Top Ad

header ads

ສຕລ ຫວັງ​ສ້າງ ລາວ ພຣີ​ເມຍ​ ລີກ ກ້າວ​ສູ່​ລະ­ດັບ​ອາ­ຊີບ


ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານສະ­ຫະ­ພັນບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ຄັ້ງ​ທີ 3 ສົກ​ປີ 2015-2019 ຈັດ​ຂຶ້ນ​ວັນທີ 3 ກັນ­ຍາ 2016 ທີ່​ໂຮງ­ແຮມ​ເມີ​ກຽວ ໂດຍ​ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ທັງ​ເປັນ​ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ທ່ານ ແສງ​ພອນ ພົນອາ­ມາດ ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ ກະ­ຊວງ ສສກ ທ່ານ ປະ­ສາດ​ໄຊ ພິ­ລາ​ພັນ​ເດ​ຊ ຮັກ­ສາ​ການປະ­ທານ​ສະ­ຫະ­ພັນບານ­ເຕະ​ແຫ່ງ​ຊາດ​ລາວ ແລະ ທ່ານ ສີ​ຊອງ​ມັນ ຫົວ­ໜ້າ​ພະ​ແນກ​ພົວ­ພັນ​ຕ່າງ­ປະ­ເທດ ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ ຮ່ວມສັງ­ເກດ​ການ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ງານສະ­ຫະ­ພັນ​ກິ­ລາ​ດັ່ງ­ກ່າວ ຕະ­ຫຼອດ​ຮອດ​ສື່​ມວນ​ຊົນ​ທຸກ​ຂະ­ແໜງ­ການ​ເຂົ້າຮ່ວມ.

ທ່ານ ປະ­ສາດ​ໄຊ ພິ­ລາ​ພັນ​ເດ​ຊ ກ່າວ​ວ່າ: ໄລ­ຍະ​ຜ່ານ​ມາ ຄະ­ນະ​ບໍ­ລິ­ຫານ​ງານ ສຕລ ໄດ້​ສຸມ​ໃສ່​ຕັ້ງ­ໜ້າ​ຈັດ​ຕັ້ງ​ປະ­ຕິ­ບັດໜ້າ­ທີ່​ຂອງ​ຕົນ​ຢ່າງ​ມີ​ຄວາມ​ ຮັບ­ຜິດ­ຊອບ​ສູງ ເສຍ­ສະ­ຫຼະ​ເຫື່ອ­ແຮງ​ທັງ​ກາຍ ແລະ ຈິດ­ໃຈ ປະ­ກອບ­ສ່ວນ​ຈົນ​ໄດ້​ຮັບ​ຜົນ­ສຳ­ເລັດ​ຫຼາຍ​ໜ້າ​ວຽກ ​ເປັນ­ຕົ້ນ​ແມ່ນ​ດ້ານ​ວຽກ​ງານ​ການ­ເມືອງ​-ແນວ​ຄິດ ວຽກ​ງານ​ການ​ພັດ­ທະ­ນາ ​ວຽກ​ງານ​ການ​ຈັດ­ການແຂ່ງ­ຂັນ ວຽກ​ງານ​ພື້ນ­ຖານ​ໂຄງ​ລ່າງ-ການ​ບໍ­ລິ­ຫານ ວຽກ​ງານ​ການ​ຕະ­ຫຼາດ-ສື່​ມວນ​ຊົນ ວຽກ​ງານ​ການ​ພົວ­ພັນຕ່າງ­ປະ­ເທດ ແລະ ວຽກ​ງານ​ການ​ເງິນ ໂດຍ​ສະ­ເພາະ​ແມ່ນ​ເສີມ​ສ້າງ​ໃຫ້​ລາຍ­ການ ລາວ ພຣີ​ເມຍ ​ລີກ ກ້າວ​ສູ່​ການ​ເປັນ​ລະ­ດັບອາ­ຊີບ​ໃນ​ອະ­ນາ­ຄົດ.

ທ່ານ ໄຊ​ບັນ­ດິດ ຣາ​ຊະ​ພົນ ເລ­ຂາ­ທິ­ການ ສຕລ ກໍ່​ຍັງ​ໄດ້​ມີ​ການ​ລາຍ​ງານ​ແຜນ​ວຽກ​ງານ​ການ​ພັດ­ທະ­ນາ ວຽກ​ງານ​ການຈັດ­ການ​ແຂ່ງ­ຂັນ ວຽກ​ງານ​ກຳ­ມະ­ການ​ຕັດ­ສິນ ວຽກ​ງານ​ສະ­ໜາມ​ເຝິກ­ຊ້ອມ-ສະ­ໜາມ​ແຂ່ງ­ຂັນ ວຽກ​ງານ​ການ​ຕະ­ຫຼາດ-ສື່​ມວນ​ຊົນ ວຽກ​ງານ​ບໍ­ລິ­ຫານ ວຽກ​ງານ​ພົວ­ພັນ​ຕ່າງໆ​ປະ­ເທດ ວຽກ​ງານ​ການ​ເງິນ ແລະ ສະ­ເໜີ​ແຜນ­ການ​ປັບ­ປຸງ-ດັດ­ແກ້​ກົດ​ລະ​ລະ­ບຽບຂອງ ສຕລ.


ແຫລ່ງຂ່າວໄດ້ມາຈາກ : http://www.vientianemai.net
Ad