Top Ad

header ads

ແຝດ 3 ເປັນເດັກທີ່ເກີດຈາກ ດີເອັນເອ ຜູ້ຊາຍ 2 ຄົນຄັ້ງທຳອິດຂອງໂລກ

ແປກແຕ່ແທ້ ເມື່ອຄູ່ຮັກເກ ໃຊ້ການປະສົມທຽມໃຫ້ກຳເນີດແຝດ 3 ເປັນເດັກທີ່ເກີດຈາກ ດີເອັນເອ ຂອງຜູ້ຊາຍສອງຄົນຄັ້ງທຳອິດໃນໂລກ
ລາຍງານຂ່າວແຈ້ງວ່າ ທີ່ຕ່າງປະເທດເກີດເລື່ອງສຸດຮືຮາຂຶ້ນ ເມື່ອຄູ່ຮັກຊາວເກຍ໌ ຄູ່ໜຶ່ງສາມາດໃຫ້ກຳເນີດເດັກແຝດ 3 ຈາກດີເອັນເອ ຂອງຜູ້ຊາຍທັງສອງຄົນ ຈາກທ້າວ ຄຣິສໂຕ ແລະ ທີໂອ ເມເນລົວ
ໂດຍລາຍງານລະບຸວ່າ ສາເຫດທີ່ທັງຄູ່ສາມາດໃຫ້ກຳເນີດເດັກນ້ອຍຈາກດີເອັນເອທັງ 2 ຄົນນັ້ນ ເກີດຈາກວິວັດທະນາການທາງວິທະຍາສາດໃນການປະສົມທຽມໂດຍການໃຊ້ຕົວອ່ອນ (embryos) 2 ເອັມບຣິໂອ ນຳຕົວອ່ອນໜຶ່ງໄປປະສົມກັບອະສຸຈິຂອງ ທ້າວ ທີໂອ ແລ້ວນຳໄປຝາກໄວ້ໃນທ້ອງຂອງແມ່ຍິງຄົນໜຶ່ວທີ່ເປັນເພື່ອນບ້ານຂອງທັງຄູ່ເຊິ່ງສະໝັກໃຈຮັບໜ້າທີ່ຖືພາແທນ
ຈົນໃນທີ່ສຸດ ເດັກທັງສາມຄົນ ກໍ່ເກີດອອກມາຢ່າງປອດໄພ ເປັນຊາຍ 1 ຄົນ ແລະ ຍິງ 2 ຄົນ ທັງສາມມີນ້ຳໜັກເກີນ 1 ກິໂລກຣາມ ແຕ່ມີຄົນໜຶ່ງຕ້ອງໄດ້ຮັບການຜ່າຕັດຫົວໃຈ ເພາະບໍ່ແຂງແຮງເທົ່າພີ່ນ້ອງ
ແຝດທັງສາມມີຊື່ວ່າ ໂຈຊົວ, ໂຊອີ້ ແລະ ເຄທີ ທັງສາມໄດ້ຢູ່ໃນຄວາມດູແລຂອງແພດຢ່າງໃກ້ຊິດ ຈົນກວ່າແພດຈະໝັ້ນໃຈວ່າຝແດທັງສາມ ນັ້ນແຂງແຮງແລ້ວ ເຊິ່ງໂຈຊົວເປັນຄົນທຳອິດທີ່ໄດ້ອອກຈາກໂຮງໝໍເພື່ອກັບເມືອເຮືອນ ໃນວັນທີ 22 ກໍລະກົດ ທີ່ຜ່ານມາ ແລ້ວກໍ່ຕາມດ້ວຍໂຊອີ້ ໃນວັນທີ 1 ສິງຫາ ແລະ ເຄທີໃນວັນທີ 4 ສິງຫາ ທີ່ຜ່ານມາ
ຄຣີສໂຕ ແລະ ທີໂອ ພໍ່ຂອງແຝດທັງສາມຄົນນີ້ ຕັ້ງໃຈວ່າຈະພາລູກທັງສາມກັບໄປໃຊ້ຊີວິດທີ່ບ້ານເກີດໃນເມືອງ ພຣີຕໍເຣຍ ປະເທດແອຟຣິກາໃຕ້

ຂໍຂອບໃຈທີ່ມາ: news.mthai
Ad