະແມ່ນ ພະນັກງານລັດ ທີ່ຮັບຜິດຊອບໃນດ້ານ ການຈັດເກັບລາຍໄດ້້ ແລະການໃຊ້ຈ່າຍງົບປະມານ ຂອງລັດຖະບານນັ້ນ.
ຫາກແຕ່ວ່າການທີ່ຈະສາມາດຈັດຕັ້ງປະຕິບັດຕາມຈຸດເນັ້ນໜັກດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງມີການປັບປຸງກົນໄກບໍລິຫານ ແລະກົນໄກບໍລິການ ທັງຍັງຈະຕ້ອງປະຕິບັດ ລະບຽບກົດໝາຍທີ່ມີຄວາມເຂັ້ມແຂງອີກດ້ວຍ ຫາກບໍ່ສະນັ້ນ ຄວາມຍຸດຕິທຳ ຍ່ອມບໍ່ ສາມາດເກີດຂຶ້ນໃນສັງຄົມລາວ ໄດ້ເລີຍ.
ກ່ອນໜ້ານີ້ ຄະນະກວດກາສູນກາງພັກ-ລັດ ລາຍງານວ່າ ໃນປີ 2015 ທີ່ຜ່ານມາໄດ້ ດຳເນີນການກວດສອບ 303 ໜ່ວຍງານເປົ້າໝາຍໃນ 11 ກະຊວງ 13 ແຂວງ ແລະ ນະຄອນວຽງຈັນ ໂດຍກວດພົບວ່າ ການສໍ້ລາດບັງຫຼວງຂອງບັນດາພະນັກງານພັກ-ລັດ ໃນທົ່ວປະເທດໄດ້ເຮັດໃຫ້ລັດຖະບານສູນເສຍລາຍຮັບ ແລະງົບປະມານໄປຫຼາຍກວ່າ 3,034.3 ຕື້ກີບຫຼືປະມານ 373 ລ້ານໂດລາ ຊຶ່ງໃນນີ້ ກໍສາມາດຍຶດຄືນມາໄດ້ພຽງແຕ່ 467.56 ຕື້ກີບ ຫຼືຄິດເປັນ 15 ເປີເຊັນ ເທົ່ານັ້ນ.
ພ້ອມກັນນີ້ ຄະນະການກວດກາສູນກາງພັກ-ລັດ ກໍໄດ້ດຳເນີນມາດຕະການລົງໂທດ ຕໍ່ ພະນັກງານລັດ ຈຳນວນ 95 ຄົນ ທີ່ທຸຈະລິດ ແລະ ໄດ້ຍັກຍອກເອົາງົບປະມານ ຂອງລັດ ໄປຫຼາຍກວ່າ 242 ຕື້ກີບ ຊຶ່ງໃນນີ້ 62 ຄົນ ເປັນພະນັກງານຂອງແຂວງອຸດົມໄຊ, 22 ຄົນ ເປັນພະນັກງານທະນາຄານແຫ່ງຊາດ ແລະ​11 ຄົນ ເປັນພະນັກງານໃນກະຊວງການເງິນ ຕາມລຳດັບ.
ທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫລງ ວ່າ ໃນຮອບປີ 2015 ໄດ້ກວດພົບການສູນເສຍລາຍຮັບຂອງລັດຖະບານໄປ ຫຼາຍກວ່າ 2,000 ຕື້ກີບ ຫຼື 250 ລ້ານໂດລາ ຈາກການທີ່ກົມພາສີ ໄດ້ມີການຍົກເວັ້ນພາສີ ການນຳ ເຂົ້ານ້ຳມັນ ແລະຍານພາຫະນະໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ແລະ ກວດພົບ ວ່າ 116 ໜ່ວຍງານຂອງລັດ ທີ່ບໍ່ສົ່ງລາຍຮັບເຂົ້າງົບປະມານປະຈຳປີ 2013- 2014 ຂອງລັດຖະບານຄິດເປັນມູນຄ່າລວມເຖິງ 749.22 ຕື້ກີບ ທີ່ສ່ວນໃຫຍ່ເປັນລາຍ ຮັບຈາກ ສ່ວຍສາອາກອນ ການຫັນຊັບສິນເປັນທຶນ ແລະອື່ນໆ.
Ad