Top Ad

header ads

5 ວິທີບໍລິຫານເງິນເມື່ອຮຽນຈົບໃໝ່

ເລື່ອງການເງິນໃນຊີວິດປະຈໍາວັນ ເປັນເລື່ອງທີ່ບໍ່ມີສອນໃນໂຮງຮຽນ ຫຼື ມະຫາວິທະຍາໄລ ເຮັດໃຫ້ຫຼາຍຄົນບໍ່ຄ່ອຍສົນໃຈ ທັງທີ່ເປັນເລື່ອງສຳຄັນ ເພາະສະພາບທາງການເງິນ ບົ່ງບອກເຖິງສະຖານະພາບ ຫຼື ຄຸນນະພາບຊີວິດຂອງແຕ່ລະຄົນໄດ້ເປັນຢ່າງດີ ດັ່ງນັ້ນ, ຖ້າໃຜຢາກມີຄຸນນະພາບຊີວິດທີ່ດີ ວາລະສານຂວັນໃຈ ກໍ່ມີວິທີບໍລິຫານເງິນມາຝາກ.
1ຈົດລາຍການທີ່ຈຳເປັນຕ້ອງຈ່າຍທຸກເດືອນ ເຊັ່ນ: ຄ່າເຮືອນ, ຄ່ານໍ້າ-ຄ່າໄຟ, ຄ່າໂທລະສັບ, ຄ່າເດີນທາງ… ເມື່ອເງິນເດືອນອອກ ໃຫ້ນຳເງິນໄປຊຳລະຄ່າໃຊ້ຈ່າຍໃນສ່ວນນີ້ທັນທີ.
2ທ້ອນໄວ້ຢ່າງນ້ອຍເດືອນລະ 10% ຂອງລາຍໄດ້: ຖ້າເງິນຈໍານວນນີ້ ຍັງມີບໍ່ຫຼາຍພໍທີ່ຈະນໍາໄປລົງທຶນຕໍ່ຍອດ ແນະນໍາໃຫ້ຝາກປະຈຳທາງທະນາຄານ ເພາະຈະໄດ້ດອກເບ້ຍທີ່ສູງກວ່າການຝາກປະຢັດທົ່ວໄປ.
KuanjaI FaceB6-01
3ຊອກງົບປະມານທີ່ສາມາດໃຊ້ຈ່າຍໄດ້ໃນແຕ່ລະມື້: ໂດຍ ( ເອົາເງິນເດືອນ-ລາຍຈ່າຍທີ່ຈໍາເປັນ-ເງິນປະຢັດ ) ຫານໃຫ້ 30 ວັນ.ເຮົາກໍ່ຈະສາມາດໃຊ້ໄດ້ໃນແຕ່ລະມື້ ເພື່ອຄວາມບໍ່ປະໝາດໃນການໃຊ້ຈ່າຍເກີນງົບ.
KuanjaI FaceB00-01
4ຂຽນບັນທຶກລາຍຮັບລາຍຈ່າຍ ບໍ່ຕ້ອງເຮັດໃຫ້ຫຍຸ້ງຍາກ ຂໍພຽງແຕ່ສາມາດບັນທຶກໄດ້ໃນແຕ່ລະມື້ ເຮົາຈ່າຍເງິນໄປກັບຫຍັງແດ່ ແລະ ທຸກທ້າຍເດືອນ ຢ່າລືມສະຫຼຸບຍອດລາຍຮັບ-ລາຍຈ່າຍ ເພື່ອທີ່ຈະໄດ້ເຫັນວ່າ ເຮົາໃຊ້ຈ່າຍເງິນໄດ້ຢ່າງເໝາະສົມຫຼືບໍ່.
5ຊື້ເຄື່ອງໃນທ້າຍເດືອນ ສໍາລັບຄົນທີ່ຮຽນຈົບໃໝ່ ເງິນທີ່ຈະຊື້ເຄື່ອງອາດມີບໍ່ຫຼາຍເທົ່າໃດ ຖ້າໃຊ້ຈ່າຍຕັ້ງແຕ່ຕົ້ນເດືອນອາດເຮັດໃຫ້ເກີດບັນຫາສະພາບທາງການເງິນບໍ່ພໍໃຊ້ ທາງທີີ່ດີແນະນຳໃຫ້ບໍລິຫານເງິນຕາມ 4 ຂັ້ນຕອນເບື້ອງຕົ້ນໃຫ້ຄົບກ່ອນທ້າຍເດືອນ.


ຂອບໃຈທີ່ມາຈາກ kuanjailao.com
Ad