Top Ad

header ads

ລາວ-ຟີລິບປິນ ຮັດແໜ້ນການພົວພັນຮ່ວມມືຫລາຍດ້ານ


 ໃນວັນທີ 6 ກັນຍາ 2016, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມພົບປະສອງຝ່າຍ ກັບ ທ່ານ ໂຣດຣິໂກ ດຸຍແຕກເຕ ປະທານາທິບໍດີ ແຫ່ງ ສ ຟີລິບປິນໂດຍທ່ານ ນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ປະທານາທິບໍດີ ທີ່ໄດ້ໃຫ້ກຽດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພາຍຫລັງທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນໃໝ່ ທີ 16 ແຫ່ງ ສ ຟີລິບປິນ.
          ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນໃຈຕໍ່ເຫດການລະເບີດແຕກ ທີ່ເມືອງ ດາວາວ ໃນວັນທີ 2 ກັນຍາ 2016 ນີ້ ເຊິ່ງເຮັດໃຫ້ພົນລະເມືອງເສຍຊີວິດຈໍານວນ 14ຄົນ ແລະ ບາດເຈັບ ອີກ 67 
ຄົນ ແຕ່ກໍຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ຄອບຄົວ ຂອງຜູ້ປະສົບເຄາະຮ້າຍຈະຜ່ານຜ່າຄວາມ ທຸກໂສກ ທີ່ເກີດຂຶ້ນຈາກການໂຈມຕີດັ່ງກ່າວທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງທີ່
ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານປະເທດເພື່ອນມິດ ແລະ ຄອບຄົວອາຊຽນ ທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສອງປະເທດ ລາວ-ຟີລິບປິນ ໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນ ຢ່າງເປັນລຳດັບພ້ອມນີ້ສອງປະເທດໄດ້ມີການສະໜັບສະໜູນຊ່ວຍເຫລືອກັນທັງໃນຂອບການຮ່ວມມືສອງຝ່າຍກໍຄືຫລາຍຝ່າຍ.
          ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ ການຮ່ວມມືໃນຂົງເຂດເສດຖະກິດການຄ້າ ແລະ ການລົງທຶນໃນຂົງເຂດອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດກາງ (SME), ນັບທັງຂົງເຂດການສຶກສາໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນພ້ອມນັ້ນກໍຊອກຫາຊ່ອງທາງ ເພື່ອເສີມຂະ ຫຍາຍການຮ່ວມມື ໃຫ້ກວ້າງອອກໄປສູ່ຂົງເຂດອື່ນໆ ທີ່ທັງສອງຝ່າຍມີທ່າແຮງ ແລະ ຍັງບໍ່ທັນມີການຮ່ວມມືນຳກັນ ເຊັ່ນການສົ່ງເສີມການທ່ອງທ່ຽວການແພດການບໍລິການ ແລະ ອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ລະຫວ່າງ ສອງປະເທດໃຫ້ກວ້າງ ຂວາງຂຶ້ນໄປເລື້ອຍໆຊຸກຍູ້ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຟີລິບປິນ ມີການຮ່ວມມືໃນການຈັດຝຶກອົບຮົມດ້ານສີມືແຮງງານຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍປະສານສົມທົບກັນ ເພື່ອຄົ້ນຄວ້າ ແລະ ກະກຽມຄວາມພ້ອມ ໃນການເປີດສາຍການປິນໂດຍກົງ ລະ ຫວ່າງ ນະຄອນຫລວງມານີລາ ແລະ ນະຄອນຫລວງວຽງຈັນ ເພື່ອອຳນວຍຄວາມສະດວກ ໃນການໄປມາຫາສູ່ກັນ ແລະ ສ່ົງເສີມການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະດ້ານການທ່ອງທ່ຽວ.

           ນອກຈາກນີ້ ຍັງສະເໜີໃຫ້ທັງສອງຝ່າຍສືບຕໍ່ກະກຽມຮ່ວມກັນ ເພື່ອຈັດກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ (JC) ຄັ້ງປະຖົມມະລຶກ ໃຫ້ປະກົດຜົນເປັນຈິງ.

Ad