Top Ad

header ads

ລັດຖະບານນິວຊີແລນຊ່ວຍເຫລືອລາວບໍ່ນ້ອຍໜ້າສະຫາລັດ ຊ່ວຍເຫຼືອ 7 ລ້ານກວ່າໂດລາເພື່ອແກ້ໄຂບັນຫາລະເບີດບໍ່ແຕກ




ລັດຖະບານປະເທດນິວຊີແລນໄດ້ປະກາດໃນວັນທີ 8 ກັນຍາ 2016 ວ່າຕົນເອງໄດ້ຕົກລົງຊ່ວຍເຫລືອ ສປປ ລາວຮອບໃໝ່ຈຳນວນ 10 ລ້ານໂດລານິວຊີແລນ ຫລື ປະມານ 7.2 ລ້ານໂດລາສະຫະລັດເພື່ອປະກອບສ່ວນເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກໃນ ສປປ ລາວໂດຍຜ່ານອົງການ ສປຊເພື່ອການພັດທະນາ.
ການຊ່ວຍເຫລືອດັ່ງກ່າວຈະໄດ້ນໍາໃຊ້ເຂົ້າວຽກງານເກັບກູ້ລະເບີດບໍ່ທັນແຕກໃນປາງສົງຄາມຢູ່ແຂວງຊຽງໃນ 4 ຕໍ່ໜ້ານັບແຕ່ປີ 2017-2020. ຂະນະທີ່ ທ່ານ ຈອນຄີ ນາຍົກລັດຖະມົນຕີປະເທດນິວຊີແລນໄດ້ເປີດເຜີຍລະຫວ່າງການຢ້ຽມຢາມ ແລະ ວຽກເຮັດຢູ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດທີ່ ບ້ານອີໄລ ເມືອງນາຊາຍທອງໃນດຽວກັນວ່າ: ຕົນເອງດີໃຈ ແລະ ເປັນກຽດຢ່າງສູງທີ່ລັດຖະບານລາວໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ທີ່ ສປປ ລາວເປັນເຈົ້າພາບ ເຊິ່ງເປັນໂອກາດທີ່ດີໄດ້ມາຢ້ຽມຢາມສູນຝຶກອົບຮົມ ແລະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽການເກັບກູ້ລະເບີດໃນແຂວງຊຽງຂວາງໄດ້ຮັບຜົນສໍາເລັດຢ່າງຫລວງ ລວມທັງປະຊາຊົນທ້ອງຖິ່ນຈໍານວນສາມາດເຂົ້າເຖິງເນື້ອທີ່ການຜະລິດ ແລະ ທໍາມາຫາກິນໄດ້ສະດວກກວ່າເກົ່າ ແນວໃດກໍດີ ທ່ານ ນາຍົກລັດຖະມົນຕີນີວຊີແລນເຊື່ອວ່າການຊ່ວຍເຫລືອຮອບໃໝ່ນີ້ຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂຶ້ນຕື່ມອີກເພື່ອຊ່ວຍໃຫ້ປະຊາຊົນພາຍໃນແຂວງດັ່ງກ່າວເຂົ້າເຖິງການຜະລິດ, ແກ້ໄຂຄວາມທຸກຍາກ ແລະ ຊ່ວຍຫລຸດຜ່ອນບັນຫາລະເບີດບໍ່ທັນແຕກໃຫ້ຫລຸດໜ້ອຍຖອຍລົງໄປຄຽງຄູ່ກັບການສະໜັບສະໜູນທ່າແຮງເຮັດໃຫ້ ສປປ ລາວບັນລຸເປົ້າໝາຍສະຫະລັດໃນຕໍ່ໜ້າ ແລະ ຫວັງວ່າການນໍາໃຊ້ທຶນດັ່ງກ່າວຈະເກີດດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ.

ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະບານປະເທດນິວຊີແລນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ແຂວງຊຽງຂວາງຕັ້ງແຕ່ປີ 2010 ຈົນເຖິງປັດຈຸບັນນີ້, “ການຊ່ວຍເຫລືອໃນໄລຍະຜ່ານມາໂຄງການເກັບກູ້ລະ ເບີດແຫ່ງຊາດ ສາມາດປົດປ່ອຍເນື້ອທີ່ໆປອດໄພ ເພື່ອທໍາການຜະລິດ ແລະ ການພັດທະນາ ໄດ້ຫລາຍ ກວ່າ 3 ພັນເຮັກຕາ ເຊິ່ງໄດ້ປະກອບສ່ວນ ຢ່າງຫລວງຫລາຍ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫລຸດຜ່ອນອຸບັດ ຕິເຫດຈາກລະເບີດຕົກຄ້າງ ແລະ ຫລາຍຜ່ອນຄວາມ ສ່ຽງໄພໃນການດຳລົງຊີວິດ ກໍຄື ການທຳມາຫາກິນ ຂອງປະຊາຊົນບັນດາເຜົ່າຢູ່ແຂວງຊຽງຂວາງ”. ພ້ອມຢືນຢັນວ່າຈະນໍາໃຊ້ທຶນຮອນຂອງລັດຖະບານນິວຊີແລນປະກອບສ່ວນຄັ້ງໃຫ້ເກີດດອກອອກຜົນ ແລະ ໂປ່ງໃສຢ່າງແທ້ຈິງ.
ຜ່ານມາລັດຖະບານນິວຊີແລນໄດ້ຊ່ວຍເຫລືອລັດຖະບານລາວຈໍານວນ 4 ລ້ານກວ່າໂດລາສະຫະລັດເພື່ອຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດດັ່ງກ່າວໃນແຂວງຊຽງຂວາງນັບແຕ່ 2010-2015 ເຊິ່ງສາມາດເຮັດໃຫ້ພື້ນທີ່ມີຄວາມສ່ຽງກາຍເປັນພື້ນທີ່ມີຄວາມປອດໄດ້ 2 ພັນກວ່າເຮັກຕາ ແລະ ທໍາລາຍເສດລະເບີດຕ່າງໆໄດ້ເກືອບ 7 ພັນສິ້ນສ່ວນໃນ 326 ບ້ານ. ສ່ວສນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຈາກອຸບັດຕິເຫດລະເບີດບໍ່ທັນແຕກໃນແຂວງຊຽງຂວາງແມ່ນໄດ້ຫລຸດລົງຢ່າງຕໍ່ເນື່ອງຈາກຈຳນວນ 41 ຄົນໃນປີ 2010 ມາເປັນ 11 ຄົນໃນປີ 2015 ອັນເປັນຜົນມາຈາກການເກັບກູ້ລະເບີດບໍ່ທັນແຕກແລະການໂຄສະນາສຶກສາຄວາມສ່ຽງທີ່ໄດ້ຮັບການສະໜັບສະໜູນຈາກປະເທດນິວຊີແລນແລະຜູ້ໃຫ້ທຶນອື່ນໆໂດຍຜ່ານອົງການສປຊເພື່ອການພັດທະນາ. 

ພາບ-ຂ່າວ: ເກີດຂວັນໃຈ, photo 9.9.2016
Ad