Top Ad

header ads

ປະທານປະເທດຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນກອງປະຊຸມສຸດຍອດອາຊຽນ




(ຂປລ) ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງພະນະທ່ານ ຫງວຽນ ຊວນ ຟຸກ ນາ ຍົກລັດຖະມົນຕີ ສສ ຫວຽດ ນາມ ເມື່ອວັນທີ 6 ກັນຍາຜ່ານ ມາ ທີ່ທຳນຽບປະທານປະເທດ.
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ຫງວຽນ ຊວນ ຟຸກ ທີ່ໄດ້ເດີນ ທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ຢູ່ນະ ຄອນຫຼວງວຽງຈັນ ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ຜົນສຳ ເລັດຂອງກອງປະຊຸມດັ່ງກ່າວ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບ ພິເສດລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.ໃນການເປັນປະທານອາຊຽນ ຄັ້ງນີ້, ລວມທັງການປະກອບ ສ່ວນ ແລະ ສະໜັບສະໜູນ ຕໍ່ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງໃຫ້ມີຜົນສຳເລັດຢ່າງຈົບ ງາມ. ພ້ອມທັງສະແດງຄວາມ ຫວັງວ່າ ສສ ຫວຽດນາມ ຈະ ສືບຕໍ່ໃຫ້ການຊ່ວຍເຫຼືອ,ສະ ໜັບສະໜູນແກ່ ສປປ ລາວ ເພື່ອໃຫ້ກອງປະຊຸມສຸດຍອດ ຕ່າງໆ ໄດ້ຮັບຜົນສຳເລັດຢ່າງ ຈົບງາມ ກໍຄືຜົນສຳເລັດການ ເປັນປະທານອາຊຽນຂອງ ສປປ ລາວ.
ທ່ານ ຫງວຽນ ຊວນ ຟຸກ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາ ອັນມີຄຸນຄ່າໃນການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ: ສສ ຫວຽດນາມ ຈະສືບຕໍ່ປະກອບສ່ວນຊ່ວຍ ເຫຼືອແກ່ ສປປ ລາວ ໃນການ ເປັນປະທານອາຊຽນ ໃຫ້ປະ ສົບຜົນສຳເລັດຢ່າງຈົບງາມ ແລະ ມີຄວາມຫວັງວ່າລັດຖະ ບານທັງສອງປະເທດ ກໍຄືປະ ຊາຊົນສອງຊາດລາວ-ຫວຽດ ນາມ ຈະສືບຕໍ່ໃຫ້ການຊ່ວຍ ເຫຼືອ, ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນທຸກຂົງເຂດວຽກ ງານ ແນໃສ່ສ້າງສາພັດທະນາ ປະເທດຊາດໃຫ້ໄດ້ຮັບການ ພັດທະນາ ແລະ ຈະເລີນຮຸ່ງ ເຮືອງຍິ່ງໆຂຶ້ນ.
ກ່ອນການເຂົ້າຢ້ຽມຂ່ຳ ນັບປະທານປະເທດເຮົາ, ພະ ນະທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ກໍໄດ້ພົບປະ ປຶກສາຫາລືກັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີເຮົາ ໂດຍມີການນຳທັງ ສອງຝ່າຍເຂົ້າຮ່ວມ.

