Top Ad

header ads

ກຽມພັດທະນາແຫຼ່ງທ່ອງທ່ຽວ ຖ້ຳຈອມອອງ ໃຫ້ຫັນໄປສູ່ອຸດສາຫະກຳ

ແຂວງອຸດົມໄຊກຽມປັບປຸງແຫຼ່ງ ທ່ອງທ່ຽວຖ້ຳຈອມອອງໃຫ້ເປັນສະຖານ ທີ່ຊວນແວ່ຂອງເຫຼົ່ານັກເດີນທາງໃຫ້ເຂົ້າໄປທ່ຽວຊົມຕິດພັນກັບການພັກແຮມໃກ້ຊິດວິຖີຊີວິດຂອງປະຊາຊົນໃນ 13 ບ້ານອ້ອມ ຮອບ ຊຶ່ງຈະມີການກໍ່ສ້າງພື້ນຖານໂຄງລ່າງ ແລະຄິດຄົ້ນກິດຈະກຳດຶງດູດແຂກ ນັກທ່ອງທ່ຽວໃນຮູບແບບອຸດສາຫະກຳ ຄາດຈະນຳໃຊ້ງົບປະມານ 100 ຕື້ກີບ ເປັນຢ່າງຕ່ຳ.

   ກອງປະຊຸມປຶກສາຫາລືຮ່ວມໄດ້ຈັດ ຂຶ້ນໃນຕອນເຊົ້າຂອງວັນທີ 1 ກັນຍາ 2016 ນີ້ທີ່ຫ້ອງປະຊຸມພະແນກຖະແຫຼງ ຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງອຸດົມໄຊ ໂດຍການເປັນປະທານ ຂອງທ່ານ ພອນສະຫວັນ ພັນທະວິຈິດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເປັນກຽດເຂົ້າຮ່ວມ ມີທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງໆອຸດົມໄຊ, ມີຮອງຫົວໜ້າພະ ແນກທີ່ກ່ຽວຂ້ອງ ແລະອຳນາດການ
ປົກຄອງບ້ານ 13 ບ້ານວົງຈອນການທ່ອງທ່ຽວເຊື່ອມຕໍ່ຖ້ຳຈອມອອງເຂົ້າ ຮ່ວມ.
    ກອງປະຊຸມຄັ້ງນີ້ເພື່ອແຈ້ງໃຫ້ພະແນກການທີ່ກ່ຽວຂ້ອງ,ອົງການປົກຄອງແຂວງ, ອົງການປົກ ຄອງເມືອງໄຊ ແລະອົງການປົກຄອງ ບ້ານຈຳນວນ 13 ບ້ານໄດ້ຮັບຮູ້ແຜນ ການຈັດຕັ້ງປະຕິບັດໂຄງການພັດທະນາ ໂຄ່ງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວຖ້ຳຈອມອອງ ແລະກຽມພ້ອມໃນ ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການໃຫ້ປະສົບຜົນສຳເລັດ ແລະນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຈຳນວນ 13 ບ້ານ ແນໃສ່ນຳເອົາບົດ ຮຽນການຄຸ້ມຄອງສີ່ງແວດລ້ອມສຳລັບການທ່ອງທ່ຽວ, ບັນດານະໂຍບາຍ ແລະລະບຽບການຄຸ້ມຄອງສີ່ງແວດລ້ອມມາສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະອົງການປົກຄອງບ້ານຕາມສາຍທາງ ວົງຈອນການທ່ອງທ່ຽວໄດ້ຮັບຊາບ ແລະກຽມພ້ອມປົກປັກຮັກສາສະພາບ ແວດລ້ອມໃຫ້ດີ.
    ທີ່ປະຊຸມໄດ້ຮັບຟັງການສະເໜີຜ່ານ ກິດຈະກຳຂອງຂອງໂຄງການແຕ່ປີ 2016-2019, ມາດຕະການຄຸ້ມຄອງສີ່ງແວດລ້ອມສຳລັບການທ່ອງທ່ຽວບັນດານະໂຍບາຍ ແລະລະບຽບການຄຸ້ມຄອງສີ່ງແວດລ້ອມຜົນໄດ້ຜົນເສຍຈາກ ການທ່ອງທ່ຽວ ແລະອື່ນໆ ຊຶ່ງໂຄງການ ດັ່ງກ່າວປະຈຸບັນກຳລັງຢູ່ໃນໄລຍະກະ ກຽມສ້າງບຸກຄະລາກອນສ້າງແຜນງານ ແຜນຄົນ ແລະຄາດວ່າເດືອນຕຸລາ 2017 ຈິ່ງເລີ່ມເຊັນສັນຍາໂຄງການຢ່າງເປັນທາງການໃນມູນຄ່າຂອງໂຄງການ 104
