Top Ad

header ads

ສຸດຍອດ 22 ເດັກອັດສະລິຍະທີ່ສຸດໃນສາຂາຕ່າງທີ່ໂລກຕ້ອງຕະລຶງ


ໃນປີ ຄສ 1962 ມີເດັກອັດສະລິຍະຊາວຈີນທີ່ມີຊື່ວ່າ ຄິມ ອຶ້ງ ຢົງ ຖືກຳເນີດຂຶ້ນ ລາວມີໄອຄິວສູງເຖິງ 210 ເຊິ່ງຖຶກບັນທຶກໄວ້ໃນໂນດບຸກວ່າມີໄອຄິວສູງທີ່ສຸດໃນໂລກ ລາວເວົ້າໄດ້ 8 ພາສາ ອາຍຸຂອງລາວໄດ້ພຽງ 10 ປີ ແຕ່ໃນປະຈຸບັນຍັງໄດ້ມີເດັກອັດສະລິຍະກຸ່ມໜຶ່ງເຊິ່ງພວກເຂົາມີຄວາມມະຫັດສະຈັນທີ່ຈະປ່ຽນໂລກໃບນີ້
1.ໂຊ ຍາໂນະ
ເດັກອັດສະລິຍະໄອຄິວ 200 ຈາກຊິຄາໂກ້ທີ່ເຂົ້າຮຽນມະຫາວິທະຍາໄລ Loyola ຕອນອາຍຸ 9 ປີ ໄດ້ສຳເລັດການສຶກສາກຽດນິຍົມອັນດັບໜຶ່ງເມື່ອອາຍຸ 12 ປີ ແລະໄດ້ຮັບປະລິນຍາເອກດ້ານເອກດ້ານພັນທຸສາດລະດັບໂມເລກຸນແລະຊີວິທະຍາຂອງເຊລເມື່ອອາຍຸ 18 ປີ
2.ອາຍັນ ຄູເລຊີ່
ແມ່ນເກັ່ງທາງດ້ານຄອມພິວເຕີ້ເປັນຄົນປະເທດປາກິສະຖານ ອາຍຸ 6 ປີ ເປັນບຸກຄົນທີ່ມີອາຍຸນ້ອຍທີ່ສຸດທີ່ໄດ້ຮັບໃບຮັບຮອງລະດັບອາຊີຈາກໄມໂຄຊອຟມາແລ້ວ(Microsoft Certified Professional) ປະຈຸບັນລາວໃຊ້ເວລາສ້າງເນັດເວີກຂອງຕົນເອງເປັນເວັບໄຊໄອທີແລະມີເວລາວ່າງເບິ່ງລາຍການ Blue’s Clues ເປັນລາຍການກາຕູນໍາລັບເດັກ

3.ເຄລວິນໂດ
ສາຍາຂອງລາວແມ່ນດີເຈໂຟກັສ ອັດສະລິຍະທາງດ້ານຈັກກົນເຊຍລ່າ ສີອອນ ແອຟຟິກກາ ລາວເຕີບໂຕມາຢ່າງຍາກຈົນແຕ່ຮຽນຮູ້ວິສະວະກຳຕ່າງໆດ້ວຍຕົນເອງຕັ້ງແຕ່ອາຍຸ 13 ປີ ໂດຍສ້າງເຄື່ອງກຳເນີດໄຟ້າສົ່ງສັນຍານວິທະຍຸຈາກເສດໂລຫະອອກອາກາດໃນຊື່ ດີເຈໂຟກັສ ເມື່ອບໍ່ດົນມານີ້ລາວໄດ້ລົງນາມໃນສັນຍາໂຄງການພະລັງງານແສງອາທິດທີ່ມີມູນຄ່າເຖິງ 3 ລ້ານບາດ ກັບບໍລິສັດເຊຍລ່າວາຍຟາຍ

4.ເອລິຕາແອນເຄ
ສາວນ້ອຍສາຍຍາປິກັສ ໂຊໂຕນ້ອຍຄົນອ໋ອດສະເຕຼເລຍເປັນອັດສະລິຍະທາງດ້ານການແຕ້ມຮູບແອບສແຕກເທີມິນິການເປັນຂອງໂຕເອງໃນນິວຢອກ ຕັ້ງແຕ່ອາຍຸພຽງ 4 ປີ ແລະຂາຍຜົນງານຂອງລາວໄດ້ຫຼາຍກ່ວາ 7 ແສນບາດ

