Top Ad

header ads

ສີ້ນສຸດການລໍຖ້າ iPhone7 ແລະ iPhone 7 Plusມາເບິ່ງກັນເລີຍວ່າຈະຄັກຊຳໃດ...! (ມີຄລິບວີດີໂອ Introducing)


ສິ້ນສຸດການລໍຄອຍໃນທີ່ສຸດ iPhone 7 ແລະ iPhone 7 Plus ກໍເປີດໂຕແລ້ວໃນທ່ຽງຄືນຂອງວັນທີ 7 ກັນຍາ 2016 ໂດຍສິ່ງທີ່ນຳສະເໜີໃນງານບອກໄດ້ເລີຍມີແຕ່ສິ່ງທີ່ໜ້າຕື່ນເຕັ້ນສຸດໆໂດຍສະເພາະແມ່ນກັນຝຸ່ນໄດ້ 100% , ກັນນຳ້ໄດ້ທີ່ຄວາມລຶກ 1 ແມັດ, ຫູຟັງແບບໃໝ່ ແລະ ກ້ອງຫຼັງແບບໃໝ່ ... ຕິດຕາມໄດ້ສິ່ງທີ່ໜ້າສົນໃຈໃນໄອໂຟນ 7 ກັນໄດ້ເລີຍ 




1. ມີໃຫ້ເລືອກເຖິງ 5 ສີ ດ້ວຍກັນໄດ້ແກ່ rose gold, silver, gold  ແລະ ອີກສອງສີທີ່ມາໃໝ່ກໍຄື black ກັບ jet black (ສີດຳເງົາ) ເຊິ່ງສີດຳເງົາຈະເປີດຂາຍໃນຮຸ່ນ 128G ແລະ 256G 




2. ການອອກແບບພາຍນອກ

ບອກໄດ້ເລີຍວ່າຂອງແທ້ທີ່ພວມເປີດໂຕໄປນັ້ນ ແທບຈະອັນດຽວກັນກັບທີ່ພາບຂ່າວລືປ່ອຍມາເລີຍ ຮູບຮ່າງພາຍນອກນັ້ນຄ້າຍກັບ iPhone 6s ລຸ້ນກ່ອນ ແຕ່ບໍ່ມີແຖບສັນຍານເບື້ອງຫຼັງ ໂດຍ iPhone 7 ຈະຍ້າຍແຖບສັນຍານດັ່ງກ່າວຂື້ນໄປເບື້ອງເທິງຂອງໂຕເຄື່ອງ ເຮັດໃຫ້ເບື້ອງຫຼັງຂອງ iPhone 7 ນີ້ເບິ່ງໂລ່ງມີພື້ນທີ່ຫຼາຍຂື້ນ






3. ກັນນຳ້ ແລະ ກັນຝຸ່ນໄດ້
ໂດຍ iPhone 7 ນີ້ຈະສາມາດກັນຝຸ່ນໄດ້ 100% ກັນເລີຍ ແລະສາມາດກັນນຳ້ໄດ້ 1 ແມັດຢູ່ດົນໄດ້ 30 ນາທີ ກັນເຫື່ອ ກັນຝົນສາດ ຫຍັງປະມານນີ້






4. ປຸ່ມ Home ແບບໃໝ່
ໃຊ້ປຸ່ມ Home ແບບໃໝ່ ປັບປຸງຄຸນສົມບັດຮອງຮັບແຮງກົດໄດ້ແບບ 3D Touch ການເຂົ້າເຖິງແອ໊ບຕ່າງໆ ການເປີດໜ້າ Multitasking ແລະ ປຸ່ມ Home ຮອງຮັບຟັງຊັນ Press to Unlock ຂອງ iOS 10 ນຳອີກດ້ວຍ

5. ກ້ອງຫຼັງແບບໃໝ່


- ກ້ອງ iPhone 7
ກ້ອງຫຼັງມາພ້ອມກັບລະບົບກັນພາບສັ່ນ ມີເຊັນເຊີຮັບແສງ True Tone Flash ກ້ອງໜ້າຄວາມລະອຽດເພີ່ມຂຶ້ນເປັນ 7 ລ້ານພິກເຊວ ( ລຸ້ນກ່ອນ 5 ລ້ານພິກເຊວ ) ກ້ອງຫຼັງຄວາມລະອຽດ 12 ລ້ານພິກເຊວເທົ່າເກົ່າ ແຕ່ເພີ່ມຮູຮັບແສງເປັນ f/1.8 ເພີ່ມຄຸນນະສົມບັດ ISP ຊ່ວຍໃຫ້ຮູບມີຄວາມຄົມຊັດ ເພີ່ມປະສິດທິພາບແລະຄວາມໄວໃນການຈັບພາບເຮັດໃຫ້ພາບອອກມາດີທີ່ສຸດ ແລະ ສາມາດຖ່າຍພາບຟາຍ RAW ໄດ້


