Top Ad

header ads

ແທ້ບໍ່? ປະທານາທິບໍດີລັດເຊຍ ກັບນາຍົກທອງລຸນເປັນໝູ່ກັນສະໄໝຮຽນ



ສຳນັກຂ່າວ TASS ເປີດເຜີຍວ່າ ຖືເປັນການພົບກັນຢ່າງເປັນທາງການຄັ້ງທຳອິດລະຫວ່າງການນຳລະດັບສູງ 2 ປະເທດ ລັດເຊຍ-ລາວ ໃນກອງປະຊຸມສຸດຍອດລັດເຊຍອາຊຽນ ເມື່ອກາງເດືອນພຶດສະພາທີ່ຜ່ານມາ. ເຊິ່ງນາຍົກທອງລຸນ ກໍໄດ້ມີໂອກາດເຂົ້າພົບທ່ານວາລາດິເມຍ ປູຕິນ ປະທານາທິບໍດີລັດເຊຍ ທັງສອງໄດ້ໂອ້ລົມກັນຢ່າງສະໜິດສະໜົມເປັນພາສາລັດເຊຍ. ທ່ານປູຕິນຍັງກ່າວອີກ ຮູ້ຈັກຜູ້ນຳລາວໃນຖານະ ເພື່ອນທີ່ດີຜູ້ໜຶ່ງ ແລະທັງສອງເຄີຍຮຽນໃນໄລຍະເວລາດຽວກັນ ທີ່ບ້ານເກີດຂອງທ່ານປູຕິນ ນັ້ນກໍຄືເມືອງເລນິນກຣາດ. ເຊິ່ງຄວາມຈິງແລ້ວທ່ານທອງລຸນເອງກໍເຄີຍໄປສຶກສາທີ່ສະຫະພາບໂຊວຽດເປັນເວລາ 10ກວ່າປີ ທັງ ປ.ໂທສາຂາພາສາສາດ-ວັນນະຄະດີ (ທີ່ເມືອງເລນິນກຣາດ) ແລະ ປ.ເອກສາຂາປະຫວັດສາດຄວາມສຳພັນລະຫວ່າງປະເທດ (ທີ່ກຸງມົດສະກູ). ເນື່ອງໃນໂອກາດປີນີ້ ສາຍພົວພັນທາງການທູດລາວ-ລັດເຊຍກໍໄດ້ຄົບຮອບ 55ປີ ຖືເປັນນິມິດໝາຍອັນດີແຫ່ງການຮ່ວມມືກັນລະຫວ່າງສອງປະເທດທີ່ມີປະຫວັດສາດຍາວນານ ແລລັດເຊຍກໍໄດ້ມີການຊ່ວຍເຫຼືອປະເທດລາວດ້ວຍດີຕະຫຼອດມາຕັ້ງແຕ່ສະໄໝສະຫະພາບໂຊວຽດ. ແຕ່ກໍໜ້າເສຍດາຍທີ່ກອງປະຊຸມສຸດຍອດອາຊຽນທີ່ລາວໄດ້ເປັນເຈົ້າພາບຄັ້ງນີ້ ທ່ານ ປູຕິນບໍ່ໄດ້ມາຮ່ວມ ແຕ່ສົ່ງນາຍົກລັດຖະມົນຕີມາເປັນຕົວແທນ ຕ້ອງລໍຟັງໂອກາດຕໍ່ໆໄປ. 

ໂດຍ : ສະໜົມເອກ
Ad