Top Ad

header ads

ທາງການ!!ສິງດຶງຫຼຸຍກັບບ້ານແລ້ວ

ກັບບ້ານແລ້ວ!! ເຊວຊີ ປະກາດຢືນຢັນຈັດການດຶງໂຕ ດາວິດ ຫຼຸຍ ກອງຫຼັງທີມຊາດບາຊິວກັບ ສະແຕມຝອດ ບຣິດ ຮຽບຮ້ອຍແລ້ວພ້ອມເຊັນສັນຍາກັນ 3 ປີ ທາງດ້ານນັກເຕະຮັບດີໃຈທີ່ໄດ້ກັບມາໃສ່ເສື້ອ “ສິງໂຕສີຟ້າ” ອີກເທື່ອໜຶ່ງ.

ເຊວຊີ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ຖະແຫຼງການຢືນຢັນວ່າ ດາວິດ ຫຼຸຍ ເຊັນເຕີແບັກຫົວຟູຍ້າຍຈາກ ປາຣີ ແຊັງ-ແຊັກແມັງ ທີມດັງໃນ ລີກແອັງ ຝຣັ່ງກັບມາຢູ່ໃນຖິ່ນ ສະແຕມຝອດ ບຣິດ ແລ້ວເມື່ອວັນພຸດທີ່ຜ່ານມາພ້ອມກັບເຊັນສັນຍາ 3 ປີ.

ດາວເຕະອາຍຸ 29 ປີເຄີຍໃຊ້ເວລາກັບ ເຊວຊີ 3 ລະດູການກ່ອນທີ່ຈະຍ້າຍໄປຫຼິ້ນໃຫ້ກັບ ເປເອັດເຊ ດ້ວຍຄ່າໂຕ 50 ລ້ານປອນ ຢ່າງໃດກໍຕາມຕອນນີ້ນັກເຕະກັບມາສູ່ທີມອີກຄັ້ງໂດຍຄາດວ່າຄ່າຫົວຈະຢູ່ທີ່ 32 ລ້ານປອນ.

ຫຼຸຍ ສະແດງຄວາມເຫັນຜ່ານເວັບໄຊຢ່າງເປັນທາງການຂອງ ເຊວຊີ ວ່າ “ຂ້ອຍດີໃຈທີ່ໄດ້ກັບມາຢູ່ກັບທີມອີກ ແລະ ຂ້ອຍຢາກຊ່ວຍທີມລວມທັງ ອັນໂຕນິໂອ ຄອນເຕ ໃຫ້ປະສົບຄວາມສຳເລັດໃຫ້ຫຼາຍທີ່ສຸດ”.

“ຂ້ອຍມີຄວາມສຳພັນທີ່ດີກັບແຟນບານ ແລະ ຂ້ອຍຕັ້ງຕາລໍຖ້າທີ່ຈະໄດ້ໃສ່ເສື້ອສີຟ້າໃນສະໜາມ ສະແຕມຝອດ ອີກເທື່ອໜຶ່ງ” ຫຼຸຍ ກ່າວ.


ແຫລ່ງຂ່າວໄດ້ມາຈາກ : http://laosportnews.com
Ad