5.ທານິດ ຮັບລາຮໍາ ແລະທາລາຮັບລາຮໍາ
ສອງອ້າຍນ້ອງອັດສະລິຍະທາງດ້ານດາລາສາດ ຜູ້ເຂົ້າສູ່ສະຖາບັນເມນຊ້າ (ສະຖາບັນເດັກອັດສະລິຍະ) ຕອນອາຍຸ 4 ປີ ທານິດ ຮຽນຫຼັກສູດຂອງມະຫາວິທະຍາໄລຕັ້ງແຕ່ 7 ປີ ລາວຄົ້ນພົບຊຸບເປີ້ໂນວາແລະດາວເຄາະນອກລະບົບອື່ນໆໃນອາຍຸ 9 ປີ ແລະເຄີຍເຮັດໂປຼເຈັກວິທະຍາສາດສະເໜີຜົນງານຂອງລາວເຂົ້າໃນການປະຊຸມຂອງນາຊາໃນປີ 2011

6.ຈາຄອບ ບາເນັດ
ເກັ່ງທາງດ້ານນິທະຍາສາດຖຶກນຳໄປປຽບທຽບກັບໄຮສະຕາຍ ເຂົ້າຮຽນທີ່ສະຖາບັນຟີສິກນານາຊາດເພີມິເຕີໃຊ້ເວລາ 1 ປີ ຈົບປະລິນຍາໂທແລະກ່ຳລັງຕໍ່ປະລິນຍາເອກ ຕອນນີ້ລາວກ່ຳລັງວິໃຈກ່ຽວກັບທິດສະດີສຳພັນພາບຂອງໄຮສຕາຍແລະເຮັດການຫັກລ້າງທິດສະດີບາງຢ່າງຢູ່

7.ອາມັນ ເລແມນ
ຜູ້ກຳກັບກັບແລະຜູ້ອຳນວຍການສ້າງແລະເຮັດອະນິເມເຊິນ ຄົນອິນເດຍທີ່ມີອາຍຸນ້ອຍທີ່ສຸດ ລາວສ້າງກາຕູນສັ້ນທີ່ເປັນອານິເມເຊິນຫຼາຍກ່ວາ 1,000 ຕອນ ແລະເຄີຍໄດ້ບັນຍາຍໃຫ້ກັບນັກສຶກສາມະຫາວິທະຍາໄລຕັ້ງແຕ່ອາຍຸ 8 ປີ

8.ທາວີເຄວິນສັສ
ເປັນນັກຂຽນທີ່ມີຄວາມຮູ້ທາງດ້ານແຟເຊິນຕັ້ງແຕ່ນ້ອຍ ເມື່ອອາຍຸຮອດ 12 ປິ ລາວມີບ໋ອກສ່ວນໂຕທີ່ຂຽນເລື່ອງລາວແລະແຟເຊິນ ເຊິ່ງມີຄົນເຂົ້າເບິ່ງຮອດ 3 ໝື່ຄົນຕໍ່ມື້ ເມື່ອອາຍຸຮອດ 15 ປີ ລາວໄດ້ປິດບ໋ອກຂອງລາວລົງເພື່ອໄປສ່ຽງໃນເສັ້ນທາງອາຊີບນັກສະແດງກໍ່ສຳເລັດ ຈົນເຖິງປະຈຸບັນລາວກໍ່ເປັນນັກຂຽນບັນນາທິການ ນັກສະແດງແລະນັກຮ້ອງໃນອາຍຸພຽງ 18 ປີ ນິດທະຍາສານຟໍຈັດອັນດັບໃຫ້ລາວເປັນບຸກຄົນທີ່ອາຍຸຕ່ຳກ່ວາ 30 ທີ່ມີອິດທິພົນທາງດ້ານຊື່ຫຼາຍທີ່ສຸດ ໃນປີ 2014 ແລະນິທະຍາສານໄທຈັດໃຫ້ເປັນ 25 ໄວລຸ້ນທີ່ມີອິດທິພົນທີ່ສຸດ ໃນປີ 2014

9.ອົວອອນເດີ ຫຼຽງ
ອັດສະລິຍະທາງດ້ານໝາກລຸກ ເປັນຄົນອາເມລິກາເຊື້ອສາຍຈີນ ເປັນບຸກຄົນທີ່ມີອາຍຸນ້ອຍທີ່ສຸດໃນປະຫວັດສາດຂອງສະຫາລັດໄດ້ຮັບເລດຕິ້ງໝາກລຸກອາຊີບຕອນອາຍຸ 8 ປີ ແລະໄດ້ເດີນສາຍແຂ່ງໝາກລຸກເຊິງໄດ້ຮັບກຽດຕິປະຫວັດແລະໄດ້ສ້າງສະທິຕິໃໝ່ໃນວົງການອີກດ້ວຍ

