Top Ad

header ads

ສົກປີ 2015-2016 ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ສາມາດສ້າງບຸກຄະລາກອນໄດ້ຫລາຍກວ່າ 500 ຄົນ

ວັນທີ 2 ກັນຍາຜ່ານມານີ້, ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ ໄດ້ຈັດ ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ຈົບການສຶກສາໃນສະຖາບັນດັ່ງກ່າວຈຳນວນ 512 ຄົນ, ຍິງ 145 ຄົນ, ໂດຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານຜູ້ອຳນວຍການສະຖາບັນພັດທະນາສີມື ແຮງງານລາວ-ເກົາຫລີ, ຄູ-ຈານ ແລະ ນັກ ສຶກສາເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ທ່ານຜູ້ອຳນວຍການສະຖາບັນດັ່ງກ່າວ ໃຫ້ຮູ້ວ່າ: ຜ່ານການພັດທະນາ ສີມືແຮງງານໃຫ້ແກ່ກຳລັງແຮງງານລາວໃນສົກຮຽນ 2015-2016, ສາມາດ ປະຕິບັດໄດ້ 1.843 ຄົນ, ລື່ນຄາດໝາຍສະເລ່ຍ30,23% ແລະ ໃນສົກຮຽນນີ້ມີນັກສຶກສາສຳເລັດການສຶກສາ ທັງໝົດ 512 ຄົນ, ຍິງ 145 ຄົນ, ຊຶ່ງປະກອບມີ 9 ສາຂາອາຊີບຄື: ໄມ້ເຄື່ອງເຮືອນ, ຕັດຫຍິບ, ເອເລັກໂຕຣນິກ, ປຸງແຕ່ງອາຫານ, ເສີມສວຍ, ກໍ່ສ້າງ, ລົດຍົນ, ໄຟຟ້າ ແລະ ຄອມພິວເຕີໄອທີ, ໃນນັ້ນມີຫລັກສູດ 1-3 ປີ, ຫລັກສູດ 4 ປີ ແລະ ຫລັກສູດ 5 ປີ. ໄລຍະຜ່ານມາສະຖາບັນກໍໄດ້ເອົາໃຈໃສ່ສິດສອນນັກສຶກສາທຸກ ຄົນໃຫ້ກາຍເປັນຜູ້ທີ່ມີສີມື, ມີຄຸນສົມບັດ ແລະ ລະບຽບວິໃນດີ ເພື່ອໃຫ້ເຂົາເຈົ້າເຫລົ່ານັ້ນ ນຳໄປໃຊ້ໃນເວລາເຮັດວຽກໃນອະນາຄົດໃຫ້ກ້າວໜ້າຂະຫຍາຍຕົວ.
ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ. ມີພະນັກງານ ຄູ-ອາຈານ 72 ຄົນ, ຍິງ 31 ຄົນ, ມີ 4 ພະແນກ, 18 ຂະແໜງດ້ວຍກັນ.

ທີ່ມາແຫຼ໋ງຂ່າວ:​ ໜັງສືພິມລາຍວັນ ລາວພັດທະນາ
Ad