ຖະແຫຼງການຂອງ ຊິໂນ ເກຣທ ວອລ ບໍລິສັດແມ່ຂອງ ຊິໂນ ເກຣທ ວອລ ອິນເຕີເນຊັ່ນແນລ ກ່າວວ່າ ຕຶກແຝດ TBR ນີ້ (Twin Tower World Trade Centre _ TBR Twin Tower) ຈະສ້າງເທິງແຄມຝັ່ງແມ່ນໍ້າຂອງ ໃນແຖບທຸລະກິດການຄ້າຂອງກຸງພະນົມເປັນ, ໂຄງການຈະລວມເຖິງຫ້າງສັບພະສິນຄ້າ, ສຳນັກງານ, ທີ່ພັກອາໄສ, ຫ້ອງຈັດງານ, ໂຮງແຮມ ແລະ ບ່ອນຈອດລົດໃຕ້ດິນຂະໜາດ 4 ຊັ້ນ.
ດ້ວຍຂະໜາດເນື້ອທີ່ກວ່າ 1.5 ລ້ານຕາລາງແມັດ ຈະເຮັດໃຫ້ຕຶກແຝດແຫ່ງໃໝ່ ໃນພະນົມເປັນ ກາຍເປັນສູນການຄ້າໂລກ ຂະໜາດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.
ຕຶກແຝດທີ່ສູງທີ່ສຸດໃນໂລກ ໃນປະຈຸບັນແມ່ນ ເປໂຕຣນາສ ທາວເວີ້ ໃນກຸງກົວລາລຳເປີ, ເມືອງຫຼວງຂອງມາເລເຊຍ ທີ່ມີຄວາມສູງ 451.9 ແມັດ, ຂະໜາດ 88 ຊັ້ນ. ສ່ວນຕຶກດ່ຽວ ທີ່ສູງທີ່ສຸດໃນໂລກໃນຂະນະນີ້ແມ່ນ ຕຶກເບີຈ໌ ຄໍລິຟາ ໃນເມືອງດູໄບ ປະເທດສະຫະລັດອາຫຼັບເອມິເຣຕສ໌ (UAE) ເຊິ່ງສູງ 829.8 ແມັດ.