Top Ad

header ads

5. ສາເຫດທີ່ຄົນອອກກຳລັງກາຍແນວໃດນ້ຳໜັກກໍ່ບໍ່ຫຼຸດ

1.ອອກ​ກຳ​ລັງ​ກາຍ​ແບບ​ໜັກຈົນ​ເກີນ​ໄປສິ່ງ​ທີ່​ເຈົ້າ​ໄດ້​ຫຼັງ​ຈາກ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ບ້າພະລັງຫລື​ໜັກ​ເກີນ​ໄປ​ນັ້ນ​ໄດ້​ແກ່​
- ເຈົ້າ​ຈະ​ຫິວ​ຊະນິດ​ທີ່​ເອີ້ນວ່າ​ໂຫຍ​ຫາ​ອາຫານ​ຢ່າງ​ບ້າຫຼັງ​ຈາກ​ອອກ​ກຳ​ລັງ ​ກາຍ​ສຳເລັດແລ້ວຊຶ່ງ​ຖ້າ​ເຈົ້າ​ບໍ່​ສາມາດ​ຢັບ​ຢັ້ງ​ໃຈ​ໄດ້​ກໍ​ເຈົ້າກໍ່ລັກ​ກິນ​ອາຫານ​​ຢູ່​ດີ​
- ຮ່າງກາຍ​ຂອງ​ເຈົ້າ​ຈະ​ເມື່ອຍ​ຫລາຍໂດຍ​ສະເພາະ​ຄົົນທີ່​ຕຸ້ຍ​ຫລາຍ​ໆ​ຢູ່​ໆຈະ​ ມາ​ອອກ​ກຳ​ລັງ​ກາຍ​ຫນັກບາດດຽວ​ນັ້ນ​ເຈົ້າ​ມີ​ໂອ​ກາດ​ເປັນ​ລົມຫລື​ຫົວ​ໃຈ​ວາຍໄດ້​​
- ຮ່າງກາຍ​ອາດຈະ​ຊ້ອມ​ແຊມ​ອາການ​ບາດ​ເຈັບ​ບໍ່​ທັນ​ໃນ​ມື້​ຕໍ່ມາຫຼາຍ​ຄົນ​ຈຶ່ງ​ເກີດ​ອາການປວດ​ເມື່ອຍ​ຕາມ​ຕົວ​ໃນ​ມື້​ຕໍ່ມາ​ທັນ​ທີ​

ທາງ​ແກ້​ຄື​ເຈົ້າ​ບໍ່​ຕ້ອງ​ຟິດ​ເນັດ​ຫຼາຍຈົນເກີນໄປບໍ່​ຕ້ອງ​ໃຈ​ຮ້ອນ​ການ​ລຸດນ້ຳ​ໜັກ​ທີ່​ໄດ້​ຜົນ​ຄື​ຕ້ອງ​ໃຊ້​ໄລຍະ​ເວລາ​ຄ່ອຍໆ​ເປັນ​ຄ່ອຍໆ​ໄປ​ການ​ອອກ​ກຳ​ລັງ​ກາຍ​ກໍ​ເຊັ່ນ:​ ກັນຫາກ​ເຈົ້າ​ບໍ່​ໄດ້​ອອກ​ກຳ​ລັງ​ກາຍ​ມາ​ດົນກໍ​ອາດຈະ​ເລີ່ມ​ງ່າຍໆ​ດ້ວຍ​ການ​ ຍ່າງ​ຂຶ້ນ​ລົງ​ຂັ້ນໄດ​ທີ່​ເຮັດວຽກ​ຊ່ວງ​ເຊົ້າ, ກາງ​ເວັນ ​ແລະ ຕອນແລງ​ຫຼັງ​ເລີກ​ເຮັດວຽກ​ ຫລື​ ຖ້າ​ເຈົ້າ​ຂຶ້ນ​ລົດ​ເມ​ກັບເຮືອນຖ້າບໍ່ໄກຈົນເກີນໄປກໍ່ຍ່າງລອງເບີ່ງການ​ທີ່ຈະ​ເຜົາ​ຜານ​ໄຂ​ມັນ​ໄດ້​ດີ ​ນັ້ນລະ​ດັບ​ອອກ​ຊິ​ເຈັນໃນຮ່າງກາຍ​ຕ້ອງ​ສູງ​ດັ່ງ​ນັ້ນ​ເຈົ້າ​ຈຶ່ງ​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ແບບ​ຊ້າ​ໆ​ເນັ້ນ​ສູບ​ລົ​ມຫາ​ຍ​ໃຈ​



