Top Ad

header ads

ທູກຄົນຄວນອ່ານ 9 ເຫດຜົນ​ດີ​ໆ​ ທີ່​ເປັນຫຍັງ​ເຮົາ​ເຖິງ​ຕ້ອງ​ດື່ມ​ນ້ຳ​ໝາກເລັ່ນເປັນ​ປະຈຳ​ທຸກ​ມື້​

ສ່ວນໃຫຍ່​ເຮົາ​ຈະ​ໃຊ້​ໝາກ​ເລັ່ນ​​ເປັນ​ສ່ວນໜຶ່ງ​ຂອງ​ສ​ະລັດ​ ຊຸບ​ ຫຼື ​ຊອດພິກ (ຊອດໝາກເລັ່ນ)​ ແລ້ວ​ເຮົາ​ຮູ້​ບໍ​ວ່າ​ນ້ຳ​ໝາກ​ເລັ່ນ​​ນັ້ນ​ມີ​ຄຸນຄ່າ​ທາງ​ໂພຊະນາ​ການ​ທີ່​ເປັນ​ປະໂຫຍດ​ຢ່າງຫຼວງຫຼາຍ​ກັບ​ສຸຂະພາບ​ຂອງ​ເຮົາ.​
ໂດຍ​ຫາກ​ເຮົາ​ໄດ້ກິນນ້ຳ​ໝາກ​ເລັ່ນ​​ນີ້​ທຸກໆ​ມື້​ ມັນ​ຈະ​ເຮັດໃຫ້​ສຸຂະພາບ​ຂອງ​ເຮົາ​ນັ້ນ​ສົ​ດ​ຊື່ນ​ຜິວ​ພັນ​ດີ​ຂຶ້ນ​ອີກ​.



1. ແຫຼ່ງລວມ​ວິ​ຕາ​ມິນ​
ນ້ຳ​ໝາກ​ເລັ່ນ​​ສົດ​ເປັນ​ແຫຼ່ງ​ລວມ​ວິ​ຕາ​ມິນ​ຈາກ​ທຳມະຊາດ​ທີ່​ປະກອບ​ໄປ​ ດ້ວຍ​ ວິ​ຕາ​ມິນ​ເອ​ ແລະ​ ວິ​ຕາ​ມິນ​ຊີ​ ຊຶ່ງ​ເສີມ​ສ້າງ​ພູ​ມຄຸ້ມ​ກັນ​ຂອງ​ເຮົາ​ໄດ້​ເປັນ​ຢ່າງດີ ອີກ​ທັງຍັງຮັກສາ​ສຸຂະພາບ​ ກະດູກ​ ແລະ ​ແຂ້ວ​ຂອງ​ເຮົາ​ໄດ້​ອີກ​ດ້ວຍ​.

2. ປ້ອງ​ກັນ​ພະຍາດ​ມະ​ເຮັງ​
ໝາກ​ເລັ່ນ​​ອຸດົມ​ໄປ​ດ້ວຍ​ໄລ​ໂຄ​ປີນ​ (Lycopene) ທີ່​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ມະເຮັງ​ໄດ້​ຫຼາຍ​ຊະ ນິດ​ ທັງ​ມະ​ເຮັງ​ປອດ,​ ມະ​ເຮັງ​ເຕົ້າ​ນົມ,​ ມະ​ເຮັງ​ຕ່ອມ​ລູກ​ໝາກ​ ແລະ ​ມະ​ເຮັງ​ຕັບ​ອ່ອນ.​

3. ປ້ອງ​ກັນ​ພະຍາດ​ຫົວ​ໃຈ​
ນ້ຳ​ໝາກເລັ່ນ​​ ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ບີ​ 6 ທີ່​ຊ່ວຍ​ໃນ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຫົວ​ໃຈ​ ເນື່ອງ​ຈາກ​ມີ​ໂຮ​ໂມ​ຊີດ​ເຕ​ອິນ​ (Homocysteine) ຊຶ່ງ​ເປັນ​ກົດ​ອະ​ມິ​ໂນ​ທີ່​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ພະຍາດ​ຫົວ​ໃຈ​ ໄດ້​ເປັນ​ຢ່າງ​ດີ​.
4. ຫຼຸດ​ຄໍ​ເລດ​ເຕີ​ຮໍ
ຈາກ​ການ​ທີ່ຄົ​ນ​ທົ່ວ​ໄປ​ສະໄໝ​ນີ້​ກິນ​ອາຫານ​ທີ່​ມີ​ສິ່ງ​ເຈືອປົ​ນ​ທີ່​ ເຮັດໃຫ້​ລະ​ດັບ​ຄໍ​ເລ​ ສ​ເຕີຮໍໃນ​ຮ່າງກາຍ​ສູງຫຼາຍຂຶ້ນ​ ແຕ່​ໃນ​ຂະນະ​ທີ່​ນ້ຳ​ໝາກ​ເລັ່ນ​​ນັ້ນ​ອຸດົມ​ໄປ​ດ້ວຍ​ເສັ້ນ​ໃຍ​ ແລະ ​ໄນ​ອາ​ຊິນ​ (niacin) ທີ່​ຈະ​ສາມາດ​ຫຼຸດ​ລະ​ດັບ​ຄໍ​ເລດ​ເຕີຮໍໃນ​ຮ່າງ ກາຍ​ຂອງ​ເຮົາ​ໄດ້​ເປັນ​ຢ່າງ​ດີ.​

