Top Ad

header ads

ປະທານາທິບໍດີສະຫະລັດອາເມລິກາຢ້ຽມຢາມລາວຄັ້ງປະຫວັດສາດພ້ອມປະກາດໃຫ້ທຶນຊ່ວຍເຫລືອຫລາຍໂຄງການ

ຂປລ. ສະຫະລັດອາເມລິກາປະກາດໃຫ້ທຶນຊ່ວຍເຫລືອ ສປປ ລາວ ໃນຫລາຍໂຄງການພັດທະນາໄລຍະສັ້ນ ແລະ ຍາວເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານລາວເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ບັນລຸເປົ້າໝາຍສະຫະວັດໃນຕໍ່ໜ້າ. ຂະນະທີ່ ບັນຫາການພັດທະນາແບບຍືນຍົງເປັນສິ່ງທີ່ຈໍາເປັນຕໍ່ບັນດາປະເທດສະມາຊິກອາຊຽນຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ. 
ໃນວັນທີ 6 ກັນຍາ 2016 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດອາເມລິກາໄດ້ພົບ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກັບ ບັນດານັກສຶກສາ, ຊາວໜ່ມ, ແມ່ຍິງ ແລະ ນັກທຸລະກິດລາວ ໂດຍ ທ່ານໄດ້ກ່າວວ່າຕົນເອງມີຄວາມຮູ້ສຶກດີໃຈ ແລະ ເປັນກຽດທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ແຕ່ສິ່ງທີ່ປະທັບໃຈທີ່ສຸດຄືຕົນເອງໄດ້ມີໂອກາດ ໄດ້ເດີນທາງມາຢ້ຽມຢາມລາວ ແລະ ເປັນຄັ້ງປະຫວັດສາດ ສໍາລັບ ສປປ ລາວທີ່ມີປະທານາທິບໍດີສະຫະລັດຄົນອໍາອິດເດີນທາງມາເຮັດວຽກ ແລະ ຢ້ຽມຢາມລາວ.



ທ່ານ ປະທານາທິບໍດີສະຫະລັດຍັງກ່າວໃນບາງຕອນວ່າລັດຖະບານສະຫະລັດອາເມລິກາພ້ອມຈະໃຫ້ການຊ່ວຍເຫລືອ ແລະ ຊຸກຍູ້ ສປປ ລາວໃນຫລາຍໂຄງການເປັນຕົ້ນ: ຈະເພີ່ມທຶນຂຶ້ນຫລາຍກວ່າເກົ່າເຂົ້າເພື່ອປະກອບສ່ວນເຂົ້າໃນວຽກງານເກັບກູ້ລະເບີດ, ໂຄງການພັດທະນາເຕັກໂນຊີ, ພະລັງງານ, ການສຶກສາ ແລະ ພັດທະນາອື່ນໆ ແນວໃດກໍດີ ທ່ານ ໂອບາມາເນັ້ນວ່າການພັດທະນາການສຶກສາ, ສົງເສີມຄວາມຮູ້ຄວາມເຂົ້າດ້ານເຕັກວິທະຍາ, ການສ້າງອາຊີບ, ການພັດທະນາແບບຍືນຍົງ ແລະ ອື່ນໆເປັນສິ່ງສໍາຄັນທີ່ສຸດ. 





ພາບ-ຂ່າວ: ເກີດຂວັນໃຈ
ທີມາ ສຳນັກຂ່າວສານປະເທດລາວ
Ad