Top Ad

header ads

ສະຫຼູບ ບົດຄວາມ ສໍາຄັນ ທີ່ ທ່ານ ໂອບາມາ ໃນວັນກ່າວ ສູນທໍລະພົດ ຢູ່ ສປປລາວ 6 - 9 - 16(ມີວີດີໂອ ຟັງສູນທໍລະພົດ)

ທ່ານໂອບາມາ ນໍາບົດເລີ່ມຕົ້ນດັ່ງນີ້
- ເປີດທັກທາຍດ້ວຍ ສະບາຍດີ ເປັນພາສາລາວ
- ຍ້ອງວ່າລາວມີສະຖານທີ່ທ່ອງທ່ຽວທີ່ງາມຫຼາຍ ແລະ ຈະໄປຢ້ຽມຢາມຫຼວງພະບາງ
- ບອກວ່າປະເທດລາວຄືດິນແດນ ລ້ານຊ້າງ ເລີຍວ່າຢາກຂີ່ຊ້າງ ແຕ່ Secret Service ບໍ່ໃຫ້ມາ ເລີຍບອກວ່າຕອນເຊົາເປັນປະນາທິບໍດີຈະລອງມາຂີ່ເບິ່ງ
- ສາດສະໜາພຸດເຮັດໃຫ້ຄົນລາວມີນ້ຳໃຈ
- ສົງຄາມລັບ CIA ໃນລາວເຮັດໃຫ້ມີລະເບີດຕົກຂ້າງຢູ່ຫຼາຍ ແລະ ເສຍໃຈກັບເຫດການທີ່ເກີດຂຶ້ນ
- ຍ້ອງຄົນລາວໃນອາເມຣິກາທີ່ພາກພູກໃຈໃນຄວາມເປັນອາເມຣິກາ ແຕ່ຍັງຄົງຮັກສາວັດທະນາທຳຄື ຍັງໄປວັດ, ການເຄົາລົບຜູ້ອາວຸໂສ ໄວ້ໄດ້
- ຄວາມຮ່ວມມືທີ່ຈະເກັບກູ້ລະເບີດບໍ່ທັນແຕກໃນລາວ
- ເຍົາວະຊົນລາວພ້ອມທີ່ຈະກ້າວໄປໃນລະດັບໂລກ ໂດຍຈະໃຫ້ບໍລິສັດ Microsoft ແລະ GE ເຂົ້າມາສະໜັບສະໜູນ
- ພະລັງງານສະອາດ ແລະ ການປ່ຽນແປງສະພາບພູມມີອາກາດ ເຊິ່ງລາວຍັງເປັນປະເທດທີ່ມີຊັບພະຍາກອນທຳມະຊາດຫຼາຍ ອາເມຣິກາຈະມາຊ່ວຍເລື່ອງປົກປັກຮັກສາ
- ການຮັກສາສັນຕິພາບໃນອາຊີປາຊີຟິກ ເຊິ່ງອາເມຣິກາເບິ່ງເຫັນວ່າລາວ ຈະເປັນພັນທະມິດທີ່ສຳຄັນ ຫຼັງຈາກປັບຄວາມສຳພັນທາງການທູດການຫວຽດນາມໄດ້ຢ່າງດີແລ້ວ
- TPP ແລະ ຜົນດີທີ່ລາວ ອາຊຽນ ແລະ ອາເມຣິກາຈະໄດ້ຮັບທາງການຄ້າ ແລະ ການລົງທຶນໃນອາຊີປາຊີຟິກ
- ເບິ່ງເຫັນອານາຄົດທີ່ດີຂອງມ້ຽນມ້າ
- ຕຽມທີ່ຈະພົບກັບອອງຊານຊູຈີໃນທຳນຽບຂາວ ຕອນກັບໄປ
- ເລົ່າເລື່ອງທະຫານໜຸ່ມອາເມຣິກາທີ່ອາສາມາຊ່ວຍເກັບກູ້ລະເບີດຕົກຄ້າງໃນລາວ
- ຂອບໃຈທຸກຄົນທີ່ມາຮ່ວມງານຄັ້ງນີ້
- ເວົ້າວ່າ ຂອບໃຈຫຼາຍ
ຖ້າຈະສະຫຼຸບງ່າຍໆຂອງການມາຂອງ ໂອບາມາ ຄັ້ງນີ້ກໍ່ຄື ເພື່ອການທູດກັບປະເທດລາວ ແລະ ຊັກຊວນເຂົ້າຮ່ວມເປັນສະມາຊິກ TPP ທີ່ອາເມຣິກາເປັນຫົວຫອກສຳຄັນໃນການຄ້າ, ໃຊ້ການເກັບກູ້ລະເບີດເປັນການສ້າງສຳພັນທີ່ດີກັບຄົນລາວ ເພື່ອການລົງທຶນໃນຕໍ່ໜ້າ, ເພື່ອດຸນອຳນາດຂອງຈີນໃນລາວ ຕາມນະໂຍບາຍ pivot asia ຂອງໂອບາມາ ກ່ອນຈະລົງຕຳແໜ່ງໃນອີກ 6 ເດືອນນີ້

Ad