2. ຂາດ​ຄວາມ​ສະໝ່ຳ​ສະເໝີ​ຫາກ​ອອກ​ກຳ​ລັງ​ກາຍ​ຊ້ຳ​ເກົ່າ​ເລື້ອຍໆ​ຈາກ​ທີ່​ ຮ່າງກາຍເມື່ອຍ​ລ້າ​ຈະ​ຄ່ອຍ​ໆ​ປັບ​ຕົວ​ໃຫ້​ຊິນ ແລະ​ ການ​ອອກ​ກຳ​ລັງ​ກາຍ​ຈະ​ ງ່າຍ​ກວ່າ​ເກົ່າແຕ່​ຫຼາຍ​ຄົນ​ມັກ​ຈະ​ເລີກ​ລົ້ມ​ການ​ອອກ​ກຳ​ລັງ​ກາຍ​ໄປ​ກ່ອນ​ ເນື່ອງ​ຈາກ​ວ່າ​​ໄປ​ອອກ​ກຳ​ລັງ​ກາຍ​ໃນ​ຊ່ວງ​ທຳອິດຢ່າງ​ບ້າພະລັງເກີດ​ອາການ​ ເຈັບ​ຈົນ​ບໍ່​ຢາກ​ໄປ​ອອກ​ກຳ​ລັງ​ກາຍ​ອີກ​ເລີ່ມ​ຕົ້ນ​ອອກ​ກຳ​ລັງ​ກາຍ​ງ່າຍໆ​ດ້ວຍ​ທ່າ​ເຕັ້ນ​ຕາມ​ຄລິບ​ YOUTUBE ຕ່າງ​ໆ​ທີ່​ເຮົາ​ເຫັນ​ແລ້ວ​ມັກແລ້ວຫຼັງຈາກນັ້ນກໍ່ເຮັດຕາມໄດ້​

3. ເລືອກ​ເວລາ​ອອກ​ກຳ​ລັງ​ກາຍ​ຜິດ​ດັ່ງ​ນັ້ນ​ຫາກ​ໃຜ​ທີ່​ກຳ​ລັງ​ຢາກ​ລຸດ​ນ້ຳ​ໜັກ​ແລ້ວ​ຢາກ​ຈະ​ອອກ​ກຳ​ລັງ​ກາຍ​ແນະ​ນຳ​ວ່າ​ອອກ​ກຳ​ລັງ​ກາຍ​ໃນ​ຕອນ​ເຊົ້າ​ຈະດີກວ່າ​ ບໍ່​ຈຳ​ເປັນ​ຕ້ອງ​ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ແລ່ນ,ເຕັ້ນ​ເອ​ໂລ​ບິກ​ ແລະ ອື່ນໆ​ ເທົ່າ​ນັ້ນ​ການ​ອອກ​ກຳ​ລັງ​ກາຍ​ໃນ​ທີ່​ນີ້​ເຈົ້າ​ສາມາດ​ເຮັດ​ເອງ​ໄດ້​ໃນ​ທຸກສະຖານທີ່ບໍ່​ວ່າ​ຈະ​ເປັນ​ການ​ຍ່າງ​ຂຶ້ນ​ລົງ​ຂັ້ນ​ໄດ​, ການ​ຍ່າງ​ໄປ​ເຮັດວຽກ ​(ໃນໄລຍະ​ທາງ​ທີ່​ໃຊ້​ເວລາ​ຍ່າງ​ປະມານ​ 10-15 ນາ​ທີ​) ການ​ອອກ​ກຳ​ລັງ​ກາຍ​ໃນ​ຊ່ວງ​ເຊົ້າ​ນີ້​ເນັ້ນ​ພຽງແຕ່​ເອົາ​ໃຫ້​ຮູ້ສຶກ ​ຮ່າງກາຍ​ອຸ່ນ​ໆ​ເຫືອ​ຊຶມ​ໆ​ກໍ​ພໍ​ແລ້ວ​ບໍ່ຈຳເປັນຕ້ອງອອກກຳລັງກາຍໜັກຈົນເກີນໄປ​ແຕ່​ເນັ້ນ​ຄວາມ​ຕໍ່​ເນື່ອງ​ ແລະ ​ສ​ະໝ່ຳ​ສະເໝີ​ຈະ​ດີກວ່າ​​.