- ກ້ອງ iPhone 7 Plus
ມີເລນ 2 ໂຕນັ້ນຄືກໍຄື ເລນ Wide-Angle ແລະ Telephoto ສາມາດ Zoom ພາບໄດ້ເຖິວ10 ເທົ່າ , ຈະໃຫ້ພາບທີ່ລະອຽດເພາະໃຊ້ໂຕເຄື່ອງ ບໍ່ແມ່ນໃຊ້ Software ຄືລຸ້ນທົ່ວໄປ. ໂດຍກ້ອງຫຼັງ iPhone 7 ນີ້ມາໄກເລີຍທີດຽວເພາະສາມາດຖ່າຍພາບທີ່ມີຄວາມລະອຽດສູງທຽບກັບກ້ອງ DSLR ໄດ້ ໂດຍການຖ່າຍໂບເກ້ ຫຼື ຖ່າຍໂຟກັສຄົນແບບໜ້າຊັດຫຼັງເບຼີໄດ້ 


6. ໜ້າຈໍ Retina HD
ໜ້າຈໍສະຫວ່າງກວ່າເກົ່າເຖິງ 25% ໃຊ້ເທັກໂນໂລຍີ Wide Color ແລະ True Tone Display ແບບດຽວກັນກັບ iPad Pro 9.7" ມີລະບົບຈັດການ 3D Touch ການສະແດງຜົນຂອງເມັດສີມີຄວາມລະອຽດສີສັນສົດໃສສົມຈິງກວ່າເກົ່າ


7. Lightning EarPods
ຖືກເປະ ຕາມຂ່າວລືເພາະຮູສຽບສາຍຫູຟັງແບບມົນກົມ ບໍ່ມີໃນ iPhone 7 ແລ້ວ ເຫດຜົນທີ່ເຮັດຮູສຽບໃໝ່ແບບນີ້ 1 ໃນນັ້ນກໍຄືຈະເຮັດໃຫ້ຄຸນນະພາບສຽງດີຂື້ນກວ່າເກົ່າ


ມີຫົວຕໍ່ແຖມມາໃຫ້ນຳ ສຽບຕໍ່ກັບຫູຟັງແບບເກົ່າໄດ້


8. ຫູຟັງແບບບໍ່ມີສາຍ AirPods
ຖືວ່າເປັນສິນຄ້າທີ່ລຳ້ສະໄໝກັນເລີຍ ເປັນຫູຟັງໂຕໃໝ່ຂອງ Apple ເຊື່ອມຕໍ່ກັບໄອໂຟນຜ່ານ Bluetooth ແລະ ມີລະບົບທີ່ເມື່ອໃສ່ເຂົ້າໄປທີ່ຫູ ຫູຟັງນີ້ຈະທຳງານທັນທີ ມີລະບົບຕັດສຽງລົບກວນ ແລະ ເມື່ອໃຊ້ນິ້ວສຳພັດລົວກັນທີ່ໂຕຫູຟັງນີ້ 2 ຄັ້ງຈະເປັນການເອີ້ນໃຊ້ງານ Siri

9. ໃຊ້ Chip A10
ໃຊ້ Chip ປະມວນຜົນ A10 ເປັນ CPU ຄວາມໄວສູງ 4 Core ໄວກວ່າ A9 ຂອງ iPhone 6 ເຖິງ 40%



10. ແບດໃຊ້ງານໄດ້ດົນກວ່າເກົ່າ


ໂດຍແບັດຂອງ iPhone 7 ຈະທົນກວ່າແບັດຂອງ iPhone 6s 2 ຊົ່ວໂມງ. ແລະ iPhone 7 Plus ແບັດຈະທົນກວ່າ iPhone 6s Plus 1 ຊົ່ວໂມງ







11. ຄວາມຈຳເຄື່ອງເພີ່ມຂຶ້ນ
ຖືກຕາມຂ່າວລື ຄືໂດຍ iPhone 7 & 7 Plus ຈະມີຄວາມຈຸຢູ່ 3 ລະດັບຄື : 32 GB , 128 GB , 256 GB

Apple – Introducing iPhone 7



Apple- Introducing AirPods



ຮູບ iPhone 7 ແທ້ ໃນງານເປີດໂຕ



ສ່ວນລາຄາ
iPhone 7 (ລາຄາໂດຍປະມານ)
  • iPhone 7 32GB   649$
  • iPhone 7 128GB 749$
  • iPhone 7 256GB 849$
iPhone 7 Plus (ລາຄາໂດຍປະມານ) :
  • iPhone 7 Plus 32GB   769$
  • iPhone 7 Plus 128GB 869$
  • iPhone 7 Plus 256GB 969$
ຢາກລືມກົດແຊຣ໌ໃຫ້ໝູ່ອ່ານນຳເດີ...!
Ad