Top Ad

header ads

ວິຕາມິນຫຍັງແດ່ທີ່ສຳຄັນຕໍ່ຜູ້ຊາຍ

ສຳ­ລັບ​ຜູ້​ຊາຍ​ການ​ທີ່​ຈະ​​ບຳລຸງຕົວ​ເອງ​ໃຫ້​ດູ​ດີ​ຕະ­ຫຼອດ​ເວ­ລາ​ ນັ້ນຄິດ​ວ່າ ເປັນ​ເລື່ອງຍາກຊຶ່ງ​ການ​ອອກ­ກຳ­ລັງ​ກາຍ​ຢ່າງ​ດຽວ​ອາດ​ຈະ​ບໍ່​ພຽງ­ພໍ ເພ​​າະ​ການ​ກິນ​ອາ­ຫານ​ກໍ​ເປັນ​ເລື່ອງ​ທີ່​ສຳ­ຄັນ​ຄືກັນແຕ່​ບາງ­ທີ​ເຮົາ​ອາດ​ຈະ​ລະ​ເລີຍ​ການ​ກິນ​ອາຫານໄປ​ນຳອາດ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ສານ​ອາ­ຫານ​ ແລະ ວິ­ຕາ­ມິນ​ບໍ່​ຄົບ ​ແລະ ​ພຽງ­ພໍ​ຕໍ່​ຮ່າງ­ກາຍ​ນັ້ນ​ເອງເຮົາ​ຈຶ່ງ​ໄດ້​ລວບ​​ລວມ​ວິ­ຕາ­ມິນຫຼັກໆ 5 ຊະ­ນິດ​ທີ່​ສຳ­ຄັນ​ຕໍ່​ຜູ້​ຊາຍ​​ມາ​ນຳ​ສະ­ເໜີ​ໃຫ້​ເພື່ອນໆ​ໄດ້​ສຶກ­ສາ​ເພື່ອຈະຮັກ­ສາສຸ­ຂະ­ພາບ​ໃຫ້​ແຂງແຮງ​
ວິ­ຕາ­ມິນ​ຊີ (Vitamin C)
ຈາກ​ຂໍ້​ມູນ​ທາງ​​ສະຖິ​ຕິເຫັນ​ວ່າສຸ­ພາບ​ບຸ​​ລຸດຈະ​ປ່ວຍ​ເປັນ​ພະ­ຍາດ​ເກົາ​​ ຫຼາຍ​ກວ່າສຸ­ພາບ​ສະ­ຕີຊຶ່ງ​ໃນ​ວິ­ຕາ­ມິນ​ຊີສາ­ມາດ​ປ້ອງ​ກັນ​ການ​ເກີດ​ພະ­ຍາດ ​ເກົາ​​​ໄດ້​ແຫຼ່ງ​ຂອງ​ວິ­ຕາ­ມິນ​ຊີ​ຫາ​ໄດ້​ຈາກຜັກແລະ​ໝາກ​ໄມ້ສະ​ຕໍ​ເບີ​​ ຣີ,ໝາກ​ເລັ່ນ,ກະ​​ຫຼໍ່າດອກ,ກ້ວຍ,ບ໋ອກ​ໂຄ​ລີ

ວິ­ຕາ­ມິນ​ອີ (Vitamin E)
ມີ​ສ່ວນ​ໃນ​ການ​ຊ່ວຍ​ປ້ອງ​ກັນບໍ່​ໃຫ້​ໜຸ່ມໆ​​ເປັນ​ມະ​​ເຣັງ​ຕ່ອມ​ລູກ​ໝາກ ນອກ­ຈາກ​ນີ້ຍັງ​ຊ່ວຍ​ປ້ອງ​ກັນ​ການ​ເປັນ​ໝັນ​ໄດ້​ອີກ​ດ້ວຍ​ແຫຼ່ງ​ຂອງ​ ວິ­ຕາ­ມິນ​ອີ​ຫາ​ໄດ້​ຈາກເຊັ່ນ​ມັນ​ເທດ,ອາໂວ​ຄາ​ໂດ


ແຮ່ທາດ​ສັງ­ກະ­ສີ (Zinc)
ສານ​ອາ­ຫານ​​​ນີ້ຈະ​ຊ່ວຍ​ໃນ​ການກະ​ຕຸ້ນ​ສຳ­ລັບ​ການ​ສ້າງ​ຮໍໂມນ​ທາງ​ເພດ​ ຊາຍເນື່ອງ​ຈາກ​ສັງ­ກະ­ສີຈະ​ຊ່ວຍ​ໃນ​​ຂະບວນ​ການ​ຜະ​ລິດ​​ສະ​ເປິ​ມ​ແລະ​ຍັງ​ ຊ່ວຍ​ໃຫ້​ຜູ້​ຊາຍ​​ມີ​ພະ­ລັງ​ທາງ​ເພດ​ເພີ່ມຂຶ້ນ​ນອກ­ຈາກ​ນີ້​ແຮ່ທາດ​ ສັງ­ກະ­ສີຍັງ​ຊ່ວຍ​ລຸ​​ດ​ອາ­ການ​ສິວ​ອັກ­ເສບ​ໄດ້​ອີກ​ດ້ວຍ​ແຫຼ່ງ​ຂອງ​ແຮ່​ ທາດ​ສັງ­ກະ­ສີ​ຫາ​ໄດ້​ຈາກ ເມັດ​ໝາກອຶ,ກີ​ວີ ດັງ​ເຂົ້າ­ວີດ

ສານ​ໄລ​ໂຄ​ປີນ (Lycopene)
ສານ​ໄລ​ໂຄ​ປີນຈະ​ຊ່ວຍ​ເຮັດ​ໃຫ້​​ຕົວສະ​ເປິ​​ມມີ​ຄວາມ​ສົມ­ບູນ​ແຂງ­ແຮງແລະ​ ຍັງ​ຊ່ວຍ​ປ້ອງ​ກັນການ​ເກີດ​ພະ­ຍາດ​ມະ​​ເຣັງ​ໄດ້ທີ່​ສຳ­ຄັນ​ສານ​ໄລ​ໂຄ​ປີນ ຍັງຊ່ວຍ​​ບຳລຸງຜິວ​ໄດ້​ດີ​ອີກ​ດ້ວຍແຫຼ່ງ​ຂອງ​ສານ​ໄລ​ໂຄ​ປີນ​ຫາ​ໄດ້​ຈາກ ຜັກ​ຫມາກ​ໄມ້ ແລະ ໝາກເລັ່ນ

ຊີ​ລີ​ນຽມ (Selenium)
ຊີ​ລີ​ນຽມມີ​ສ່ວນ​ຊ່ວຍ​​ບຳລຸງ​ຮັກ­ສາຕ່ອມ​ລູກ​ໝາກຈຶ່ງ​ສາ­ມາດ​ປ້ອງ​ກັນ​ການ​ ເປັນ​ພະ­ຍາດ​ຕ່າງໆກ່ຽວ​ກັບ​ຕ່ອມ​ລູກ​ໝາກໄດ້​ເປັນ​ຢ່າງ​ດີແຫຼ່ງ​ຂອງ​ຊີ​ລີ​ນຽ ​ມ​­ຫາ​ໄດ້​ຈາກເມັດ​ທານ​ຕະ​ເວັນ,ບ໋ອກ​ໂຄ​ລີ,​​ຖົ່ວ,ໝາ​ກ​ເລັ່ນ ເຫັດ,​​ກະ​ທຽມແລະ​​ຫົວ​ຫອມ


Ad