Top Ad

header ads

ສາວນ້ອຍນັກເຕະ U-16 ກັບເຖິງບ້ານແລ້ວ ຫຼັງສ້າງຜົນງານດີເດັ່ນ ບານເຕະຍິງ ຊີງແຊ້ມເອເຊຍ 2017

ເມື່ອຕອນບ່າຍວັນທີ 4 ກັນຍາ ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄະນະຄູເຝິກ ແລະ ນັກກິລາ ບານເຕະ ຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ໄດ້ເດີນທາງຈາກ ແຂວງຊົນບຸຣີ ປະເທດໄທ ກັບມາ ເຖິງບ້ານເກີດ ເປັນທີ່ຮຽບຮ້ອຍ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫະພັນບານເຕະແຫ່ງຊາດລາວ ກໍ່ຄື ບັນດາພໍ່-ແມ່ຜູ້ປົກຄອງນັກກິລາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ດ້ວຍຄວາມອົບອຸ່ນ. ໂອກາດນີ້, ທ່ານ ວົງມີໄຊ ສຸບົວຄຳ ຫົວໜ້າຄູເຝິກນັກກິລາເຕະບານຍິງ ຢູ-16 ລາວ ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ເບື້ອງຕົ້ນຄິດວ່າ ເຮົາຈະເປັນພຽງການປະກອບສ່ວນ ຫຼຶ ເປັນດອກໄມ້ປະດັບເທົ່ານັ້ນ ແຕ່ຕາມຕົວຈິງ ບໍ່ເປັນດັ່ງຄິດ ທຸກຄົນທີ່ຮ່ວມເສັ້ນທາງນຳກັນ ໄດ້ມີຄວາມຮັບຜິດຊອບສູງ ມີຄວາມເສຍສະຫຼະ ແລະ ຕັດສິນໃຈເດັດດ່ຽວ ໂດຍສະເພາະຄວາມເອົາໃຈໃສ່ຂອງນັກກິລາ ຈຶ່ງສາມາດສ້າງຜົນງານດີເດັ່ນ. ແນວໃດກໍ່ຕາມ, ໃນເມື່ອນັກເຕະສາວທີມຊາດລາວ ໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍ ເຊິ່ງຈະກັບມາແຂ່ງຂັນໃນເດືອນກັນຍາ ປີ 2017 ທີ່ປະເທດໄທ ເປັນເຈົ້າພາບ ນັບແຕ່ນີ້ເປັນຕົ້ນໄປ ກໍ່ຈະເນັ້ນໃຫ້ທຸກຄົນຮັກສາສຸຂະພາບ ແລະ ເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍສະເພາະໃນຕົ້ນປີ 2017 ແຂວງບໍລິຄໍາໄຊ ເປັນເຈົ້າພາບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ 6 ທຸກຄົນກໍ່ຈະໄດ້ເຂົ້າຮ່ວມແຂ່ງຂັນ. ຫຼັງຈາກນັ້ນ, ໃນເດືອນມິຖຸນາ 2017 ກໍ່ຈະຮຽກຕົວ ນັກກິລາທັງໝົດ ກັບມາເຕົ້ມໂຮມກັນຄືນໃໝ່ ເພື່ອເຝິກຊ້ອມ ກຽມຮ່ວມງານດັ່ງກ່າວ.


ແຫລ່ງຂ່າວໄດ້ມາຈາກ : http://laosportnews.com
Ad