Top Ad

header ads

ແປກທີ່ສຸດ !! ໂສເພນີທີ່ມີອາຍຸຫຼາຍທີ່ສຸດໃນໂລກ ອາຍຸ 96 ປີ ແຕ່ມີຄ່າໂຕແພງທີ່ສຸດ

ຍິງສະລາ ອາຍຸ 96 ປີ ຄອງຕຳແໜ່ງໂສເພນີທີ່ມີອາຍຸຫຼາຍທີ່ສຸດໃນໂລກ ປະຈຸບັນຍັງມີບໍລິການລູກຄ້າ ຄິດຄັ້ງລະຫຼາຍກ່ວາ 40,000 ບາດ ໄມລີ່ ຄູເປີ ຍິງແກ່ສະລາຄົນອັງກິດໄດ້ຖຶກຄົ້ນພົບວ່າເປັນໂສເພນີທີ່ແກ່ທີ່ສຸດຂອງໂລກ
ຫຼັງຈາກລາວໄດ້ຂາຍບໍລິການທາງເພດຕັ້ງແຕ່ຊ້ວງສົງຄາມຄັ້ງທີ 2 ແລະປະຈຸບັນລາວກໍ່ຍັງເປັນໂສເພນີຢູ່ ໂດຍມີລາຍໄດ້ຈາກການຂາຍບໍລິການທັງໝົດ 50,000 ປອນ ຫຼື ປະມານ 2,500,000 ບາດ
ກ່ອນໜ້ານີ້ ຍິງແກ່ສະລາເຄີຍມີປະຫວັດແຕ່ງງານແລະຢູ່ກິນກັບຄົນອາເມລິກາທີ່ຮັ່ງມີ ເມື່ອອາຍຸຮອດ 27 ປີ ແລະໄດ້ຍ້າຍຈາກຢ່ານອີສະເຕີເອນ ຂອງກຸງລອນດອນໄປສູ່ລາສເວກັສ ກ່ອນທີ່ຝ່າຍຊາຍຈະເສຍຊີວິດໃນປີ 1945 ເຊິ່ງຄະນະນີ້ລາວມີລູກໃນທ້ອງ 1 ຄົນ ແລະບໍ່ໄດ້ຮັບມໍລະດົກໃດໆເລີຍຈຶ່ງເຮັດໃຫ້ລາວທີ່ເຄີຍເຮັດວຽກເປັນສາວບຣາໂຊມາກ່ອນ ໄດ້ຫັນມາຂາຍບໍລິການທາງເພດອີກດ້ວຍ ອາຊີບໝູ່ທ່ຽວໃນສະຫະລັດກ່ອນທີ່ຈະປ່ຽນໂຕເອງມາເປັນແມ່ເລົ້າເຊິ່ງມີເດັກໃນສັງກັດ 10 ຄົນ ແລະຍັງເຮັດວຽກດັ່ງກ່າວຫຼັງຈາກລາວແຕ່ງງານກັບສາມີຄົນທີສອງ ເຊິ່ງເປັນນັກບັນຊີໃນປີ 1955
ເຖິງຢ່າງໃດກໍ່ຕາມພາຍຫຼັງໄດ້ແຍກທາງກັບສາມີຄົນນີ້ແລະໄດ້ມີມໍລະດົກຈຳນວນ 100,000 ປອນ ແຕ່ກໍ່ຍັງຄົງເຮັດວຽກເປັນແມ່ເລົ້າເພື່ອນຮັບປະກັນວ່າໂຕເອງຈະມີເງິນໃຊ້ແລະໃນປີ 1979 ລາວໄດ້ເລີກອາຊີບເປັນແມ່ເລົ້າທີ່ເຮັດວຽກມາເກືອບ 25 ປີ ແລະໄດ້ຫັນມາຢຶດອາຊີບເກົ່າ ຫຼື ເປັນໂສເພນີໝູ່ທ່ຽວ ໂດຍນາງ ໄມລີ ເຄີຍຂາຍໂຕໃຫ້ກັບຜູ້ຊາຍປະມານ 3,500 ຄົນ ໂດຍລູກຄ້າຂອງລາວມີອາຍຸຕັ້ງແຕ່ 29-92 ປີ ແລະປະຈຸບັນລາວໄດ້ຂາຍໂຕໃຫ້ກັບລູກຄ້າສອງຄົນຕໍ່ອາທິດ ຄິດເປັນເງິນ 800 ປອນ/ຄັ້ງ ຫຼື ປະມານ 40,000 ບາດ

ຂໍຂອບໃຈທີ່ມາ: siamdrama.com ແລະ http://www.news.com.la/detail/18821
Ad