10.ແຈັກ ແອນດາກ້າ
ນັກປະດິດ ນັກວິທະຍາສາດ ແລະນັກວິໃຈໂລກມະເຮັງຄົນອາເມລິກາໃນອາຍຸ 15 ປີ ພວກເຂົາໄດ້ຄິດຄົ້ນອຸບປະກອນຊ່ວຍກວດສອບມະເຮັງຕັບອ່ອນແບບແມ່ນຍຳພາຍໃນເວລາບໍ່ຫຼາຍນາທີ ແລະຊ່ວຍໃຫ້ລາວຊະນະເລີດ Intel International Science and Engineer Fair ໄດ້ເງິນລາງວັນເຖິງ 2.3 ລ້ານບາດ

11.ໃບອານາ ແລະ ບິນິ ວິນເນີ
ຝາແຝດນັກຂຽນທີ່ຊ່ວຍກັນຂຽນນິຍາຍແນວໄຊໄຟ ເຫຼັ້ມທຳອິດແລະໄດ້ຮັບລາງວັນເບນຈາມິນແຟລງຄິນ ເມື່ອທັງຄູ່ອາຍຸໄດ້ 12 ປີ ໄດ້ມີຜົນງານຕໍ່ມາອີກຫຼາກຫຼາຍທັງສອງໄດ້ຮັບການຍອມຮັບຢ່າງເປັນທາງການຈາກສະພາໂລກສຳລັບເດັກທີ່ມີພອນສະຫວັນແລະຄວາມສາມາດພິເສດ
12.ໄພຍາຍຊີ ໂຊມານີ
ເປັນເດັກນ້ອຍອັດສະລິຍະທີ່ມີຄວາມຄິດທາງດ້ານຈິດໃຈ ໂດຍສະເພາະການຄິດຄຳນວນທາງດ້ານນິທະຍາສານໂດຍບໍ່ຕ້ອງໃຊ້ເຄື່ອງຄິດໄລ່ທາງໃດໆ ລາວຊະນະເລີດການແຂ່ງຂັນຄິດໃນໃຈ Mental Calculation World Cup 2010 ໃນການແຂ່ງຂັນເຮັດຄຳຕອບໄດ້ຖຶກຕ້ອງເຖິງ 100%
13.ຊານຕິອາໂກ ກອນຊາເລສ
ເດັກອັດສະລິຍະທາງດ້ານ ໂປຼແກຼມເມີ ທີ່ຂຽນແອບຂອງ IOS ຫຼາຍກ່ວາ 7 ປີ ໂດຍລາວເລີ່ມຂຽນແອບພິເຄເຊິນ IOS ຕັ້ງແຕ່ອາຍຸ 8 ປີ ລາວພັດທະນາແອບຫຼາຍກ່ວາ 15 ແອບ ແລະຄາດວ່າລາວອາດຈະເປັນສະຕິບຈອບຄົນຕໍ່ໄປກໍ່ເປັນໄດ້
14.ໄອນານ ໂຄເວຍ
ອັດສະລິຍະທາງດ້ານເຄມີຊາວມາເລເຊຍທີ່ສາມາດຜ່ານການເສັງເຄມີລະດັບ O ສຳລັບເດັກອາຍຸ 16ເມື່ອອາຍຸພຽງແຕ່ 7ປີ ແລະ ປີຕໍ່ມາເຂົາເຂົ້າສຶກສາທີ່ສິງກະໂປໂພລີເທັກນິກຖືວ່າເປັນນັກສຶກສາທີ່ມີອາຍຸນ້ອຍທີ່ສຸດເທົ່າທີ່ເຄີຍມີມາ ສ່ວນເຄັດລັບຄວາມສຳເລັດຂອງເຂົານັ້ນບໍ່ມີຫຍັງເລີຍເພາະພໍ່ຂອງເຂົາບອກວ່າ: ເຂົາບໍ່ເຄີຍສົນໃຈສອນຫຍັງໃຫ້ລູກເຂົາເລີຍແມ້ແຕ່ຫນ້ອຍດຽວພຽງແຕ່ເຂົາຮຽນຮູ້ໄດ້ດ້ວຍຕົວເອງ
15.ແອັບບີ ເຟລັກ
ສາວນ້ອຍອັດສະລິຍະຈາກລັດມິນິໂຊຕ້າທີ່ຄິດຄົ້ນຈານຮອງໄມໂຄເວບທີ່ຊ່ວຍໃຫ້ການອົບເບຄອນບໍ່ມີນ້ຳມັນເຍີ້ມອອກມາຕອນນາງໄດ້ອາຍຸ 8ປີໂດຍສາມາດເຮັດໃຫ້ຍອດຂາຍໄດ້ເປັນລ້ານ ແລະ ກາຍເປັນມະຫາເສດຖີໃນພິບຕາ