5. ຊ່ວຍ​ໃນ​ການ​ຫຼຸດ​ນ້ຳ​ໜັກ​
ເນື່ອງ​ຈາກ​ໃນ​ນ້ຳ​ໝາກ​ເລັ່ນ​​ມີ​ໃຍ​ອາຫານ​ທີ່​ຈະ​ເຮັດໃຫ້​ເຮົາ​ຮູ້ສຶກ​ອິ່ມ ​ໄດ້​ເວລາ​ກິນ​ເຂົ້າໄປ​ ພ້ອມ​ກັບ​ສານ​ອາຫານ​ທີ່​ດີ​ອີກ​ຫຼວງ​ຫຼາຍ​.

6. ນຳ​ສານ​ພິດ​ອອກຈາກ​ຮ່າງກາຍ​
ໃນ​ຂະນະ​ທີ່​ພາຍ​ໃນ​ຮ່າງກາຍ​ຂອງ​ເຮົາ​ປຽບ​ເໝືອນ​ແຫຼ່ງ​ເກັບ​ສານ​ພິດ​ຕ່າງ​ໆ​ ຊຶ່ງ​ນ້ຳ​ໝາກ​ເລັ່ນ​​ນີ້​ເຕັມ​ໄປ​ດ້ວຍ​ຄຼໍລີນ ແລະ​ ກຳ​ມະ​ຖັນ​ທີ່​ຈະ​ສາມາດ​ຊ່ວຍ​ໃນ​ການ​ລ້າງ​ສານ​ພິດ​ພາຍ​ໃນ​ຕັບ​ ແລະ ​ໄຕຂອງ​ເຮົາ​ໃຫ້​ອອກ​ມາ​ໄດ້​ເປັນ​ຢ່າງ​ດີ​.

7. ສານ​ຕ້ານ​ອ​ະນຸ​ມູນ​ອິດສະຫຼະ​
ນ້ຳໝາກ​ເລັ່ນ​​ເຕັມ​ໄປ​ດ້ວຍ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫຼະ​ ທີ່​ຈະ​ເຂົ້າໄປ​ທຳລາຍ​ສານ​ອະ​ນຸ​ມູນ​ອິດສະຫຼະ​ທີ່​ເປັນ​ສານ​ໃນ​ການ​ເກີດ​ຂອງ ​ພະຍາດ​ມະ​ເຮັງ​ຕ່າງ​ໆ​.

8. ບຳ​ລຸງ​ຜິວ​
ເຮົາ​ສາມາດ​ນຳ​ນ້ຳ​ໝາກ​ເລັ່ນ​ໄປ​ທາ​ຜິວ​ຂອງ​ເຮົາ​ໄດ້​ໂດຍ​ກົງ​ເພື່ອ​ກຳຈັດ​ ຄາບ​ສົກກະປົກ​ທີ່​ເຮັດໃຫ້​ເກີດ​ສິວ​ ແລະ ຍັງ​ຊ່ວຍ​ປິດ​ຮູ​ຂຸມ​ຂົນ​ໄດ້​ເປັນ​ຢ່າງ​ດີ.​

9. ກະຕຸ້ນ​ການ​ເຮັດ​ວຽກງານ​ຂອງ​ລຳ​ໄສ້​
ຄົນ​ທົ່ວ​ໄປ​ມັກ​ຈະ​ມີ​ບັນຫາ​ກ່ຽວກັບ​ລຳ​ໄສ້​ຂອງ​ເຮົາ​ທັງ​ນັ້ນ​ ແຕ່​ບັນຫາ​ເຫຼົ່າ​ນັ້ນ​ຈະ​ໝົດ​ໄປ​ ພຽງ​ແຕ່ເຮົາ​ກິນນ້ຳ​ໝາກ​ເລັ່ນ​​ເຂົ້າໄປ​ ມັນ​ຈະ​ຊ່ວຍ​ໃນ​ລະບົບ​ຍ່ອຍ​ອາ ຫານ​ຂອງ​ເຮົາ​ ຊຶ່ງ​ບໍ່​ຕ້ອງ​ກັງ​ວົນ​ກ່ຽວກັບ​ອາ ການ​ຖອກທ້ອງ​.​
ທັງ​ໝົດ​ທີ່ກ່າວ​ມາ​ນີ້​ ມັນ​ກໍ​ໜ້າ​ຈະ​ພຽງ​ພໍ​ທີ່​ເຮັດໃຫ້​ເຮົາ​ໄດ້​ຫັນ​ມາ​ດື່ມ​ນ້ຳ​ໝາກ​ເລັ່ນ​​ເພື່ອ​ຕົວ​ຂອງ​ເຮົາ​ເອງ.​

ຂອບໃຈທີ່ມາຈາກ www.news.com.la
Ad