Top Ad

header ads

ສຳລັບທ່ານໃດຢາກໃຫ້​ສິວ​ຢຸບ​ ໄວ​ໆ​ ບໍ່​ອັກ​ເສບ​ ດ້ວຍ​ກະ​ທຽມ​ ສູດງ່າຍໆທີ່ສາມາດເຮັດໄດ້ດວ້ຍຕົນເອງ

ສຳລັບ​ໃຜ​ ທີ່​ກຳ​ລັງ​ຫາ​ສູດ​ເລັ່ງ​ລັດ​ກຳຈັດ​ສິວ​ທີ່​​ກຳ​ລັງ​ຂຶ້ນ​ມາ​ໃຫ້​ທັນ​ງານ​ ສຳຄັນ​ ຫຼື​ ອີ​ເວັ້ນ​ໃຫຍ່​ທີ່​ກຳ​ລັງ​ຈະ​ຮອດ​ນີ້​ ​ສູດ​ແຕ້ມ​ສິວ​ທີ່​ດີ​ທີ່ສຸດ​

ສິ່ງ​ທີ່​ຕ້ອງ​ໃຊ້​ມີ​ພຽງແຕ່ກ​ະ​ທຽມ​ກີບ​ດຽວ​ເທົ່າ​ນັ້ນ​ ເພາະ​ໃນ​ກະ​ທຽມ​ມີ​ “ສານ​ອັນ​ລິ​ຊິນ​” ທີ່​ສາມາດ​ປ້ອງ​ກັນ​ພ້ອມ​ຮັກສາ​ເຊື້ອ​ລາ​ ແລະ ​ແບັກ​ທີ​ເຣຍ​ ອັນ​ເປັນ​ອີກ​ສາ​ເຫດ​ສຳຄັນ​ໃນ​ການ​ເກີດ​ສິວ​ໄດ້​ ວິ​ຖີ​ງ່າຍພຽງແຕ່​ປາຍ​ຫົວ​ສິວ​ເທົ່າ​ນັ້ນ​

ສູດ​ເລັ່ງ​ລັດ​ໃຫ້​ສິວ​ຢຸບ​

-ໃຊ້​ກະ​ທຽມ​ກີບ​ໃຫຍ່​ໆ​ 1 ກີບ​ໃຫຍ່​ໆ​ລ້າງ​ໃຫ້​ສະ​ອາດ​ ແລະ ​ໝັ່ນໃຈ​ວ່າ​ບໍ່​ມີ​ເຊື້ອ​ລາ​ໃນ​ກະ​ທຽມ​ດ້ວຍ​​
-ທຸບ ​ຫຼື ​ຕຳ​ກະ​ທຽມ​ໃຫ້​ພໍ​ແຕກ​ ເຮົາ​ຈະ​ໃຊ້​ນ້ຳ​ທີ່​ອອກ​ມາ​ຈາກ​ກະ​ທຽມ​​
-ໃຊ້​ກະ​ທຽມ​ທີ່​ທຸບ​ແລ້ວ​ມາ​ແຕ້ມບໍລິເວນ​ຫົວ​ສິວ​ທີ່​ມີ​ການ​ອັກ​ເສບ​ ຫຼື ​ກຳ​ລັງ​ຈະ​ຂຶ້ນ​ ແຕ້ມ​ຖິ້ມ​ໄວ້​ 5-10 ນາ​ທີ​ກໍ​ພໍ​ ສະນັ້ນ​ຄວາມ​ຮ້ອນ​ຈາກ​​ກະ​ທຽມ​ອາດ​ເຮັດໃຫ້​ຜິວ​ບໍລິເວນ​ນັ້ນ​ໄໝ້​ໄດ້​
-ຫຼັງ​ລ້າງ​ກະ​ທຽມ​ອອກ​ແລ້ວ​ໃຫ້​ຟ້າວລ້າງ​ນ້ຳ​ເຢັນ​ ແລະ ​ໃຊ້​ນ້ຳ​ແຂງ​ປະ​ຄົບ​ໄປ​ທີ່​ບໍລິເວນ​ທີ່ພອກ​ ​ກັນ​ບໍ່​ໃຫ້​ໜ້າໄໝ້​ ແລະ ​ເກີດຮອຍດຳ​ 

ເລື່ອງ​ສິວ​ເປັນ​ຫຍັງ​ທີ່​ຕ້ອງ​ປ້ອງ​ກັນ​ຕັ້ງ​ແຕ່​ຕົ້ນ​ເຫດ​ ຈະ​ມາ​ຮັກສາ​ແຕ່​ປາຍ​ເຫດ​ບໍ່​ໄດ້​ ເພາະ​ສະ​ນັ້ນ​ການ​ດູແລຮັກສາ​ຄວາມ​ສະ​ອາດ​ຜິວ​ໜ້າ​ເປັນ​ເລື່ອງ​ສຳຄັນ​ຫຼາຍແລະ ​ງ່າຍ​ທີ່ສຸດ​ທີ່​ເຮົາ​ພໍ​ຈະ​ເຮັດ​ໄດ້​ໃນ​ການ​ປ້ອງ​ກັນ​ສິວ​ ເພາະ​ສະນັ້ນຢ່າ​ລືມ​ເບິ່ງ​ແຍງ​ຜິວ​ໜ້າໃຫ້​ດີ​ດ້ວຍ​ 


ທີມາ www.news.com.la
Ad