Top Ad

header ads

ອ່າງນໍ້າຫີນ ທຳມະຊາດສວຍງາມໜ້າໄປທ່ຽວ

 ເນື່ອງໃນບຸນເຂົ້າປະດັບດິນ ເຊື່ອແນ່ວ່າຫຼາຍທ່ານຄົງຄິດຈະໄປທ່ອງທ່ຽວ, ພັກຜ່ອນກັບຄອບຄົວ, ຄົນຮັກ ຫຼື ໝູ່ຄູ່ຢ່າງແນ່ນອນ
ໂດຍສະເພາະວັນເສົາ-ອາທິດເພາະບຸນດັ່ງກ່າວກົງກັບວັນພະຫັດທີ 1 ກັນຍາ 2016 ຊຶ່ງເປັນວັນເຂົ້າການ, ສະນັ້ນກ່ອນຈະຮອດວັນເສົາ-ອາທິດຜູ້ຂຽນຈິ່ງຊອກຫາແຫຼ່ງທ່ອງທ່ຽວທີ່ມີຄວາມສວຍງາມທາງທໍາມະຊາດມານໍາສະເໜີ ເພື່ອເປັນຕົວເລືອກໃຫ້ກັບຜູ້ທີ່ຍັງບໍ່ຮູ້ວ່າຈະໄປທ່ຽວໃສດີຈິ່ງຈະມ່ວນ ແລະມີຄວາມສຸກສະຫງົບໄດ້ອາລົມ.
     ແຫຼ່ງທ່ອງທ່ຽວທີ່ຈະນໍາມາສະເໜີໃຫ້ບັນດານັກທ່ອງທ່ຽວໃນມື້ນີ້ມີຊື່ວ່າ: ອ່າງນໍ້າຫີນເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ທີ່ສຸດອີກແຫ່ງໜຶ່ງຂອງແຂວງອຸດົມໄຊກາຍເປັນທີ່ນິຍົມຊົມຊອບໃນການໄປພັກຜ່ອນຢ່ອນອາລົມ, ສໍາຜັດອາກາດທີ່ສວຍງາມຂອງນັກທ່ອງທ່ຽວເນື່ອງຈາກເປັນອ່າງນໍ້າຂະໜາດໃຫຍ່ ແລະມີນໍ້າໃສເຢັນ, ອ້ອມຮອບໄປດ້ວຍທໍາມະຊາດອັນສວຍສົດງົດງາມ, ເຮັດໃຫ້ອາກາດສົດຊື່ນເຢັນສະບາຍຕະຫຼອດວັນ, ເສັ້ນທາງເຂົ້າເຖິງກໍສະດວກສະບາຍ ຈິ່ງບໍ່ໜ້າແປກໃຈທີ່ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເດີນທາງໄປທ່ຽວຊົມ, ພັກຜ່ອນຢ່ອນອາລົມຢ່າງຫຼວງຫຼາຍໃນແຕ່ລະວັນ.
     ທີ່ມາຂອງອ່າງນໍ້າຫີນນີ້ແຕ່ກ່ອນທາງອໍານາດການປົກຄອງ ແຂວງແມ່ນໄດ້ສ້າງເຂື່ອນຊົນລະປະທານເພື່ອສົ່ງເສີມການຜະລິດກະສິກໍາໃນຂົງເຂດດັ່ງກ່າວເພາະເປັນເຂດທີ່ອຸດົມສົມບູນເໝາະສົມແກ່ການຜະລິດ ແລະເວລາຜ່ານໄປຫຼາຍປີຈົນມາຮອດປະຈຸບັນກໍ ໄດ້ກາຍເປັນອ່າງເກັບນໍ້າທີ່ໃຫຍ່ທີ່ສຸດຂອງແຂວງ, ເຖິງຢ່າງໃດກໍຕາມເຂື່ອນຊົນລະປະທານແຫ່ງນີ້ນອກເໜືອຈາກການເກັບນໍ້າໄວ້ເພື່ອສົ່ງເສີມດ້ານກະສິກໍາປູກຝັງ ແລະລ້ຽງສັດແລ້ວໃນທິດທາງຕໍ່ໜ້າທາງແຂວງໄດ້ມີແຜນຈະພັດທະນາສະຖານທີ່ດັ່ງກ່າວໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະສະຖານທີ່ຊ່ວງເຮືອປະເພນີນໍາອີກ.
     ສໍາລັບອ່າງນໍ້າຫີນແຫຼ່ງທ່ອງທ່ຽວແຫ່ງໃໝ່ໃນອະນາຄົດຂອງ ແຂວງອຸດົມໄຊ ແມ່ນມີເນື້ອທີ່ທັງໝົດປະມານ 121,7 ກິໂລຕາແມັດ ໄດ້ກວມເອົາ 7 ໝູ່ບ້ານ ຊຶ່ງມີທີ່ຕັ້ງ ຢູ່ບ້ານຫ້ວຍອຸ່ນ ເມືອງໄຊຢູ່ຫ່າງຈາກເທສະບານແຂວງອຸດົມໄຊປະ ມານ 8 ກິໂລແມັດ, ອ່າງນີ້ປະກອບມີຫຼາຍຫ້ວຍໄຫຼມາໂຮມເຂົ້າກັນສ່ວນດ້ານສະພາບເສັ້ນທາງເຂົ້າເຖິງແມ່ນມີຄວາມສະດວກສະບາຍຕະຫຼອດເສັ້ນທາງ.
     ເອົາເປັນວ່າທ່ານໃດທີ່ສົນໃຈກໍສາມາດໄປທ່ຽວໄປຊົມກັນໄດ້ຮັບຮອງວ່າທ່ານຈະໄດ້ພົບກັບບັນຍາກາດທ່າມກາງທໍາມະຊາດທີ່ສວຍງາມປານກັບວ່າດິນແດນແຫ່ງເມືອງສະຫວັນຊັ້ນຟ້າພຸ້ນລະ.

Ad