Top Ad

header ads

ເຈົ້າໜ້າທີ່ ແລະ ປະຊາຊົນລາວ ຮູ້ສຶກດີໃຈທີ່ໄດ້ຮັບໃຊ້ ກອງຊຸມສຸດຍອດອາຊຽນ

ຂປລ. ບັນດາເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນ ສະແດງຄວາມຊົມເຊີຍ, ມີຄວາມດີໃຈຫລາຍ ທີ່ໄດ້ປະກອບສ່ວນຮັບໃຊ້ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ທີ່ ສປປ ລາວ ເປັນເຈົ້າພາບ ໂດຍສະເພາະ ໄດ້ເຄື່ອນໄຫວກວດກາເວນຍາມ, ຮັກສາຄວາມສະຫງົບ-ປອດໄພ, ຄວາມເປັນລະບຽບຮ້ອຍ, ປະກອບສ່ວນວັດຖຸປັດໄຈ ແລະ ອື່ນໆ ເພື່ອໃຫ້ມີ ຄວາມຮັບປະກັນຫລາຍຂຶ້ນ.


ສະຫາຍ ສີບເອກ ສຸດໃຈ ສີນົນທອງ ເຈົ້າໜ້າທີ່ປ້ອງກັນ ຄວາມສະຫງົບ ທີ່ປະຕິບັດໜ້າທີ່ ຢູ່ຖະໜົນເສດຖາທິລາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 7 ກັນຍາ 2016 ນີ້ວ່າ: ຕົນເອງດີໃຈ ແລະ ພາກພູມໃຈ ທີ່ໄດ້ປະກອບສ່ວນຮັບໃຊ້ ກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ່ 28, 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນຄັ້ງນີ້ ເຊິ່ງຖືໄດ້ວ່າ ເປັນບາດກ້າວໜຶ່ງທີ່ສຳຄັນ ໃນການພັດທະນາ ແລະ ເປັນທີ່ຮູ້ຈັກ ໃນທົ່ວສັງຄົມ ກໍຄື ທົ່ວໂລກ, ພ້ອມຢືນຢັນວ່າ ຈະຕັ້ງໜ້າຈັດຕັ້ງປະຕິບັດ ໜ້າທີ່ຮັບຜິດຊອບຂອງຕົນ ໃນການປ້ອງກັນ ຄວາມສະຫງົບ ຈົນກວ່າກອງປະຊຸມດັ່ງກ່າວ ຈະໄດ້ຮັບຜົນສຳເລັດ ຢ່າງຈົບງາມ.
ທ່ານ ພັນຕີ ຄໍາສອນ ເຈົ້າໜ້າທີ່ ຈະລາຈອນກ່າວ ວ່າ: ຕົນເອງ ກໍເປັນຜູ້ໜຶ່ງ ທີ່ໄດ້ຮັບໃຊ້ກອງປະຊຸມດັ່ງກ່າວ, ເຊິ່ງໄດ້ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງທີ່ສຸດ ເພື່ອໃຫ້ສິ່ງອໍານວຍຄວາມສະດວກ ຕໍ່ພໍ່ແມ່ປະຊາຊົນ ແລະ ຍານພາຫະນະໃຫ້ມີ ຄວາມສະດວກວ່ອງໄວ ແລະ ມີຄວາມສະດວກໃນທຸກດ້ານ ຕົວຢ່າງໄດ້ມີການປິດ ເສັ້ນທາງສາຍຫລັກບາງເສັ້ນ ແລະ ຫ້າມບໍ່ໃຫ້ຈອດລົດ ທຸກປະເພດແຄມທາງເດັດຂາດ. ໂດຍສະເພາະ ຖະໜົນສຸພານຸວົງ-ເສດຖາທິລາ (ແຕ່ສະໜາມບິນ-ໂຮງແຮມ ແລນມາກ), ຖະໜົນເຈົ້າຟ້າງຸ່ມ (ແຕ່ສາມແຍກ ດອນຈັນ-ແຍກສະຫລອງໄຊ), ຖະໜົນລ້ານຊ້າງ-ໄກສອນ (ໄຟແດງຫໍຄຳ-ໄຟແດງດົງໂດກ), ຖະໜົນ 3 ແສນໄທ (ໄຟແດງໜອງໜ່ຽງ-ວົງວຽນໂທລະພາບ ແຫ່ງຊາດ, ທາດຂາວ-ຫລັກ 2) ແລະ ຖະໜົນສຳຮອງອື່ນໆ.


ນອກຈາກນີ້, ນາງ ດາວເຮືອງ ພ້ອມຄອບຄົວ ຍັງໄດ້ຖືໂອກາດນີ້ ປະກອບສ່ວນ ທາງດ້ານເຂົ້າປາອາຫານ ຈຳນວນໜຶ່ງ ເປັນຕົ້ນ ເຂົ້າຜັດ, ຜັດກະເພົາໝູ, ໄຂ່ດາວ 200ກັບ, ນໍ້າດື່ມ 9ແກັດສົມທົບຊຸກຍູ້ ໃຫ້ອ້າຍເອື້ອຍນ້ອງຕຳຫລວດ ແລະ ທະຫານຕາມຈຸດຕ່າງໆ ທີ່ຮັກສາຄວາມປອດໄພ ຢູ່ຫໍປະຊຸມແຫ່ງຊາດ ຫາສີ່ແຍກໄຟແດງດົງໂດກ. ນາງ ດາວເຮືອງ ເວົ້າວ່າ: ຕົນເອງຮູ້ສຶກດີໃຈຫລາຍ ທີ່ເປັນສ່ວນໜຶ່ງ ໄດ້ປະກອບສ່ວນຊ່ວຍສັງຄົມ ແລະ ເຈົ້າໜ້າທີ່ຮັບເອົາອາຫານ ດ້ວຍຄວາມຍີ້ມແຍ້ມ ແຈ່ມໄສເຖິງວ່າ ຈະບໍ່ແມ່ນຈຳນວນ ທີ່ຫລວງຫລາຍ ແຕ່ນີ້ກໍແມ່ນນໍ້າໃຈ ແລະ ຄວາມສຸກເລັກໆ ນ້ອຍໆ ຂອງຄອບຄົວເຮົາທີ່ໄດ້ ແບ່ງປັນກັນ.


ທີ່ມາ ສຳນັກຂ່າວສານປະເທດລາວ
Ad