ສະເພາະຕອນເຊົ້າຂອງ ວັນທີ 7 ກັນຍານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງ ທ່ານ ບານກີມູນ ເລຂາທິການໃຫຍ່ອົງການສະ ຫະປະຊາຊາດ (ສປຊ) ໂອ ກາດນີ້ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ບານກີມູນ ທີ່ໄດ້ປະຕິ ບັດບົດບາດໜ້າທີ່ເປັນເລຂາທິ ການໃຫຍ່ອົງການສະຫະປະ ຊາຊາດຢ່າງມີຜົນສຳເລັດຕະ ຫຼອດໄລຍະທົດສະວັດຜ່ານ ມາ ໂດຍສະເພາະການສົ່ງເສີມ ສັນຕິພາບ ແລະ ການຮ່ວມມື ສາ ກົນ ເພື່ອການພັດທະນາເຖິງ ແມ່ນວ່າຈະມີສິ່ງທ້າທາຍຫຼາຍ ປະການກໍຕາມ. ພ້ອມກັນນີ້ ຍັງໄດ້ຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມສຸດຍອດ ສປຊ ທີ່ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາ ແບບຍືນຍົງ ໃນປີ 2015 ຜ່ານ ມາ ອັນເປັນບາດກ້າວສຳຄັນ ສຳລັບວົງຄະນາຍາດສາກົນ.
ລັດຖະບານລາວເຫັນວ່າ ໃນໄລຍະຜ່ານມາມີຫຼາຍອັນ ທີ່ຍັງເຮັດບໍ່ທັນສຳເລັດ ຈຳເປັນ ຕ້ອງສືບຕໍ່ນຳມາປະຕິບັດ ພ້ອມທັງເຊື່ອມສານເອົາເປົ້າ ໝາຍການພັດທະນາແບບຍືນ ຍົງເຂົ້າໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ຍຸດທະສາດການພັດ ທະນາເສດຖະກິດ-ສັງຄົມ ໄລ ຍະ 10 ປີ (2016-2025) ແລະ ວິໄສທັດ 2030 ຂອງຕົນຕາມ ເງື່ອນໄຂ ແລະ ຂີດຄວາມສາ ມາດຕົວຈິງ. ພ້ອມນັ້ນ ຍັງໄດ້ ໃຫ້ຄວາມສຳຄັນໃນການແກ້ ໄຂຜົນກະທົບຈາກລະເບີດບໍ່ ທັນແຕກທີ່ຕົກຄ້າງໃນປາງສົງ ຄາມ, ໃຫ້ຄວາມສຳຄັນຕໍ່ການ ຮ່ວມມືສາກົນກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດ ລ້ອມ ແລະ ອື່ນໆ.
ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ຕີລາຄາສູງຕໍ່ການຮ່ວມ ມືລະຫວ່າງ ສປປ ລາວ ແລະ ສປຊ ໂດຍສະເພາະການປະ ກອບສ່ວນສະໜັບສະໜູນຊ່ວຍ ເຫຼືອການຈັດຕັ້ງປະຕິບັດເປົ້າ ໝາຍສະຫັດສະວັດດ້ານການ ພັດທະນາ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງ ຊາດຂອງ ສປປ ລາວ ຊຶ່ງໄດ້ ຮັບຜົນສຳເລັດເປັນຢ່າງດີ.

ໃນວັນດຽວກັນນີ້ ທີ່ທຳ ນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະ ມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍ ຄະນະ. ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ຝາກ ຄວາມຢື້ຢາມຖາມຂ່າວເຖິງ ເຈົ້າຈັກກະພັດ ອາກິຮິໂຕະ, ພະລາຊີນີ ແລະ ລາຊະວົງຍີ່ ປຸ່ນ, ສະແດງຄວາມປິຕິຍິນດີ ທີ່ທ່ານ ຊິນໂຊ ອາເບະ ໄດ້ເດີນ ທາງມາເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ແລະ ກອງ ປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວເປັນເຈົ້າພາບ, ຕີ ລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືສອງຝ່າຍຕະຫຼອດ ໄລຍະ 60 ປີ ຜ່ານມາ, ພ້ອມ ທັງສະແດງຄວາມຊົມເຊີຍຜົນ ສຳເລັດ ການພົບປະສອງຝ່າຍ ລະຫວ່າງສອງນາຍົກລັດຖະ ມົນຕີ ສປປ ລາວ ແລະ ຍີ່ປຸ່ນ, ສະແດງຄວາມຍິນດີທີ່ສອງ ຝ່າຍ ໄດ້ຮັບຮອງເອົາແຜນການ ຮ່ວມມື ເພື່ອພັດທະນາປະເທດ ລາວແບບຍືນຍົງ.
ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອດ້ານຕ່າງໆ ຂອງລັດຖະບານຍີ່ປຸ່ນ ໃນໄລ ຍະຜ່ານມາ ແລະ ການຊ່ວຍ ເຫຼືອໃນການເປັນເຈົ້າພາບຈັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ກໍຄືກອງ ປະຊຸມທີ່ກ່ຽວຂ້ອງອື່ນໆ ໃນປີ 2016 ຫຼັງຈາກນັ້ນ, ທ່ານນາ ຍົກລັດຖະມົນຕີຍີ່ປຸ່ນ ກໍໄດ້ນຳ ເອົາຄວາມຢື້ຢາມຖາມຂ່າວຈາກ ເຈົ້າຈັກກະພັດ ອາກິຮິໂຕະ ເຖິງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ສະແດງຄວາມຂອບໃຈ ຕໍ່ທ່ານປະທານປະເທດ ທີ່ໃຫ້ ກຽດຕ້ອນຮັບໃນຄັ້ງນີ້ ແລະ ໄດ້ລາຍງານຫຍໍ້ກ່ຽວກັບການ ພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ.

ທີ່ມາແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ
Ad