Top Ad

header ads

ສວນສັດອັງກິດຜ່າຄອດລູກລິງ ພົບເຫັນມີໃບໜ້າທີ່ຄ້ານຄືກັບ ໂວເດີມໍ

ນີ້ກໍ່ເປັນເລື່ອງແປກອີກເລື່ອງໜຶ່ງສຳນັກຂ່າວ Mirror ໄດ້ລາຍງານຂ່າວພົບເຫັນລູກລິງຂອງສວນສັດ Paignton ໃນປະເທດອັງກິດ ເກີດມາໃບໜ້າຄ້າຍຄືກັບ ລໍໂວເດີມໍ ເຊິ່ງເປັນພໍມົດໂຕຮ້າຍໃນໂຮງໜັງເລື່ອງດັງ ແຮລີພອດເຕີ
ລາຍງານຂ່າວໄດ້ລະບຸວ່າ ໃນຊ້ວງ 16 ປີຜ່ານມາທາງສວນສັດມີການຜ່າລູກອອກພຽງ 3 ຄັ້ງເທົ່ານັ້ນເຊິ່ງສັດຕະວະແພດທີ່ລວມໃນຄັ້ງນີ້ເຄີຍເຮັດຄອດໃຫ້ໝາ, ແມວ, ງົວແລະແບ້ ແຕ່ບໍ່ເຄີຍຜ່າຄອດໃຫ້ລິງມາກ່ອນ ເຊິ່ງມັນບໍ່ແມ່ນເລື້ອງປົກກະຕິສຳລັບສວນສັດ, ເພາະປົກກະຕິແລ້ວຈະປ່ອຍໃຫ້ສັດອອກລູກເອງຕາມທຳມະຊາດ ເຮັດໃຫ້ສັດຕະວະແພດຮູ້ສຶກຕື່ນເຕັ້ນແລະກັງວົນເພາະວ່າການເຂົ້າແຊກແຊງອາດຈະເຮັດໃຫ້ແມ່ລິງເກີດຄວາມຄຽດໄດ້ແຕ່ສຸດທ້າຍການວ່າຄອດຄັ້ງນີ້ມັນກໍ່ລຸລວງໄປດ້ວຍດີ ລູກລິງກໍ່ອອກມາໄດ້ຢ່າງປອດໄພດ້ວຍນ້ຳໜັກໂຕ 567 ກຼາມ ປະຈຸບັນນີ້ມີສຸຂະພາບແຂງແຮງດີ



ຂໍຂອບໃຈຂໍ້ມູນຈາກ: ເລື່ອງເລົ່າເຊົ້ານີ້
Ad