Top Ad

header ads

ສະຖານີລົດສາຍໃຕ້ແຫ່ງໃໝ່ ບັນຍາກາດຄຶກຄື້ນ ແຕ່ລາຄາບໍ່ປ່ຽນແປງ

     ສະຖານີຂົນສົ່ງໂດຍສານທາງໄກ ສາຍໃຕ້ ແລະສາຍຕ່າງປະເທດແຫ່ງໃໝ່ ນະຄອນຫຼວງວຽງຈັນ ເປັນສະຖານີທີ່ທັນສະໄໝ ແລະໃຫຍ່ກວ່າເກົ່າ ສາມາດອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍ ສານພາຍໃນ ແລະຕ່າງປະເທດ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ຂະນະທີ່ຜູ້ໂດຍສານທີ່ເຂົ້າໃຊ້ບໍລິການຍັງມີບັນຍາກາດຄຶກຄື້ນຄືເກົ່າ ສ່ວນລາຄາໂດຍສານແມ່ນບໍ່ມີຫຍັງປ່ຽນແປງຈາກເດີມ.

    ວັນທີ 1 ກັນຍາຜ່ານມາ ໄດ້ມີພິທີເປີດ ການບໍລິການຂອງສະຖານີຂົນສົ່ງຜູ້ໂດຍສານທາງໄກສາຍ ໃຕ້ ແລະສາຍຕ່າງປະເທດແຫ່ງໃໝ່ຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ຮອງເຈົ້າເມືອງ, ຮອງກົມຂົນສົ່ງ, ພະແນກໂຍທາ, ຄະນະຜູ້ອຳນວຍການສະຖານີຂົນສົ່ງ, ບັນດາບໍລິສັດຂົນສົ່ງພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ວັນເພັນ ສີສຸກ ຮອງອຳນວຍ ການສະຖານີຂົນສົ່ງຜູ້ໂດຍສານທາງໄກ ສາຍໃຕ້ ແລະສາຍຕ່າງປະເທດ ກ່າວວ່າ: ອີງໃສ່ສະພາບການຂະຫຍາຍຕົວ ຂອງການຂົນສົ່ງໂດຍສານ ນັບທັງບໍລິ ມາດການຂົນສົ່ງ ແລະຈຳນວນລົດຂົນ ສົ່ງໂດຍສານນັບມື້ນັບເພີ່ມຂຶ້ນ, ສະພາບ ທີ່ຕັ້ງຂອງສະຖານີລົດໂດຍສານສາຍ ໃຕ້ແຫ່ງເກົ່າແມ່ນບໍ່ສາມາດອຳນວຍຄວາມສະດວກຮອງຮັບການບໍລິການໄດ້ ດີເທົ່າທີ່ຄວນ ສະນັ້ນ ຈິ່ງໄດ້ສະເໜີການຈັດຕັ້ງຂັ້ນເທິງເພື່ອຂໍອະນຸຍາດຍົກຍ້າຍທີ່ຕັ້ງຂອງສະຖານີໂດຍສານມາຢູ່ແຫ່ງ ໃໝ່ ໂດຍໄດ້ຮັບອະນຸຍາດສ້າງຕັ້ງຂຶ້ນ ຢ່າງຖືກຕ້ອງຄົບຖ້ວນຕາມລະບຽບການ ຂອງກະຊວງໂຍທາທິການ ແລະຂົນສົ່ງ ວາງອອກ.
    ສະຖານີຂົນສົ່ງດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2013 ຮອດປະຈຸ ບັນການກໍ່ສ້າງ ແມ່ນສຳເລັດແລ້ວ 95% ດ້ວຍມູນຄ່າການກໍ່ສ້າງທັງໝົດ 45 ຕື້ ກີບ ຊຶ່ງມີທີ່ຕັ້ງຢູ່ຖະໜົນ 450 ປີ ບ້ານ ສະພັງເມິກ ເມືອງໄຊທານີ ນະຄອນ
ຫຼວງວຽງຈັນ ຫ່າງຈາກສະຖານີເກົ່າ ໄປເສັ້ນທາງ 450 ປີ ປະມານ 700 ແມັດ ໃນເນື້ອທີ່ ທັງໝົດ 34 ພັນ ກວ່າຕາແມັດ ດ້ານໜ້າຕິດກັບເສັ້ນທາງ 450 ປີ, ດ້ານຊ້າຍຕິດກັບ ຄອງນ້ຳ ແລະດ້ານຂວາຕິດກັບໂຮງໝໍແມ່ນ້ຳ ຂອງ, ມີລວງກວ້າງ 90 ແມັດ, ລວງຍາວ 380 ແມັດ, ມີອາຄານລານຈອດ ລົດ 3 ບ່ອນຄື ອາຄານສາຍຕ່າງປະ ເທດ, ອາຄານສາຍພາຍໃນປະເທດ ແລະ ອາຄານລົດຂາເຂົ້າ.
    ສະຖານີຂົນສົ່ງຜູ້ໂດຍສານແຫ່ງນີ້ ສາມາດຮອງຮັບລົດໂດຍສານໄດ້ຫຼາຍ ກວ່າ 400 ຄັນ, ມີບ່ອນຈອດລົດສຳລັບແຂກທີ່ມາຮັບ-ສົ່ງຜູ້ໂດຍສານໄດ້ຫຼາຍ ກວ່າ 130 ຄັນ ແລະບ່ອນຝາກລົດຈັກ ໄດ້ຫຼາຍກວ່າພັນຄັນ ປະຈຸບັນການກໍ່ ສ້າງອາຄານຫ້ອງການສະຖານີ, ຫ້ອງ ຂາຍປີ້, ຫ້ອງການບໍລິຫານສະຖານີ, ອາຄານລານຈອດລົດຮັບ-ສົ່ງຜູ້ໂດຍສານ ຂຶ້ນ-ລົງ ແລະສິ່ງອຳນວຍຄວາມສະດວກ ອື່ນໆທີ່ຈຳເປັນແມ່ນໄດ້ສຳເລັດແລ້ວແລະຈະສືບຕໍ່ການກໍ່ສ້າງຫ້ອງພັກຜູ້ໂດຍສານ, ຮ້ານຄ້າ, ຮ້ານອາຫານ, ບ່ອນກວດກາເຕັກນິກ, ບ່ອນສ້ອມແປງລົດໃຫ້ສຳ ເລັດຕາມແຜນການ.
    ແນວໃດກໍດີ ສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້ ແລະສາຍຕ່າງ ປະເທດແຫ່ງໃໝ່ ແມ່ນຍັງມີບັນຍາກາດການບໍລິການທີ່ຄຶກຄື້ນຄືເກົ່າ ສ່ວນລາຄາຄ່າບໍລິການຂົນສົ່ງຜູ້ໂດຍສານທັງພາຍໃນ ແລະຕ່າງປະເທດແມ່ນຍັງປະຕິບັດ ຕາມລາຄາເດີມບໍ່ມີການປ່ຽນແປງ.

ທີ່ມາ ເສດຖະກິດສັງຄົມ
Ad