Top Ad

header ads

ລັດຖະບານສັ່ງຍຸບໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີຜິດລະບຽບພັນກວ່າຫົວໜ່ວຍ


   ລັດຖະບານໄດ້ມີຄໍາສັ່ງໃຫ້ຍຸບໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີໃນທົ່ວປະເທດພັນກວ່າແຫ່ງພາຍຫລັງເຫັນວ່າບັນດາໂຮງງານເຫລົ່ານັ້ນເຂົ້າສ້າງຂຶ້ນບໍ່ຖືກຕ້ອງຕາມລະບຽບກົດ ໝາຍວ່າດ້ວຍປ່າໄມ້,ກົດໝາຍວ່າດ້ວຍອຸດສະຫະກໍາປຸ່ງແຕ່ງ ແລະ ຄໍາສັ່ງເລກທີ 15 ຂອງນາຍົກລັດ ຖະມົນຕີວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.
            ບັນຫາດັ່ງກ່າວໄດ້ຮັບການຢືນຢັນຈາກລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,ທັງເປັນໂຄສົກລັດຖະບານ ທ່ານ ຈະເລີນ ເຢຍປາວເຮີ ໃນວັນທີ 1 ກັນຍານີ້ໂດຍໃຫ້ຮູ້ວ່າ: ພາຍຫລັງນາຍົກລັດຖະມົນຕີໄດ້ອອກຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ
ແລະ ກວດກາການຂຸດຄົ້ນໄມ້ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໄດ້ຊ່ວຍໃຫ້ຫລາຍຂະແໜງການກ່ຽວຂ້ອງນັບທັງສູນຂັ້ນກາງ ແລະ ທ້ອງຖິ່ນມີຄວາມເອກກະພາບສູງໃນການຈັດຕັ້ງຜັນຂະ ຫຍາຍຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ,ໂດຍສາມາດກວດເຫັນໂຮງງານປຸງແຕ່ງໄມ້ທີ່ຕັ້ງຢູ່ໃກ້ ແລະ ຢູ່ໃນປ່າສະຫງວນປ່າຫວງຫ້າມ ແລະ ປ່າປ້ອງກັນຈໍານວນ 28 ແຫ່ງ ແລະ ໂຮງງານເຟີນີເຈີຈໍານວນ 1.154 ຫົວໜ່ວຍເຊິ່ງໂຮງງານເຫລົ່ານີ້ແມ່ນມີທັງກໍລະນີບໍ່ມີໃບອະນຸຍາດ ຫລື ມີໃບອະນຸຍາດແຕ່ເຄື່ອນໄຫວບໍ່ຖືກຕ້ອງຕາມຂອບເຂດສິດຂອງຂະແໜງການກ່ຽວຂ້ອງໄດ້ອະນຸຍາດນອກຈາກນີ້ຍັງມີໂຮງງານປຸງແຕ່ງໄມ້ ແລະ ເຟນີເຈີທີ່ມີໃບອະນຸຍາດອີກຈໍານວນ 1.590ຫົວໜ່ວຍແມ່ນຈະໄດ້ຖືກດັດສົມຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ ແລະ ຄວາມອາດສາມາດໃນການສະໜອງໄມ້ໃຫ້ແກ່ການປຸງແຕ່ງເປັນຜະລິດຕະພັນນໍາໃຊ້ພາຍໃນ ຫລື ສົ່ງອອກ.

             ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ການສັ່ງໃຫ້ຍຸບດັ່ງກ່າວແມ່ນປະຕິບັດຕາມລະບຽບກົດໝາຍວ່າດ້ວຍປ່າໄມ້ກົດໝາຍວ່າດ້ວຍອຸດສະຫະກໍາປຸງແຕ່ງ ແລະ ຄໍາສັ່ງເລກທີ 15 ຂອງນາຍົກ ລັດຖະມົນຕີທັງເປັນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະເທດຊາດ ແລະ ປະຊາ ຊົນນໍາດ້ວຍ.

ທີ່ມາ ລາວພັດທະນາ
Ad