Top Ad

header ads

ສິງກະໂປເລັ່ງຄວບຄຸມໄວຣັສຊິກ້າ-ຢືນຢັນ ຄວາມປອດໄພ

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນທີ 2 ກັນຍາວ່າ ນາຍຍົກລັດຖະມົນຕີ ລີ ຊຽນ ລຸງ ຜູ້ນຳສິງກະໂປ ກ່າວເຖິງສະຖານະການແຜ່ລະບາດຂອງເຊື້ອໄວຣັສຊິກ້າໃນປະເທດ ວ່າລັດຖະບານໜ່ວຍງານທີ່ກ່ຽວຂ້ອງຕິດຕາມສະຖານະການ ມາເປັນເວລາດົນໄລຍະນຶ່ງແລ້ວ ກ່ອນທີ່ເຊື້ອໄວຣັສຊະນິດນີ້ເຊິ່ງມີຍຸງລາຍເປັນພາຫະ ຈະເດີນທາງມາເຖີງສິງກະໂປ ທັງນີ້ທ່ານລີ ຢືນຢັນວ່າລັດຖະບານບໍ່ເຄີຍນິ້ງນອນໃຈຕໍ່ເລື່ອງທີ່ເກີດ ໂດຍໃຫ້ຄຳໝັ້ນຈະຫຼຸດຈຳນວນປະຊາກອນຍຸງ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ໃນຂະນະທີ່ປະເທດເພື່ອນບ້ານເພີ້ມມາດຕະການເຝົ້າລະວັງບຸກຄົນທີ່ເດີນທາງຈາກສິງກະໂເຂົ້າມາໃນປະເທດ

ປະຈຸບັນສິງກະໂປຍັງເປັນພຽງປະເທດດຽວໃນເອເຊຍ ທີ່ມີການແພ່ລະບາດຂອງເຊື້ອໄວລັດພາຍໃນປະເທດ ໂດຍພົບຜູ້ຕິດເຊືອແລ້ວຢ່າງໜ້ອຍ 155 ຄົນ ໃນຈຳນວນນີ້ 2 ຄົນເປັນຍິງຖືພາ ແລະຜູ້ປ່ວຍສ່ວນໃຫຍ່ເປັນແຮງງານຕ່າງຊາດ ທີ່ອາໃສຫຼືເຮັດວຽກຢູ່ໃນເຂດອຸດສາຫະກຳທາງຝັ່ງຕາເວັນອອກຂອງເກາະ ຂະນະທີ່ມະເລເຊຍພົບຜູ້ປ່ວຍຈາກເຊື້ອໄວຣັສຊິກ້າຄົນທຳອິດ ໃນອາທິດນີ້ແຕ່ຍັງບໍ່ແມ່ນການຕິດເຊືອຈາກພາຍໃນປະເທດ ເນື່ອງຈາກຜູ້ປ່ວຍຄົນດັ່ງກ່າວເຊິ່ງເປັນຍິງອາຍຸ 58 ປີ ມີປະຫວັດເດີນທາງໄປຢາມລູກສາວທີ່ສິງກະໂປເມື່ອຊ່ວງກາງເດືອນສິງຫາ ທີ່ຜ່ານມາແລະລູກສາວຂອງນາງໄດ້ຮັບການປະກາດໃຫ້ເປັນຜູ້ຕິດເຊື້ອໄວລັດຊິກ້າ ຄົນທຳອິດໃນສິງກະໂປເມື່ອອາທິດທີ່ຜ່ານມາ
ດ້ານການທ່ອງທ່ຽວສິງກະໂປອອກຖະແຫຼງການຢືນຢັນວ່າ ສິງກະໂປຍັງຄົງເປັນຈຸດໝາຍຂອງການທ່ອງທ່ຽວທີ່ປອດໄພ ແລະລະບຸວ່າຍັງໄວເກີນໄປທີ່ຈະປະເມີນສະຖານະການ ວ່າການແຜ່ລະບາດຂອງເຊື້ອໄວລັດຊິກ້າໃນປະເທດຈະສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວຫຼາຍພຽງໃດ ທັງນີ້ສິງກະໂປຕ້ອນຮັບນັກທ່ອງທ່ຽວປະມານ 8 ລ້ານຄົນ ສະເພາະໃນຊ່ວງເຄິ່ງປີທຳອິດປີນີ ເພີ້ມຂື້ນ 1 ລ້ານຄົນຈາກຊ່ວງເວລາດຽວກັນຂອງປີກາຍ ຢ່າງໃດກໍ່ຕາມທ່ານ ຟຣານຊິສ ຕັນ ນັກວິເຄາະຂອງທະນາຄານຢູໂອບີປະຈຳສຳນັກງານໃຫຍ່ໃນສິງກະໂປ ກ່າວວ່າຫາກສະຖານະການຍືດເຍື້ອຈະສົ່ງຜົນກະທົບເຊີງລົບຕໍ່ເສດຖະກິດ

ຂອບໃຈທີມາຈາກ http://news.com.la/detail/18729
Ad