Top Ad

header ads

ຂໍ້ ແລະ ຂໍ້ເສຍຂອງການດື່ມນຳ້ອັດລົມ ທີ່ທຸກຄົນຄວນຮູ້ໄວ້ ໂດຍສະເພາະໄວລຸ້ນ ...

ເດັກໄວລຸ້ນທີ່ດື່ມນຳ້ອັດລົມເປັນປະຈຳ ຈະເກີດຄວາມສ່ຽງເຮັດໃຫ້ກະດູກຜຸ ຫຼາຍກວ່າເດັກທີ່ບໍ່ດື່ມເຖິງ 3 ເທົ່າ ເພາະໃນນຳ້ອັດລົມປະກອບດ້ວຍຟອສຟໍຣັດຢູ່ເປັນຈຳນວນຫຼາຍ ທີ່ຈິງຟອສຟໍຣັດກໍຈຳເປັນສຳລັບຮ່າງກາຍແຕ່ມີເງື່ອນໄຂວ່າປະລິມານທີ່ຈະໄດ້ຮັບຈະຕ້ອງສົມດຸນກັບປະລິມານແຄວຊຽມໃນອັດຕາ 1:1 ແຕ່ໃນນຳ້ອັດລົມນັ້ນບໍ່ມີແຄວຊຽມເລີຍ 😰😰 ມາເບິ່ງຂໍ້ດີບໍ້ເສຍກັນ

ຂໍ້ດີ
1. ລົດຊາດດີກິນແຊບສົດຊື່ນ
2. ບາງຄັ້ງໝໍສັ່ງໃຫ້ເຢາະເກືອລົງໃສ່ເວລາດື່ມ ເພື່ອຊ່ວຍບັນທົາອາການເຈັບທ້ອງໄດ້

ຂໍ້ເສຍ
1. ນຳ້ອັດລົມມີສ່ວນປະສົມຂອງຄາເຟອິນຊຶ່ງເຮັດໃຫ້ລົບກວນລະບົບປະສາດໂດຍສະເພາະເດັກນ້ອຍໄວລຸ້ນ
2. ມີສ່ວນປະສົມຂອງນຳ້ຕານສູງໃຫ້ພະລັງງານຫຼາຍ ແຕ່ບໍ່ໃຫ້ຄຸນຄ່າທາງສານອາຫານ
3. ເຮັດໃຫ້ແຂ້ວຜຸ
4. ມີຣົດເປັນກຣົດກັດກ່ອນກະເພາະອາຫານ
5. ຫາກດື່ມຫຼາຍໆຈະເຮັດໃຫ້ເກີດອາການທ້ອງອືດທ້ອງເຟີ້
6. ການດື່ມນຳ້ອັດລົມເຢັນໆທີ່ມີອຸນຫະພູນຕຳ່ກວ່າອຸນຫະພູມປົກກະຕິຂອງຮ່າງກາຍຫຼາຍຈະເປັນການລົບກວນການເຮັດວຽກຂອງລະບົບຍ່ອຍອາຫານ ອາຫານຈະຖືກຍ່ອຍໄດ້ຍາກຂຶ້ນ ຈົນອາຫານບູດເນົ່າ

ເຫັນບໍວ່າຂໍ້ເສຍຂອງການດື່ມນຳ້ອັດລົມໃຫ້ໂທດຂໍ້ເລີຍ ສະນັ້ນແອດມິນກໍຢາກໃຫ້ທຸກຄົນຫຼຸດຜ່ອນການດື່ມນຳ້ອັດລົມ ຫຼືບໍ່ດື່ມເລີຍຍິ່ງດີ ຫັນໄປດື່ມນຳ້ທີ່ໃຫ້ປະໂຫຍດແກ່ຮ່າງກາຍຈະດີກວ່າ 😊😊

ຢ່າລືມກົດ Share ໃຫ້ໝູ່ເພື່ອນໄດ້ອ່ານນຳ 👇🏿👇🏿

Ad