Top Ad

header ads

ຄວນອ່ານ...! ທ່ານໃດທີ່ເບື່ອອາຫານ...ອັນຕະລາຍກວ່າທີ່ຄິດ

ສາວໆທີ່ມີຫຸ່ນອວບ ເຫັນຂອງກິນຫຍັງກໍ່ຈະເລີນອາຫານໄປໝົດ..ຄົງຄິດຢາກເປັນ “ໂລກເບື່ອອາຫານ” ເບິ່ງຈັກເທື່ອເຜື່ອວ່າຫຸ່ນຈະໄດ້ຈ່ອຍພຽວລົງແດ່
ໂລກເບື່ອອາຫານ ຫຼື Anorexia Nervosa ຈັດເປັນຄວາມຜິດປົກກະຕິຂອງພິດຕິກຳຢ່າງໜຶ່ງ ພົບໄດ້ປະມານຮ້ອຍລະ 0.5-1 ຂອງໄວລຸ້ນຕອນປາຍ ແລະ ໄວຜູ້ໃຫຍ່ຕອນຕົ້ນ ໂດຍຄົນປ່ວຍຮ້ອຍລະ 90 ເປັນເພດຍິງ
ລັກສະນະທີ່ສຳຄັນຂອງໂລກນີ້ຄື ຄົນປ່ວຍປະຕິເສດທີ່ຈະຮັບການກິນອາຫານເນື່ອງຈາກວ່ານ້ຳນັກຈະເພີ່ມຂື້ນ ທັງທີ່ນ້ຳນັກຂອງຄົນປ່ວຍເຫຼືອປະມານຮ້ອຍລະ 85 ຂອງນ້ຳໜັກປົກກະຕິ ນອກຈາກນັ້ນຄົນປ່ວຍຍັງພະຍາຍາມຫຼຸດນ້ຳໜັກດ້ວຍວິທີການຕ່າງໆ ເພື່ອບໍ່ໃຫ້ນ້ຳໜັກເພີ້ມ ເຊັ່ນ: ຫຼຸດປະລິມານອາຫານ ອອກກຳລັງກາຍຢ່າງໜັກ ໃຊ້ຢາ ແລະ ອື່ນໆ ທັງນີ້ເພາະມັນມີທັດສະນະຄະຕິທີ່ຜິດປົກກະຕິກ່ຽວກັບຮູບຮ່າງ ແລະ ນ້ຳໜັກໂຕ ໂດຍຄິດວ່າຄວາມມີຄຸນຄ່າຂອງຕົນຂື້ນກັບຮູບຮ່າງ ແລະ ນ້ຳໜັກໂຕ
ການທີ່ຄົນປ່ວຍມີທັດສະນະຄະຕິທີ່ຜິດປົກກະຕິດັ່ງກ່າວມີສາເຫດໄດ້ຫຼາຍປະການ ນັບແຕ່ພັນທຸກຳປັດໃຈທາງດ້ານຄອບຄົວກ່ຽວກັບການລ້ຽງດູ ຫຼື ການທີ່ຄົນປ່ວຍມີຄວາມຜິດປົກກະຕິຂອງບຸກຂະລິກກະພາບຢູ່ເດີມ ແຕ່ທີ່ມີຄວາມສຳຄັນຫຼາຍໃນປະຈຸບັນກໍ່ຄືປັດໃຈທາງສັງຄົມ ທີ່ມັກໃຫ້ຄວາມສຳຄັນໃນເລື່ອງຂອງຮູບຮ່າງໜ້າຕາຫຼາຍເກີນໄປ ໂດຍມີທັດສະນະຄະຕິວ່າຜູ້ຍິງທີ່ງາມໜ້າຮັກ ຈະຕ້ອງມີຮູບຮ່າງຈອຍບາງເທົ່ານັ້ນເອງ
ການຮັກສາໂລກນີ້ ແພດຈະໃຊ້ການເຮັດຈິດບຳບັດ ຄອບຄົວບຳບັດ ໂດຍພໍ່ແມ່ຈະຕ້ອງເຂົ້າມາມີສ່ວນຮ່ວມໃນການຮັກສາ ການຮັກສາທາງຢາເຊັ່ນ: ໃຫ້ຢາຮັກສາອາການເສົ້າ ຫຼື ຢາຊ່ວຍໃຫ້ຢາກອາຫານ ລວມເຖິງການພຶດຕິກຳບຳບັດເພື່ອປັບທັດສະນະຄະຕິຂອງຄົນປ່ວຍໃໝ່ວ່າ ຄວາມມີຄຸນຄ່າຂອງຕົນເອງ ນັ້ນບໍ່ໄດ້ຢູ່ທີ່ການມີຮູບຮ່າງຈ່ອຍບາງເທົ່ານັ້ນ ແຕ່ຍັງມີປັດໃຈອືານອີກຫຼາຍປະການເຊັ່ນຄວາມສາມາດຄວາມດີເປັນຕົ້ນ
Ad