Top Ad

header ads

ເຫັນແລ້ວຕ້ອງອຶ້ງ ຫໍພັກໂຮງຮຽນຈີນ

ສຳນັກຂ່າວປະເທດຈີນໄດ້ລາຍງານວ່າ ໂລກອອນລາຍຂອງຈີນໄດ້ມີການແຊພາບຫໍພັກຂອງນັກຮຽນແຫ່ງໜຶ່ງ ທີ່ໄດ້ເຜີຍໃຫ້ຮູ້ເຖິງຄວາມຈິງແລ້ວມັນເປັນຫ້ອງທີ່ເດັດແປງມາຈາກຫ້ອງນ້ຳໃຫ້ເປັນຫ້ອງພັກຊົ່ວຄາວຂອງນັກຮຽນຈຶ່ງເຮັດໃຫ້ສ້າງສຽງວິພາກວິຈານເປັນຢ່າງຫຼວງຫຼາຍ
ເຈົ້າຂອງໄດ້ໂພດຮູບພາບດັ່ງກ່າວແລະໄດ້ລະບຸວ່າ ລາວໄດ້ເດີນທາງໄປສົ່ງນ້ອງສາວເຂົ້າໂຮງຮຽນມັດທະຍົມແຫ່ງໜຶ່ງໃນເຂດຊຸຍໂຈ ເມືອງຮານຕັນ ມົນທົນເຫີເປີຍ ແຕ່ເມື່ອໄປເຖິງຫໍພັກເຖິງກັບຕ້ອງຕົກຕາລຶງກັບພາບທີ່ເຫັນ ເພາະສະພາບຫ້ອງທີ່ໄດ້ຖຶກດັດແປງມາຈາກຫ້ອງນ້ຳ ທັງແຄບແລະແອອັດທີ່ສຸດ
ພາຍໃນຫ້ອງມີພຽງຕຽງສອງຊັ້ນທີ່ວາງຕິດໆກັນ ສ່ວນເທິງຕຽງກໍ່ມີກະເປົ໋າເສື້ອຜ້າແລະສຳພາລະຂອງນັກຮຽນຄົນອື່ນວາງຢູ່ ສ່ວນຂ້າງຕຽງຈະມີແຜ່ນໄມ້ກະດານວາງຮຽງກັນເພື່ອປິດສ່ວນທີ່ເປັນຫົວຊັກໂຄກໄວ້ແຕ່ປິດບັງໄວ້ບໍ່ມິດຊິດເພາະສ່ວນຂອງຫົວຊັກໂຄກໄດ້ພົ້ນອອກມາໃຫ້ເຫັນແບບຊັດເຈນ
ຫຼັງຈາກທີ່ຮູບພາບດັ່ງກ່າວໄດ້ຖຶກເຜີຍແຜ່ອອກໄປ ເຮັດໃຫ້ໄດ້ຮັບຄວາມສົນໃຈໃນໂລກອອນໄລເປັນຢ່າງຫຼວງຫຼາຍ ໄດ້ມີຄົນເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆຈົນກະທັ້ງຜູ້ຮັບຜິດຊອບຫໍພັກນັກຮຽນໄດ້ອອກມາຊີ້ແຈງໃນເວລາຕໍ່ມາວ່າ ຫ້ອງນ້ຳທີ່ຖຶກດັດແປງໃຫ້ເປັນຫໍພັກຊົ່ວຄາວນັ້ນ ໄດ້ກໍ່ສ້າງເອົາໄວ້ແຕ່ບໍ່ເຄີຍເປີດໃຊ້ງານມາກ່ອນເລີຍ
ທີ່ຜ່ານມາໄດ້ນຳມາໃຊ້ເປັນຫ້ອງອະເນກປະສົງ ເຊິ່ງໃນມື້ເປີດເທີມທຳອິດໄດ້ມີນັກຮຽນຈຳນວນຫຼວງຫຼາຍ ພະນັກງານທີ່ເບິ່ງແຍງຫໍພັກຈຶ່ງບໍ່ມີເວລາຈັດການກັບເລື່ອງນີ້ເພື່ອໃຫ້ໄວແລະທັນຕາມກຳນົດເວລາການຍ້າຍເຂົ້າດັ່ງນັ້ນຈຶ່ງໃຫ້ເດັກນັກຮຽນນຳກະເປົ໋າແລະສຳພາລະອື່ນໆເຂົ້າໄປວາງໄວ້ໃນຫ້ອງດັ່ງກ່າວແບບຊົ່ວຄາວກ່ອນ ແລະຈະມີການຈັດລະບົບບຽບແລະຍ້າຍອອກມາຕໍ່
ເຖິງຢ່າງໃດກໍ່ຕາມລ້າສຸດທາງຜູ້ອຳນວຍການໂຮງຮຽນແຫ່ງນີ້ໄດ້ອອກມາເປີດເຜີຍກັບສື່ທ້ອງຖິ່ນແລ້ວ ວ່າຈຳນວນນັກຮຽນທີ່ມາເຂົ້າໃໝ່ໃນພາກຮຽນນີ້ຂ້ອນຂ້າງຫຼາຍ ຈຶ່ງເຮັດໃຫ້ຫໍພັກບໍ່ພຽງພໍຈຶ່ງຕ້ອງຂໍໂທດໃນຄວາມບໍ່ສະດວກຄັ້ງນີ້ໃຫ້ກັບນັກຮຽນແລະຜູ້ປົກຄອງດ້ວຍ ເຊິ່ງທາງໂຮງຮຽນຢູ່ໃນລະຫວ່າງສ້າງຫໍພັກໃໝ່ເພີ່ມເຕີມຢູ່

ຂໍຂອບໃຈຂໍ້ມູນຈາກ : news.sina.com ແລະ news.com.la/
Ad