ຕື້ກວ່າກີບ ຫຼື ເທົ່າກັບ 13 ລ້ານກ່ວາໂດ ລາສະຫະລັດ( ຄິດ 1 ໂດລາເທົ່າກັບ 8.000 ກີບ).
     ໃນໂຄງການດັ່ງກ່າວຈະປະກອບມີການກໍ່ສ້າງເສັ້ນທາງແຕ່ບ້ານຫ້ວຍອຸ່ນອ່າງນ້ຳຫີນຫາຖ້ຳຈອມອອງແຕ່ຖ້ຳຫາບ້ານນ້ຳບໍ່ຕາໄກ່ຫຼືບ້ານຫຼັກ 24 ກິດ ຈະກຳການກໍ່ສ້າງສີ່ງອຳນວຍຄວາມສະດວກຕ່າງໆເປັນຕົ້ນແມ່ນຂົວໄມ້ຍ່າງ ໃນຖ້ຳ, ຮາວຈັບ, ປ້າຍບອກທາງ, ໄຟ ເຍືອງ, ໄຟປະດັບປະດາ,ຫ້ອງນ້ຳສາ ທາລະນະສຳລັບນັກທ່ອງທ່ຽວ ແລະສະ ຖານທີ່ຈອດລົດ.
ໃນກອງປະຊຸມຜູ້ເຂົ້າຮ່ວມໂດຍສະ ເພາະແມ່ນອຳນາດການປົກຄອງບ້ານ ໃນວົງຈອນການທ່ອງທ່ຽວ ແລະພະ ແນກການໄດ້ແລກປ່ຽນຄວາມຄິດເຫັນໃນການຈັດສັນອາຊີບແບບຄົງທີ່, ການ ຮັກສາປ່່າໄມ້, ກິດຈະກຳສ້າງລາຍຮັບ ພາຍຫຼັງທີ່ການທ່ອງທ່ຽວເຂົ້າເຖີງ ລວມເຖິງແນວທາງຄຸ້ມຄອງນັກທ່ອງ ທ່ຽວ ແລະການແກ້ໄຂປາກົດການຫຍໍ້ທໍ້ເພື່ອຮອງຮັບແຂກຜູ້ມາຢ້ຽມຢາມ.
    ຕອນທ້າຍໄດ້ຮັບຟັງການໂອ້ລົມ ຂອງທ່ານເຈົ້າແຂວງ ທ່ານໄດ້ຍົກໃຫ້ ເຫັນຈຸດປະສົງ ແລະຄວາມສໍາຄັນຂອງ ໂຄງການດັ່ງກ່າວໂດຍສະເພາະແມ່ນຈະ ໄດ້ປູຢາງເສັ້ນທາງຄວາມຍາວ 54 ກີໂລ ແມັດ ແລະພັດທະນາບ່ອນຈອດລົດພື້ນ ຖານໂຄງລ່າງການທ່ອງທ່ຽວ, ສ້າງ ວຽກເຮັດງານທຳສ້າງຄວາມຮັ່ງມີໃຫ້ ແກ່ປະຊາຊົນມີຄວາມຈຳເປັນບໍ່ທ່ີຈະ ປັບປຸງຄະນະຮັບຜິດຊອບຂັ້ນແຂວງ, ຄວນເຊີນຄະນະຂອງກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແລະ
ຄະນະຮັບຜິດຊອບໂຄງການດັ່ງກ່າວມາ ປືກສາຫາລືກັນ ເພື່ອແບ່ງຂັ້ນໃນການຈັດຕັ້ງປະຕິບັດນັບແຕ່ການຊວງພະແນກການ, ເມືອງ ແລະບັນດາບ້ານ.
    ທ່ານເຈົ້າແຂວງກ່າວວ່າ: ໂຄງການ ນີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອຊາວບ້ານໃຫ້ ຄວາມຮ່ວມມື ຊຶ່ງມີຄວາມຈຳເປັນທີ່ຈະ ຕ້ອງໄດ້ກະກຽມປະຊາຊົນ, ກະກຽມ ນາຍບ້ານ, ຕາມທິດສ້າງບ້ານນ້ອຍເປັນ ບ້ານໃຫຍ່, ເຮັດການທ່ອງທ່ຽວຕິດພັນ
ກັນລະຫວ່າງບ້ານຕໍ່ບ້ານໂດຍຕິດພັນ ຕາມເງື່ອນໄຂການພັດທະນາ, ຝືກອາຊີບ ໃຫ້ແກ່ປະຊາຊົນໃນເຂດບ້ານນັ້ນໆ, ຕ້ອງຈັດສັນເປັນອັນລະອຽດເອົານາຍບ້ານ ອອກໄປທັດສະນະສຶກສາຢູ່ແຂວງອື່ນ ທີ່ປະສົບຜົນສຳເລັດທາງດ້ານບໍລິການ ການທ່ອງທ່ຽວ, ພ້ອມດຽວກັນຕ້ອງຊຸກຍູ້ສົ່ງເສີມສິ່ງທີ່ເປັນທ່າແຮງຂອງແຕ່ລະບ້ານ ໂດຍສະເພາະພະແນກການທີ່ກ່ຽວ ຂ້ອງຕ້ອງລົງໄປກວດກາວຽກງານຂອງ ຕົນຮັບຜີດຊອບ, ການຝືກອາຊີບໃຫ້ປະ ຊາຊົນ ນອກນີ້ບັນດານາຍບ້ານ ແລະ ພະແນກການທີ່ກ່ຽວຂ້ອງຍັງຈະໄດ້ໄປ ຖອດຖອນບົດຮຽນດ້ານການຮັກສາສີ່ງແວດລ້ອມທີ່ຕາດນ້ຳກັດຕື່ມອີກ.

ທີ່ມາ ເສດຖະກິດສັງຄົມ
Ad