Top Ad

header ads

ພິ​ຊິດ​ເບົາ​ຫວານ​ ດ້ວຍ​ນ້ຳ​ຕົ້ມ​ຜັກອີເລີດ​

ຂ່າວ​ດີ​ສຳລັບ​ຜູ້​ປ່ວຍ​ເບົາ​ຫວານ​ ເພາະ​ຕອນ​ນີ້ສະຫ​ມຸນ​ໄພ​ຫາ​ງ່າຍ​ຄື "ຜັກອີເລີດ​" ນັ້ນ​ມີ​ງານ​ວິໄ​ຈ​ຢືນຢັນ​ແລ້ວ​ວ່າ​ເໝາະ​ສຳລັບ​ເຈົ້າ​ ເນື່ອງ​ຈາກ​ມີ​ສານ​ແອນ​ຕິ​ອອກ​ຊິ​ແດນ​, ແຄລ​ຊຽມ​ ວິ​ຕາ​ມິນ​ເອ​ ແລະ ​ຊີ ​ໃນ​ປະລິມານ​ທີ່​ສູງ​ຫຼາຍ​ ທີ່​ສຳຄັນ​ຄື:​ ຊ່ວຍ​ຫຼຸດ​ນ້ຳ​ຕານ​ໃນ​ເລືອດ​ໄດ້​ດີ​.​ 

ໂດຍ​ຕຳ​ຮັບ​ຢາ​ພື້ນ​ບ້ານ​ແກ້​ເບົາ​ຫວານ​ນັ້ນ​ ພຽງແຕ່ກຽມຜັກອີເລີດ​ (ທັງ​ຕົ້ນ​ຈົນ​ເຖິງ​ຮາກ​) 1 ກຳ​ມື​ນຳ​ມາ​ຕົ້ມ​ກັບ​ນ້ຳ​ 3 ບວຍ ຍົກ​ຂຶ້ນ​ຕັ້ງ​ເຕົາ​ຄ່ຽວ​ຈົນ​ເຫຼືອ​ 1 ບ່ວຍ ກິນເທື່ອ​ລະ​ເຄິ່ງ​ແກ້ວ​ກາເຟ​ ກ່ອນ​ອາຫານ​ 3 ຄາບ.​

ພຽງ​ເທົ່າ​ນີ້​ກໍ​ສາມາດ​ຫຼຸດ​ລະ​ດັບ​ນ້ຳ​ຕານ​ໄດ້​ບໍ່​ຍາກ​

Ad