Top Ad

header ads

ລູກງົວເກີດໃໝ່ສຸດປະຫຼາດ ມີ 2 ຫົວ, 6 ຂາ, 2 ຫາງ ເຈົ້າຂອງເຊື່ອວ່ານຳໂຊກມາໃຫ້

ເມື່ອຕອນເຊົ້າຂອງວັນທີ (6 ກັນຍາ 2016) ມີລາຍງານວ່າ ຊາວບ້ານໃນໝູ່ບ້ານ ທ່າມະພ້າວ, ຕຳບົນ ເຂົາກອບ, ອຳເພີ ຫ້ວຍຍອດ, ຈັງຫວັດ ຕຣັງ ໄດ້ພົບກັບລູກງົວເກີດໃໝ່ທີ່ມີລັກສະນະປະຫຼາດ ມີ 2 ຫົວ, 6 ຂາ ແລະ 2 ຫາງ ທ້ອງຕິດກັນ ບໍ່ມີອະໄວຍະວະເພດ ໂດຍມີຄວາມຍາວລຳຕົວ ປະມານ 60-70 ຊມ
ເຈົ້າຂອງລູກງົວປະຫຼາດໂຕນີ້ຊື່ ທ້າວ ລອດ ຣາມເທບ ອາຍຸ 62 ປີ ເຊິ່ງເປັນເຈົ້າຂອງງົວຊື່ ແມ່ແດງ ໄດ້ເປີດເຜີຍວ່າ ແມ່ງົວຂອງຕົນເກີດລູກກ່ອນກຳນົດ ໂດຍໃຊ້ເວລາເກີດລູກຫຼາຍກວ່າ 5 ຊົ່ວໂມງ ເຊິ່ງຖືວ່າດົນກວ່າປົກກະຕິ ເມື່ອຕົນເອງ ກັບ ລູກໄພ້ເຂົ້າມາເບິ່ງກໍ່ພົບເຫັນລູກງົວມີຫົວໂຜ່ອອກມາພຽງຫົວດຽວແຕ່ບໍ່ສາມາດອອກມາໄດ້ໝົດທັງໂຕ ພວກເຂົາຈິ່ງພະຍາຍາມຊ່ວຍກັນດຶງໂຕລູກງົວອອກມາ ແລ້ວກໍ່ຕ້ອງປະຫຼາດໃຈ ເມື່ອພົບວ່າ ລູກງົວທີ່ດຶງອອກມາມີ 2 ຫົວ, 6 ຂາ ແລະ 2 ຫາງ ທ້ອງຕິດກັນ ແຕ່ຢູ່ໄດ້ບໍ່ດົນລູກງົວກໍ່ຕາຍ

ຂໍຂອບໃຈຂໍ້ມູນຈາກ : laopost.com
Ad