4. ລະ​ວັງ​ເລື່ອງ​ອາຫານ​ຫາກ​ເຈົ້າ​ບໍ່​ຄວບ​ຄຸມ​ອາຫານ​ທີ່​ເຈົ້າຈະກິນແແລ້ວສິ່ງ​ທີ່​ເຈົ້າ​ອອກ​ກຳ​ລັງ​ກາຍ​ມາ​ກ່ອນ​ໜ້າ​ນີ້​ມັນ​ກໍ​ບໍ່ມີຄວາມໝາຍດັ່ງ​ນັ້ນ​ ກ່ອນ​ຈະ​ກິນ​ຈະ​ດື່ມ​ຫຍັງ​ລອງ​ອ່ານ​ປະລິມານສານອາຫານຫລື​ຄຳ​ນວນ​ໃນ​ໃຈ​ວ່າ​ສິ່ງ​ທີ່​ເຮົາ​ຈະ​ກິນ​ເຂົ້າໄປ​ນັ້ນ​ມັນ​ໃຫ້​ພະລັງ​ງານ​ເຮົາ​ຫລາຍ​ນ້ອຍ​ເທົ່າໃດ ຫາກ​ເປັນ​ອາຫານ​ສະໄໝ​ໃໝ່​ທີ່​ມີການບັນຈຸພັນເປັນຢ່າງ​ດີ​ສ​ະລາກ​ຈະ​ມີ​ການ​ລະ​ບຸ​ໄວ້​ວ່າ​ອາຫານ​ນັ້ນ​ໆ​ໃຫ້​ພະລັງ​ງານ​ຈັກ​ກິ​ໂລ​ແຄລໍ​ຣີ ຊຶ່ງ​ໂດຍ​ປົກກະຕິ​ຮ່າງກາຍ​ຂອງ​ຜູ້​ຊາຍ​ຄືຕ້ອງ​ການ​ພະລັງ​ງານ​ 1,800 – 2,000 ກິ​ໂລ​ແຄລໍ​ຣີ​ ສ່ວນ​ຜູ້ຍິງ​ຕ້ອງ​ການ​ພະລັງ​ງານ​ປະ​ມານ​ 1,200 – 1,500 ກິ​ໂລ​ແຄລໍຮີ.​

ຄຳ​ນວນ​ງ່າຍໆ​ໃນ​ໃຈ​ກໍ​ຄື​ອາຫານ​ 1 ມື້​ ບໍ່​ວ່າ​ຈະ​ເປັນ​ເຂົ້າ​ຂາ​ໝູ​,ເຂົ້າ​ມັນ​ໄກ່​ ແລະ ອື່ນໆ​ ໂດຍ​ສະເລຍ​ອາຫານ​ 1 ຈານ (ປະລິມານ​ທີ່ຄົນ​ທົວ​ໄປ​ກິນ​) ຈະໃຫ້​ພະລັງ​ງານ​ປະ​ມານ​ 200 – 500 ກິ​ໂລ​ແຄລໍ​ຣີ​ມາ​ລີ​ໄລ​​ Malee Light ນ້ຳ​ຫມາກໄມ້​ສູດ​ບໍ່​ມີ​ນ້ຳ​ຕານຫລື​ນ້ຳ​ຫມາກໄມ້​ອື່ນ​ໆ​ລອງ​ເລືອກ​ທີ່​ໃຊ້​ຫຍ້າ​ຫວານ​ Stevia ໃຫ້​ຄວາມ​ຫວານ​ແທນ​ຈະ​ຊ່ວຍ​ໃຫ້​ແຄລໍ​ຣີ​ໜ້ອຍ​ລົງ​​ມາ​ລີ​ໄລ​ນ້ຳ​ຫມາກໄມ້​ແຄລໍ​ຣີ​ຕ່ຳ​ພຽງແຕ່​ 30 ແຄລໍຮີເທົ່າ​ນັ້ນ

5. ກິນ​ນ້ຳ​ໜ້ອຍ​ເກີນ​ໄປ​ການ​ກິນ​ນ້ຳ​ຍັງມີ​ຜົນ​ຕໍ່​ການ​ລຸດ​ນ້ຳ​ໜັກ​ອີກ​ດ້ວຍ​ ເພາະ​ການ​ກິນ​ນ້ຳ​ຈະ​ເຂົ້າໄປ​ຊ່ວຍ​ເລື່ອງ​ການ​ຂັບ​ຖ່າຍ​ໄລ່​ຂອງ​ເສຍ​ຕ່າງ​ໆ​ພາຍ​ໃນ​ຮ່າງກາຍ​, ທົດ​ແທນ​ນ້ຳ​ທີ່​ສູນເສຍ​ໄປ​ໃນ​ການ​ອອກ​ກຳ​ລັງ​ກາຍ​ຫາກ​ຕອນ​ນີ້​ຢັງ​ດື່ມ​ນ້ຳບໍ່​ໄດ້​ມື້​ລະ​ 8 ແກ້ວ​ ກໍ​ຄ່ອຍ​ເປັນ​ຄ່ອຍ​ໄປ​ກໍ​ໄດ້ແຕ່​ພະຍາຍາມ​ດື່ມ​ນ້ຳ​ໃຫ້​ຫລາຍ​ໆ​


Ad