16. ເທເລີ ວິລສັນ
ເດັກນ້ອຍອັດສະລິຍະດ້ານຟີຊິກນິວເຄຍທີ່ສ້າງລເບີດຕັ້ງແຕ່ອາຍຸ 10ປີ ແລະ ເມື່ອອາຍຸ 14ເຂົາເປັນບຸກຄົນທີ່ອາຍຸນ້ອຍທີ່ສຸດທີ່ເຄີຍສ້າງປະຕິກິລິຍານິວເຄຍຟີວຊັ່ນອີກດ້ວຍ
17. ເກກໍລີ່ ອຣາ ສະມິດ
ນັກມະນຸດທຳທີ່ເຂົ້າຮຽນມະຫາວິທະຍາໄລຕັ້ງແຕ່ອາຍຸ 10ປີ ແລະ 2ປີຖັດມາເຂົາໄດ້ຮັບຫນ້າທີ່ໃຫ້ໄປເວົ້າກ່ຽວກັບມະນຸດທຳທົ່ວໂລກລວມໄປເຖິງການຖືກສະເຫນີຊື່ເຂົ້າຊິງລາງວັນໂນເບວສາຂາສັນຕິພາບເປັນຄັ້ງທຳອິດ ແລະ ເຂົາໄດ້ຮັບການສະເຫນີຊື່ເຂົ້າຊິງທັງຫມົດ 3ເທື່ອດ້ວຍກັນ
18. ອະກຣິຊ ຈັສວາລ
ເດັກນ້ອຍອັດສະລິຍະນັກຜ່າຕັດທີ່ມີພັດທະນາກາຢ່າງວ່ອງໄວເຂົາເລີ່ມເວົ້າໄດ້ຕັ້ງແຕ່ອາຍຸ 10ເດືອນ, ອ່ານເສັກສະເປຍຕອນ 5ປີ ແລະ ເລີ່ມສຶກສາວິທະຍາສາດດ້ານກາຍວິພາກໂດຍແພດທີ່ອານຸຍາດໃຫ້ເຂົາເຂົ້າຜ່າຕັດ ແລະ ການຜ່າຕັດຄັ້ງທຳອິດຂອງເຂົາເກີດຂຶ້ນເມື່ອເຂົາໄດ້ອາຍຸພຽງ 7ປີເພື່ອຮັກສາເພື່ອບ້ານ ຫລັງຈາກນັ້ນເຂົາໄດ້ຮັບການສຶກສາທາງດ້ານການແພດເພື່ອຮັກສາໂລກເນື້ອງອກ ແລະ ມະເຮັງໃນບ້ານເກີດຂອງເຂົາທີ່ອິນເດຍ
19. ທຣິດຕັນ ຜັງ
ເດັກອັດສະລິຍະດ້ານຟີຊິກເຂົາເລີ່ມອ່ານຄະນິດສາດລະດັບມັດທະຍົມເມື່ອຕອນອາຍຸ 2ປີ ແລະ ຜ່ານການທົດສອບຄະນິດສາດຂອງເດັກທີ່ໃຫຍ່ກວ່າເຂົາໂດຍໄດ້ຄະແນນລະດັບ A ມາຕະຫລອດຈາກນັ້ນໄດ້ຮັບອານຸຍາດໃຫ້ເຂົ້າຮຽນທີ່ມະຫາວິທະຍາໄລໃຫ້ສຶກສາດ້ານຟີຊິກຄະວອນຕັນເມື່ອອາຍຸ 12ປີ ເຊິ່ງເຂົາໄດ້ສ້າງເວັບໄຊເພື່ອແບ່ງປັນຄວາມຮູ້ຕ່າງໆໃຫ້ກັບຄົນອື່ນໆອີກດ້ວຍ
20. ເອລິດ ແທນ ໂຣເບີດ
ໄອສໄຕນມີ IQ 160 ແຕ່ເອລິດມີໄອຄີວ 156 ຕອນມີອາຍຸພຽງ 2ປີເທົ່ານັ້ນ ປະຈຸບັນລາວໄດ້ 7ປີ ແ ລ ະ ກາຍເປັຮສະມາຊິກຂອງເມນຊ່າສະຖານບັນເດັກອັດສະລິຍະທີ່ອາຍຸນ້ອຍທີ່ສຸດ ລາວເລີ່ມເວົ້າໄດ້ເມື່ອອາຍຸ 5ເດືອນ ຍ່າງໄດ້ຕອນອາຍຸ 8ເດືອນ ແລະ ແລ່ນໄດ້ຕອນອາຍຸ 10ເດືອນ ລາວໄດ້ຜ່ານການທົດສອບ IQ ທີ່ສັບຊ້ອນເປັນເວລາເຖິງ 45ນາທີກ່ອນທຸກຄົນຈະສະຫລຸບວ່າລາວເປັນເດັກທີ່ມີພອນສະຫວັນທີ່ສຸດຄົນນື່ງເລີຍ

ຂໍຂອບໃຈຂໍ້ມູນຈາກ: guff
Ad